ນັກຮຽນຈາກປະເທດລາວ ຍາດໄດ້ລາງວັນທີ 1 ແລະ ທີ 3 ການແຂ່ງຂັນຄະນິດສາດ ລະດັບ ອາຊີ !

ລາງວັນທີ່ 1

ລາງວັນທີ 3


ນັກຮຽນຈາກໂຮງຮຽນ ແສງດາລາ ຍາດໄດ້ທີ່ 1 ແລະ ທີ 3 ການແຂ່ງຂັນຄະນິດສາດ ລະດັບ ອາຊີ  ທີ່ຈັດຂຶ້ນ ຢູ່ປະເທດ ສິງກະໂປ ໃນຊ່ວງວັນທີ 25-26 ມິຖຸນາ 2015.

ທີມຊະນະເລີດ ປະກອບມີີ ທ້າວ ອານຸລັກ ຈົງ, ທ້າວ ວິໄຊ ສຸກສົມບູູນ, ທ້າວ ພັດທາໄຊ ສຸກສົມບູນ ແລະ ທ້າວ ເຈສັນ ລິວ ທີ່ເປັນນັກຮຽນ ລະດັບຂັ້ນ ມັດທະຍົມຕົ້ນ.

ອີກທີມໜຶ່ງ ຈາກປະເທດລາວ ໄດ້ຮັບລາງວັນທີ 3 ຊຶ່ງປະກອບມີ: ນາງ ມະນີສາ ແສງດາລາ, ນາງ ພົມມະສອນ ວົງສາລີ, ທ້າວ ວິທະຍາ ພິລະພັນເດດ ແລະ ທ້າວ ເຊັງ ຕິງ.

ການ​ແຂ່ງຂັນ​ສອບເສັງ​ຄະນິດສາດ ແລະ ວິສະວະກຳ​ສາດ​ອາຊີ (AMEC) ປີ 2015 ແມ່ນ​ເປັນການ​ຈັດການ​ແຂ່ງຂັນ​ເທື່ອ​ທຳ​ອິດ​ ກ່ຽວ​ກັບ​ທັກ​ສະ​ທາງ​ດ້ານ​ຫຸ່ນ​ຍົນຂອງ​ນັກຮຽນ ລະຫວ່າງອາຍຸ 11-16 ປີ ໃນ​ບັນດາ​ປະເທດ​ອາຊີ ເຊິ່ງ​ຈັດ​ຂຶ້ນ​ໂດຍ Singapore Youth Ambassadors and the Null Space ເຊິ່ງ​ເປັນ​ສູນກາງ​ການ​ຮຽນ​ຮູ້​ກ່ຽວ​ກັບ​ຫຸ່ນ​ຍົນ ທີ່​ມີ​ຊື່​ສຽງ​ຂອງ​ປະເທດ​ສິງກະໂປ ຈຸດປະສົງ​ຫຼັກ​ຂອງ​ການ​ຈັດການແຂ່ງຂັນ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ສົ່ງເສີມ​ໃຫ້​ຄົນ​ຮຸ່ນ​ໜຸ່ມ​ທີ່​ມີ​ແນວ​ຄິດສ້າງສັນ ແລະ ຄິດ​ຄົ້ນ​ສິ່ງ​ປະດິດດ້ານ​ເຕັກ​ໂນ​ໂລ​ຊີ​ ເພື່ອ​ນຳ​ໃຊ້​ໃນການ​ແກ້​ໄຂ​ບັນຫາ​ທີ່​ທ້າ​ທາຍຂອງ​ໂລກ ເປັນຕົ້ນແມ່ນ​ ຄວາມແອ​ອັດ​ທີ່​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ​ຢູ່​ໃນ​ຕົວ​ເມືອງ ແລະ ສິ່ງ​ທີ່​ສຳຄັນທີ່​ສຸດ​ແມ່ນ​ ເປັນ​ການ​ສ້າງ​ແຮງ​ກະ​ຕຸ້ນ​ຄວາມ​ໝັ້ນ​ໃຈຄວາມ​ຢາກ​ຮູ້ຢາກ​ເຫັນ ແລະ ບໍ່​ຢ້ານ​ກົວ​ຕໍ່ຄວາມ​ຜິດພາດ ໂດຍ​ສະເພາະແມ່ນ ​ການ​ຮຽນ​ຮູ້​ກ່ຽວ​ກັບ​ສື່​ເອເລັກ​ໂຕຣ​ນິກ​ດ້ານ​ຫຸ່ນ​ຍົນ AMEC 2015 ເປັນ​ການ​ຈັດການ​ແຂ່ງຂັນ​ດ້ານ​ຫຸ່ນ​ຍົນ​ເປັນເທື່ອ​ທຳ​ອິດ ​ຂອງ​ນັກຮຽນ​ຈາກ​ບັນດາ​ປະເທດ​ອາຊີ​ທີ່​ຈັດ​ຂຶ້ນ​ທີ່​ປະເທດ​ສິງກະໂປ ໃຫ້​ກຽດ​ເຂົ້າ​ຮ່ວມໂດຍ​ທ່ານ ກຸງ​ຮັອກ​ຢຸນ ຜູ້​ຊ່ວຍ​ຜູ້ບໍລິຫານ​ສູນ IDA ທ່ານ ໂອ​ລີ​ເວີ ທຽນ ຈາກ​ສະມາຄົມ​ອຸດ​ສະຫະກຳ​ຫຸ່ນ​ຍົນ ປະເທດ​ສິງກະໂປ ແລະ ທ່ານ ມາ​ເຊ​ໂລ​ແອັງ ອາຈານ​ຈາກ​ມະຫາວິທະຍາໄລແຫ່ງ​ຊາດ ສິງກະໂປ.

