ມະຫາວິທະຍາໄລ ນາໂກຢາ ມີແຜນຈະເປີດ ສອນປະລິນຍາເອກ ລະບົບທາງໄກ ໃນລາວ



ຂປລ. ຕາມ​ຂໍ້​ມູນ​ຈາກ ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໃຫ້​ຮູ້​ວ່າ: ສະຖາບັນການສຶກສາ ປະລິນຍາເອກ ລະບົບ ທາງໄກ ມະຫາວິທະຍາໄລນາໂກຢາ ປະເທດຍີ່ປຸ່ນ ມີ​ແຜນ​ຈະ​ເປີດ ການຮຽນ-ການສອນ ປະລິນຍາເອກ ລະບົບທາງໄກ ຢູ່ ສປປ ລາວ ໃນເດືອນຕຸລາ 2015 ນີ້ ​ເຊິ່ງຂໍ້​ມູນ​ດັ່ງກ່າວ​ ໄດ້​ຮັບ​ການ​ເປີດ​ເຜີຍ ​ໃນ​ໂອກາດ​ທີ່ ທ່ານ ສຈ. ອີໂສດາ ຟູມີໂອ ຫົວໜ້າສະຖາບັນ ການສຶກສາປະລິນຍາເອກ ລະບົບທາງໄກ ມະຫາວິທະຍາໄລ ນາໂກຢາ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມ ພົບປະກັບທ່ານ ຮສ. ດຣ ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ​ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອອະທິບາຍຈຸດປະສົງ ໂຄງການຂໍຄວາມຮ່ວມມື ຈາກບັນດາອົງການທີ່ກ່ຽວຂ້ອງຂອງ ສປປ ລາວ.

ທ່ານ ສຈ. ອີໂສດາ ​ໄດ້​ໃຫ້​ຮູ້​ວ່າ: ​ໃນ​ປີ 2014 ຜ່ານ​ມາ ມະຫາວິທະຍາ​ໄລ​ດັ່ງກ່າວ ໄດ້ຈັດຕັ້ງການສຶກສາ ປະລິນຍາເອກ ລະບົບທາງໄກ ຢູ່ບັນດາປະເທດ ໃນຂົງເຂດອາ​ຊີ ​ເປັນ​ຕົ້ນ​ແມ່ນ ປະ​ເທດ​ມົງ​ໂກນ, ສສ ຫວຽດນາມ ​ແລະ ກຳປູ​ເຈຍ ​ໂດຍ​ມີ​ຈຸດປະສົງ​ ເພື່ອໃຫ້ພະນັກງານໄວໜຸ່ມ ທີ່ຈະເປັນພະນັກງານຫລັກ​ແຫ​ລ່ງ ໃນອົງການລັດ ຂອງແຕ່ລະປະເທດ ໄດ້ມີໂອກາດທີ່ຈະຍົກລະດັບ ການສຶກສາລະດັບປະລິນຍາເອກ ແນໃສ່ປະກອບສ່ວນ ໃນການພັດທະນາຊັບ ພະຍາກອນມະນຸດ ຂອງບັນດາປະເທດ ໃນຂົງເຂດອາຊີ ​ແລະ ​ໃນ​ປີ 2015 ນີ້, ຄະນະແພດສາດ, ຄະນະສິ່ງແວດລ້ອມ ແລະ ຄະນະນິຕິສາດ ມະຫາວິທະຍາໄລດັ່ງກ່າວ ​ຈະ​ຮັບ​ເອົາ​ນັກ​ສຶກສາ​ຮຸ່ນ​ທຳ​ອິດ.


ທ່ານ ຮສ.ດຣ ກອງສີ ແສງມະນີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ທາງມະຫາວິທະໄລນາໂກຢາ ພ້ອມດ້ວຍຄະນະ ທີ່ຍາມໃດກໍໃຫ້ຄວາມສຳຄັນ ແລະ ໃຫ້ການຮ່ວມມື ໃນການປະກອບສ່ວນພັດທະນາ ຊັບພະຍາກອນ ມະນຸດຂອງລາວ ໃຫ້ມີຄຸນະພາບດີຂຶ້ນ ເປັນກ້າວໆມາ  ແລະ ເຊື້ອໝັ້ນວ່າ ໃນຕໍ່ໜ້າທາງມະຫາວິທະຍາໄລດັ່ງກ່າວ ຈະສືບຕໍ່ປະຕິບັດ ວຽກງານຂະແໜງການສຶກສາ ເປັນຕົ້ນ ແມ່ນການສ້າງສາ ພັດທະນາດ້ານກົດໝາຍ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ເພື່ອໃຫ້ນັກສຶກສາທີ່ຈະຈົບອອກມາ ໃນດ້ານດັ່ງກ່າວ ສາມາດປະກອບສ່ວນເຂົ້າ ໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment