ລາຍລະອຽດໂຄງການຊາວໜຸ່ມເດີນທະເລອາຊຽນຍີ່ປຸ່ນ 2020 ອອກມາແລ້ວ


ສໍານັກງານນາຍົກລັດຖະມົນຕີ (Cabinet Office) ຂອງປະເທດຍີ່ປຸ່ນ ໄດ້ ນໍາສະເໜີ ລາຍລະອຽດ ແຜນການດໍາເນີນ ໂຄງການຊາວໜຸ່ມ ເດີນທະເລ ອາຊຽນຍີ່ປຸ່ນ (The 47th Ship for Southeast Asian and Japanese Youth Program, SSEYAP ) ໂດຍໃນປີ 2020 ນີ້ ຈະມີຊາວໜຸ່ມ ຈາກ 10 ປະເທດອາຊຽນ (ສປປ ລາວ, ຫວຽດນາມ, ກໍາປູເຈຍ, ມຽນມາ, ໄທ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ບຣູໄນ, ຟິລິປິນ) ແລະ ຊາວໜຸ່ມ ຈາກປະເທດຍີ່ປຸ່ນ  ເຂົ້າຮ່ວມໂຄງການ ລວມທັງໝົດ 280 ຄົນ,  ໂດຍແບ່ງເປັນ ສອງໄລຍະຄື:

29/10 - 05/11 2020 ແມ່ນເຮັດກິດຈະກໍາ ຢູ່ປະເທດຍີ່ປຸ່ນ (8 ມື້)
06/11 - 17/12 2020 ແມ່ນອອກເດີນເຮືອ ຢ້ຽມຢາມປະເທດ ອາຊຽນ (42 ມື້)

ໃນປີ 2020, ແຜນການເດີນເຮືອ ນິບປອນມາຣູ ແມ່ນຈະອອກເດີນທາງ ຈາກປະເທດຍີ່ປຸ່ນ ເພື່ອໄປຢ້ຽມຢາມ 4 ປະເທດ ປະກອບມີ: 

  • ມາເລເຊຍ (Malaysia)
  • ຟິລິປິນ (The Philippines)
  • ອິນໂດເນເຊຍ (Indonesia) 
  • ຫວຽດນາມ (Vietnam). 
ຕະຫຼອດໄລຍະເວລາ 50 ວັນ, ຊາວໜຸ່ມທີ່ເຂົ້າຮ່ວມຈະໄດ້ຮຽນຮູ້ ແລກປ່ຽນ ສົນທະນາ ແລະ ຮ່ວມເຮັດກິດຈະກໍາຫຼາຍຢ່າງ ເທິງເຮືອນິປອນ ມາຣູ ແລະ ປະເທດ ທີ່ໄປຢ້ຽມຢາມ. ຄ່າໃຊ້ຈ່າຍ ໃນການເຂົ້າຮ່ວມກິດຈະກໍາ ໃນ 50 ວັນ ແມ່ນລັດຖະບານຍີ່ປຸ່ນ ເປັນຜູ້ຮັບຜິດຊອບທັງໝົດ.​ 

ສໍາຫຼັບ ສປປ ລາວ, ການຮັບສະໝັກຄັດເລືອກ ຊາວໜຸ່ມ ເຂົ້າຮ່ວມໂຄງການ ແມ່ນຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ກົມພົວພັນຕ່າງປະເທດ. ການເປີດຮັບສະໝັກ ຄັດເລືອກໃນແຕ່ລະປີ ແມ່ນຈະຢູ່ໃນໄລຍະເດືອນເມສາ ຫາເດືອນພຶດສະພາ.

ລາຍລະອຽດ ແລະ ວິທີການສະໝັກ ທາງ FM 90 Lao Youth Radio ຈະໄດ້ນໍາມາສະເໜີ ໃນຕອນຕໍ່ໄປ.


FM 90 Lao Youth Radio

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ສະມັດໄດ້ທີໃດ.ຄືບໍ່ມີລີ້ງສະຫນັກ

    ReplyDelete