ການ​ແຂ່ງຂັນ​ຈັດ​ຂຶ້ນ​ລະຫວ່າງວັນ​ທີ 25–26 ມິຖຸນາ 2015 ຜູ້ເຂົ້າ​ແຂ່ງຂັນ​ທຸກ​ຄົນ​ໄດ້​ເຂົ້າ​ຮ່ວມ Workshop ກ່ອນ​ທີ່​ຈະ​ເຂົ້າ​ແຂ່ງຂັນ​ຕົວ​ຈິງ​ໃນ​ມື້​ທີ 2 ມີ​ຜູ້​ເຂົ້າ​ຮ່ວມທັງ​ໝົດ 60 ຄົນ ຈາກ​ບັນດາ​ປະເທດ​ໃນ​ອາຊີ ໃນ​ນັ້ນ ມີ​ນັກຮຽນຈາກ​ໂຮງຮຽນ​ນາໆຊາດ​ສອງ​ພາສາ​ແສງ​ດາລາ ນະຄອນຫຼວງວຽງ​ຈັນ 26 ຄົນ ເຊິ່ງ​ເປັນ​ຕົວແທນ​ຈາກ​ປະເທດ​ລາວ​ເຂົ້າ​ຮ່ວມການ​ແຂ່ງຂັນ​ດັ່ງກ່າວ ຕົວ​ແທນຈາກ​ໂຮງຮຽນ​ແສງ​ດາລາ​ແມ່ນສາມາດ​ເຮັດ​ໄດ້​ດີ​ທີ່​ສຸດ​ໃນ​ປະເພດ Arduino Robotics ເຊິ່ງ​ນັກຮຽນ​ທັງ​ໝົດ​ແມ່ນ​ໄດ້​ນຳ​ໃຊ້​ວິທີການ​ຄົ້ນ​ຄິດ​ແກ້​ໄຂ​ບັນຫາ​ທີ່​ມີເຫດຜົນ ບວກ​ກັບ​ເທັກ​ນິກ​ດ້ານການ​ວິເຄາະ ແລະ ທັກ​ສະ​ທາງດ້ານ​ຄະນິດສາດ​ຫຸ່ນ​ຍົນ ແລະ ອີເລັກ​ໂຕຣ​ນິກ​ໃນ​ການ​ເຮັດ​ກິດ​ຈະກຳ​ໃນ​ຄັ້ງ​ນີ້.

