ເຕືອນໄພ ຜັກ 5 ຊະນິດ ທີ່ບໍ່ຄວນກິນດິບ...ສ່ຽງຕໍ່ສຸຂະພາບ ອາດເຖິງເສຍຊີວິດ !!!

ຜັກ ແມ່ນອາຫານ ທີ່ມີປະໂຫຍດ ຢ່າງຫຼວງຫຼາຍ ໃຫ້ກັບມະນຸດເຮົາ ໃນການນໍາມາໃຊ້ແຕ່ງຢູ່ຄົວກິນ ເພາະໃນຜັກ ມີສານອາຫານ, ໄຍອາຫານ ແລະ ວິຕາມິນອີກຫຼາຍຫຼາຍ ທີ່ເປັນປະໂຫຍດຕໍ່ກັບຮ່າງກາຍຂອງຄົນເຮົາ. ແຕ່ທ່ານຮູ້ຫຼືບໍ່ວ່າ ຜັກ 5 ຊະນິດ ທີ່ກໍາລັງຈະກ່າວເຖິງຕໍ່ໄປນີ້ ຖ້າກິນແບບດິບໆ ຈະມີຄວາມສ່ຽງໃນການເກີດອັນຕະລາຍ ທີ່ພວກເຮົາ ອາດຈະບໍ່ຄາດຄິດມາກ່ອນ ຊຶ່ງເປັນຜັກທີ່ພວກເຮົາພົບເຫັນປະຈໍາ ແລະ ມັກໃຊ້ເຂົ້າໃນການປຸງແຕ່ງອາຫານ. ມາເບິ່ງກັນເລີຍວ່າ ມີຜັກພວກໃດແດ່ ທີ່ພວກເຮົາ ຄວນຫຼີກລ້ຽງການຮັບປະທານ ແບບດິບໆ.

1. ຜັກຂົມ




ໃບຜັກຂົມດິບໆ ພວກເຮົາຄວນຫຼີກລ້ຽງໃນການຮັບປະທານ ເພາະວ່າຫຍັງ ? ກໍ່ເພາະວ່າ ໃນຜັກດິບ ມັນຈະມີສານພວກທີ່ເປັນກົດ ອອກຊາລິກ (Oxalic Acid) ຊຶ່ງມີປະລິມານຫຼາຍ ທີ່ສາມາດຂັດຂວາງການດູດຊຶມຂອງທາດເຫຼັກ ຂອງຮ່າງກາຍເຮົານັ້ນເອງ. 

2. ໜໍ່ໄມ້


ທ່ານຮູ້ບໍ່ວ່າ ໜໍໄມ້ດິບ ມີສານ ທີ່ສາມາດປ່ຽນໄປເປັນສານ ໄຊຍາໄນທ (Cyanide) ທີ່ເປັນຜິດໄດ້ ຈຶ່ງມີຄວາມຈໍາເປັນ ຕ້ອງນໍາໄປຕົ້ມກ່ອນປະມານ 10 ນາທີ ຈຶ່ງປອດໄພ ໂດຍສານໄຊຍາໄນທ ແມ່ນຂຶ້ນກັບປະເພດສາຍພັນຂອງໜໍໄມ້ ແລະ ສະພາບການປູກ, ການບັນຈະເພື່ອກະກຽມ ໃຫ້ແກ່ການຂາຍ. ໃນກໍລະນີ ໜໍໄມ້ ທີ່ບັນຈະປິບ ຕ້ອງຕົ້ມຂ້າເຊື້ອກ່ອນປິດປິບ ກໍ່ສາມາດເຮັດໃຫ້ສານນີ້ ຫຼຸດໜ້ອຍລົງ. ໂດຍປົກກະຕິ ພວກເຮົາ ກໍ່ມັກລວກໜໍໄມ້ກິນ ດ່ັ່ງນັ້ນ ຈຶ່ງແນະນໍາ ໃຫ້ທຸກໆທ່ານ ລອງຕົ້ມໜໍໄມ້ ໂດຍໃຊ້ເວລາໃຫ້ຫຼາຍຂຶ້ນ. 

