ການາດາ ຊ່ວຍເຫຼືອລາວ 103,000 ໂດລ້າການາດາ ເພື່ອຕອບໂຕ້ COVID-19


ຫ້ອງການສະຖານທູດການາດາ ປະຈໍາ ສປປ ລາວ ແຈ້ງໃຫ້ຊາບວ່າ ລັດຖະບານຂອງປະເທດ ການາດາ ຕົກລົງເຫັນດີ ໃຫ້ການສະໜັບສະໜູນ ສະຖາບັນ ປາດສເຕີ ຢູ່ ສປປ ລາວ ເປັນຈໍານວນເງິນ 103,000 ໂດລ້າການາດາ ເພື່ອນໍາໃຊ້ເຂົ້າໃນການສ້າງຄວາມອາດສາມາດ ໃຫ້ ສປປ ລາວ ໃນການຕອບໂຕ້ ການແຜ່ລະບາດ ຂອງພະຍາດ ອັກເສບປອດ COVID-19. ການຊ່ວຍເຫຼືອຂອງ ລັດຖະບານການາດາ ໃນເທື່ອນີ້ ຈະເປັນການປະກອບສ່ວນເຂົ້າໃນການຈັດຊື້ ອຸປະກອນ ປ້ອງກັນສ່ວນບຸກຄົນ, ເຄື່ອງໃຊ້ສອຍໃນການ ກວດສອບຫາເຊື້ອໄວຣັສ, ແລະ ອຸປະກອນຂອງຫ້ອງທົດລອງຕ່າງໆ ທີ່ຈໍາເປັນ ໃຫ້ ສະຖາບັນ ປາສເຕີ ຢູ່ ສປປ ລາວ

ການຊ່ວຍເຫຼືອດັ່ງກ່າວ ຖືເປັນ ການປະກອບສ່ວນ ເຂົ້າໃນການເປັນຄູ່ຮ່ວມມື ກັບ ສປປ ລາວ ແລະບັນດາຊາດໃນ ອາຊຽນ ມາຕັ້ງແຕ່ປີ 2013 ເພື່ອສ້າງຄວາມສາມາດ ໃນການປ້ອງກັນ , ກວດສອບ ແລະ ຕອບໂຕ້ ຕໍ່ທຸກໆ ໄພຂົ່ມຄູ່ທາງດ້ານ ຊີວະວິທະຍາ ທີ່ອາດເກີດຂຶ້ນ ຕາມທໍາມະຊາດ, ຈາກອຸບັດຕິເຫດ ຫຼື ໂດຍການຕັ້ງໃຈ ເຮັດໃຫ້ເກີດຂຶ້ນ ໂດຍລວມມີ ການໃຫ້ການຊ່ວຍເຫຼືອ ພັດທະນາ ລະບົບການເຕືອນໄພລ່ວງໜ້າ ແບບ BlueDot Global Early Warning System ແລະ ສູນດໍາເນີນການ ເຫດສຸກເສີນ ຂອງອາຊຽນ. ງົບປະມານການຊ່ວຍເຫຼືອ ໃຫ້ສະຖາບັນ ປາສເຕີ ດັ່ງກ່າວ ແມ່ນຈະໃຫ້ຜ່ານ ໂຄງການ ຫຼຸດຜ່ອນໄພຂົ່ມຂູ່ ທາງອາວຸດ ຂອງ ການາດາ. 

The Office of the Embassy of Canada in Laos is pleased to announce that the Canadian government will provide C$103,000 to the Institut Pasteur du Laos (IPL) to strengthen Lao PDR’s capabilities to respond to the Novel Coronavirus outbreak. Canada’s contribution will enable IPL to purchase personal protective equipment, testing kits, and critical laboratory equipment and supplies. 

This contribution builds on Canada’s strong partnership with Laos and other ASEAN Member States since 2013 to enhance the region’s capacity to prevent, detect, and respond to all types of biological threats—be they natural, accidental, or deliberate. This includes helping develop the BlueDot Global Early Warning System and ASEAN Emergency Operations Centre Network. Funding for IPL will be provided through Canada’s Weapons Threat Reduction Program.

Source: Canada in Laos
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ຂ່າວປອມຕີ້ນິບໍ່ເຫັນຊິມີຫລັກຖານມາຢືນຢັນບໍ່ແຕ່ຄຳເວົ້າຝາກແອັດມິນເດີ້ວ່າຖ້າບໍ່ມີຫລັກຖານບໍ່ຄວນທີ່ຈະຂຽນຂ່າວໃຫ້ປະຊາຊົນຕົກໃຈສາເຊົາໆ

    ReplyDelete