ຜົນ​ການ​ແຂ່ງຂັນ​ນັກຮຽນຈາກ​ໂຮງຮຽນ​ແສງ​ດາລາ ສາມາດ​ຍາດ​ໄດ້​ລາງວັນ​ຊະນະ​ເລີດອັນ​ດັບ​ທີ 1 ແລະ ເປັນ​ແຊັມຂອງ​ການ​ແຂ່ງຂັນ AMEC ປະຈຳປີ 2015 ນອກຈາກ​ນີ້ ມີ​ອີກໜຶ່ງ​ຄະນະ​ຂອງ​ໂຮງຮຽນ​ແສງ​ດາລາ ຍັງ​ສາມາດ​ຍາດ​ໄດ້​ອັນ​ດັບ​ທີ 3 ອີກ​ດ້ວຍ ຈາກ​ຜົນງານ​ດັ່ງກ່າວ​ນີ້ ​ຜູ້​ບໍລິຫານ​ຂອງ​ໂຮງຮຽນນາໆຊາດ​ສອງ​ພາສາ​ແສງ​ດາລາ ຂໍ​ສະແດງ​ຄວາມ​ຂອບໃຈມາ​ຍັງ ຄູ-ອາຈານ ຜູ້ນຳ​ພາເຂົ້າຮ່ວມ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ໂດຍສະເພາະແມ່ນ ​ທ່ານ​ນາງ ຣິດ ເຊວ ທ່ານ ອາ​ແລນ ແລະ ຜູ້ຊ່ວຍ​ທ່ານ​ນາງ ວິໄລ​ສອນ ພ້ອມດຽວ​ກັນ​ນັ້ນ ຜູ້​ທີ່​ເຂົ້າ​ຮ່ວມ​ການແຂ່ງຂັນ AMEC 2015 ຍັງ​ໄດ້ເດີນທາງ​ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ທາງ​ວິທະຍາສາດ​ຂອງ​ປະເທດສິງກະໂປ ແລະ ຢູ​ນີ​ເວີ​ຊໍ​ສະຕູ​ດີໂອ ສິງກະໂປ ອີກ​ດ້ວຍ.

Vientiane students win the AMEC 2015 in Singapore

Smart students of the Sengdara International Bilingual School in Vientiane ranked in 1st place and were declared as the champions of the Asia Math Engineering Competition (AMEC) 2015, held in Singapore from June 25-26.

The winners are Mr Anousack Chong, Mr Vixay Souksomboun, Mr Phatthanxay Souksomboun and Mr Jeson Liu all of whom are lower secondary students.

The school's teacher told Vientiane Times yesterday that another group of students, Miss Marisa Sengdara, Miss Phiommasone Vongsaly, Mr Vithaya Philaphandeth and Mr Chen Ting, also took 3rd place in the competition, saying “Our students were awarded with medals and certificates of merit for their participation.”

The teacher said all the participants were given one day for a workshop before the competition on the second day. Out of the 60 Asian students who participated in the competition, 26 came from Sengdara International Bilingual School representing Laos.

The teacher explained that the students had to do their best in Arduino Robotics. All of them were given activities which motivated them to think, analyse and solve critical problems using skills in mathematics, robotics, and electronics, adding “our students were truly engaged at an international level in hands-on Arduino Robotics.”

“This was the first time that the school had sent students to sit for these exa ms and they came away as winners and third placers. We and their families are very proud of them,” the teacher said.

AMEC 2015's organiser Maximus Tjoa said that the students from Laos were capable of making each assigned robotic device functional.

AMEC 2015 participants, including the students from Sengdara International Bilingual School, also visited the Singapore Science Museum and Universal Studios as highlights of the trip.

Asia Math Engineering Competition (AMEC) 2015 is the first competition on robotics skills for 11 to 16 year old students in Asia which is currently organised by the Singapore Youth Ambassadors and Null Space, a well-known centre of robotics learning in Singapore.

T he main objectives of the competition are to urge youths to capitalise on their creativity, idealism and passion to come up with technological solutions to global challenges such as urban density and ageing populations, and most importantly to let the youths gain courage, confidence and curiosity in order to try to not be afraid of failing, especially in the fields of electronics and robotics.

AMEC 201 5 is a first-time robotics competition for Asian youth always held in Singapore and graced with the presence of high ranking representatives.

By Times Reporters 
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ເກັ່ງຫຼາຍ! ອ້າຍຂໍຕົບມືຊົມເຊີຍ!

    ReplyDelete