3. ໝາກຖົ່ວຍາວ


ໝາກຖົ່ວຍາວດິບ ຈະບັນຈຸມີສານ ທີ່ກໍ່ໃຫ້ເກີດແກ໊ສໃນທ້ອງໄດ້ງ່າຍ ໂດຍສະເພາະແມ່ນແກ໊ສ ຄາບອນໄດອອກໄຊທ ຊຶ່ງຈະສ້າງປັນຫາ ໃຫ້ກັບຜູ້ສູງອາຍະ ແລະ ຜູ້ທີ່ມີປັນຫາ ເລື້ອງການຍ່ອຍອາຫານ. ນອກຈາກນັ້ນ, ໝາກຖົ່ວຍາວ ຍັງເປັນຜັກ ທີ່ສາມາດດັກເກັບສານຜິດໄວ້ໄດ້ຫຼາຍ ຊຶ່ງສັງເກດໄດ້ທີ່ຜິວ ດ້ານນອກຂອງໜາກຖົ່ວຍາວ ຈະມີລັກສະນະ ເປັນກະຕູດກະຕີດ ແລະ ເປັນຮ່ອງ ຊຶ່ງມັນສາມາດ ກາຍເປັນບ່ອນເກັບສະສົມ ຂອງສານຜິດໄດ້ເປັນຢ່າງດີ. ການກິນໝາກຖົວຍາວດິບ ຈຶ່ງອາດຈະໄດ້ຮັບບັນດາສານຜິດເຫຼົ່ານີ້ໂດຍກົງ. 

4. ໝາກຖົ່ວງອກ

ໃນບັນດາຜັກສົດບາງຊະນິດ ຈະມັກພົບເຫັນສານຜິດ ທີ່ມັກເກີດຂຶ້ນເອງຕາມທໍາມະຊາດ ໂດຍສະເພາະ ສານທີ່ມີຊືື່ວ່າ ໄຟເຕດ (Phytate) ຊຶ່ງຈະມີຫຼາຍໃນຜັກຕະກູນຖົ່ວ ເຊັ່ນ ຖົ່ວເຫຼືອງ, ຖົວຂຽວ, ແລະ ເມັດງາ. ໃນຖົວງອກດິບໆ ມັກຈະມີສານພວກໄຟເຕດຫຼາຍ ຊຶ່ງເມື່ອກິນເຂົ້າໄປ ຈະໄປຈັບກັບແຮ່ທາດບາງຊະນິດ ເຮັດໃຫ້ຮ່າງກາຍ ບໍ່ສາມາດດູດຊືມເອົາ ແຮ່ທາດ ເຊັ່ນ ທາດເຫຼັກ ເຂົ້າໄປໃນຮ່າງກາຍໄດ້ ແລະ ເຮັດໃຫ້ຮ່າງກາຍ ຂາດແຮ່ທາດ. ສານຜິດຕ່າງໆນີ້ ສາມາດເຮັດໃຫ້ໜ້ອຍລົງໄດ້ ດ້ວຍການນໍາໄປຕົ້ມນໍ້າເສຍກ່ອນ ຈະເຮັດໃຫ້ສານໄຟເຕດ ຄອຍໆ ສະລາຍໄປ ຫຼື ມີປະລິມານໜ້ອຍລົງ. ການກິນຖົ່ວງອກດິບ ໃນປະລິມານທີ່ຫຼາຍ ຈະກໍ່ໃຫ້ເກີດການຂັດຂວາງການດູດຊຶມ ແຮ່ທາດຕ່າງໆ ເຂົ້າໃນຮ່າງກາຍ  ແຕ່ຖ້າຮັບປະທານ ໃນປະລິມານທີ່ເໜາະສົມ ກໍ່ບໍ່ສາມາດ ກໍ່ໃຫ້ເກີດປັນຫາໄດ້. 

5. ຜັກກະຫລໍ່າປີ


ໃນຜັກກະຫຼໍ່າ ຈະມີສານຜິດ ທີ່ເອີ້ນວ່າ ກອຍໂຕຣເຈນ (Goibrogen) ຊຶ່ງເປັນສານທີ່ຈະໄປຂັດຂວາງຕອມໄທຣອຍ (Thyloid) ບໍ່ໃຫ້ຈັບກັບ ໄອໂອດີນ (Iodine) ເພື່ອສ້າງເປັນ ຣໍໂມນ ໄທຣອກຊິນ (Thyroscine) ໄດ້ ໂດຍຜົນທີ່ຕາມມາກໍ່ແມ່ນ ການກໍ່ໃຫ້ເກີດເປັນໂລກ ຄໍໜຽງ. ບັນດາສານຜິດທີ່ກ່າວມານີ້ ສາມາດທໍາລາຍ ຫຼື ເຮັດໃຫ້ຫຼຸດໜ້ອຍຖອຍລົງໄດ້ ໂດຍການຕົ້ມ ແລະ ເຮັດໃຫ້ສຸກເສຍກ່ອນ. 
ຂໍ້ມູນຈາກ tnews

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ຖ້າ​ວ່າ​ແປ​ມາ​ຈາກ​ພາ​ສາ​ໄທ ຜັກ​ຂົມ​ຫັ້ນ ບ້ານ​ເຮົາ​ເອີ້ນ​ຜັກ​ຫົມ​

    ReplyDelete