10 ແບຣນມູນຄ່າສູງສຸດໃນໂລກ ຈາກການຈັດອັນດັບຂອງ Best Global Brands


ອັນດັບ 1. ແອບເປີ້ນ ມູນຄ່າ 118,863 ລ້ານດອນລາລ໌ ແອບເປີ້ນຄອງແຊມແບຣນທີ່ມີຄ່າຫລາຍທີ່ສຸດໃນໂລກ ເຊີ່ງການເປີດຕົວ Apple Play, ແອບເປີ້ນວອດຊ໌, ໄອໂຟນໃໝ່ 2 ລຸ້ນ ແລະຊອບແວລ໌ຢ່າງ CarPlay ກັບ HomeKit ເມື່ອໄວໆນີ້ ຍິ່ງເຮັດໃຫ້ແບຣນດ໌ແອບເປີ້ນມີມູນຄ່າເພີ່ມຂຶ້ນເຖິງ 21% ເມື່ອທຽບກັບປີກ່ອນ

ອັນດັບ 2. ກູເກີນ ມູນຄ່າ 107,439 ລ້ານດອນລາລ໌ ກູເກີນລັ້ງອັນດັບສອງ ດ້ວຍແບຣນທີ່ມີມູນຄ່າຫລາຍກວ່າ 100,000 ລ້ານດອນລາລ໌ ນັບວ່າເພີ່ມຂຶ້ນເຖິງ 15%

ອັນດັບ 3. ໂຄຄາ-ໂຄລາ ມູນຄ່າ 81,563 ລ້ານດອນລາລ໌ ມູນຄ່າແບຣນຂອງໂຄຄາ-ໂຄລາເພີ່ມຂຶ້ນ 3% ຈົນຍັບຂຶ້ນມາຢູ່ອັນດັບ 3

ອັນດັບ 4. ໄອບີເອັມ ມູນຄ່າ 72,244 ລ້ານດອນລາລ໌ ແບຣນທີ່ລັ້ງອັນດັບ 4 ຄືໄອບີເອັມ ເຊີ່ງຜະລິດແລະຈຳໜ່າຍຮາດແວລ໌ລວມເຖິງຊອບແວລ໌ຄອມພິວເຕີ ທັງຍັງມີບໍລິການໂຄງສ້າງພື້ນຖານ ຄອມພິວເຕີແມ່ຂ່າຍ ແລະບໍລິການໃຫ້ຄຳປຶກສາຫລາກຫລາຍດ້ານ ຕັ້ງແຕ່ເມນເຟຣມຄອມພິວເຕີໄປຈົນເຖິງນາໂນເທກໂນໂລຍີ

ອັນດັບ 5. ໄມໂຄຊອບ ມູນຄ່າ 61,154 ລ້ານດອນລາລ໌ ໄມໂຄຊອບຮັກສາຕຳແໜ່ງໃນລຳດັບທີ່ 5 ໄວ້ໄດ້ຢ່າງໜຽວແໜ້ນ ດ້ວຍມູນຄ່າທີ່ເພີ່ມຂຶ້ນ 3%

ອັນດັບ 6. ເຈເນີລັນ ອິນ້ອຍຊິກ ມູນຄ່າ 45,480 ລ້ານດອນລາລ໌ ບໍລິສັດເຈເນີລັນ ອິນ້ອຍຊິກ ເຮັດທຸລະກິດຫລາກຫລາຍສາຂາ ຕັ້ງແຕ່ພະລັງງານ ໂຄງສ້າງພື້ນຖານຂອງເທກໂນໂລຍີ ໃຫ້ບໍລິການສິນເຊື່ອ ສິນຄ້າອຸປະໂພກ ແລະສິນຄ້າໃນພາກອຸດສາຫະກຳ

ອັນດັບ 7. ຊຳຊຸງ ມູນຄ່າ 45,462 ລ້ານດອນລາລ໌ ດ້ວຍສິນຄ້າອຸບປະໂພກບໍລິໂພກທີ່ຫລາກຫລາຍ ບໍ່ວ່າຈະເປັນໂທລະທັດ ສະມາດໂຟນ ເຄື່ອງໃຊ້ໃນເຮືອນ ໂນດບຸກ ກ້ອງ ແລະອື່ນໆ ອີກຫລວງຫລາຍ ເຮັດໃຫ້ຊຳຊຸງຢູ່ອັນດັບທີ່ 7 ດ້ວຍມູນຄ່າທີ່ເພີມຂຶ້ນ 15%

ອັນດັບ 8. ໂຕໂຍຕ້າ ມູນຄ່າ 42,392 ລ້ານດອນລາລ໌ ໂຕໂຍຕ້າເປັນແບຣນລົດທີ່ມີມູນຄ່າສູງສຸດໃນການຈັດອັນດັບເທື່ອນີ້ ແລະມີມູນຄ່າເພີ່ມຂຶ້ນຈາກປີກ່ອນ 20%

ອັນດັບ 9. ແມກໂດນັດ ມູນຄ່າ 42,254 ລ້ານດອນລາລ໌ ແບຣນດ໌ທີ່ລັ້ງອັນດັບ 9 ຄືແມກໂດນັດ ເຊີ່ງເປັນຮ້ານອາຫານຟາດຟູດປະເພດແຮມເບີເກີທີ່ມີສາຂາຫລາຍທີ່ສຸດ ໃຫ້ບໍລິການລູກຄ້າປະມານມື້ລະ 68 ລ້ານຄົນ ໃນ 119 ປະເທດ



ອັນດັບ 10. ເມີລ໌ເຊເດດ-ເບນຊ໌ ມູນຄ່າ 34,338 ລ້ານດອນລາລ໌ ເມີລ໌ເຊເດດ-ເບນຊ໌ ເປັນຜູ້ຜະລິດລົດຍົນສັນຊາດເຍີລະມັນ ສາມາດຮັກສາຊື່ສຽງໄວ້ໄດ້ຢ່າງດີໃນເລື່ອງຄຸນນະພາບແລະຄວາມທົນທານ ມູນຄ່າຂອງເມີລ໌ເຊເດດ-ເບນຊ໌ປ່ຽນແປງໄປ 8% ເຮັດໃຫ້ຢູ່ລຳດັບ 10







Share on Google Plus

About Unknown

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ຢາກໃຫ້ບອກທີ່ມາ, ໃສ່ໂລໂກ້ ແລະຕິດລີ້ງເວັບ ເຈົ້າຂອງບົດນຳເດີ ຂອບໃຈຫຼາຍໆ

    ຕົວຢ່າງ: http://www.lak.la/news/%E0%BB%80%E0%BA%81%E0%BA%B5%E0%BA%94%E0%BB%80%E0%BA%AB%E0%BA%94%E0%BB%80%E0%BA%AE%E0%BA%B7%E0%BA%AD%E0%BA%9A%E0%BA%B4%E0%BA%99%E0%BA%95%E0%BA%BB%E0%BA%81%E0%BA%97%E0%BA%B5%E0%BB%88%E0%BA%A2%E0%BA%B5%E0%BB%88%E0%BA%9B%E0%BA%B8%E0%BB%88%E0%BA%99-vn-1354-171.html

    ReplyDelete