ສູນກາງຊາວໜຸ່ມ ເລີ່ມກໍ່ສ້າງ ສະຖານີວິທະຍຸ ສິນໄຊຍຸກໃໝ່



ຂປລ. ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ເປີດໂຄງການກໍ່ສ້າງ ສະຖານີວິທະຍຸກະຈາຍ ສຽງຊາວໜຸ່ມລາວ ສິນໄຊຍຸກໃໝ່ ລະບົບ FM 99,1 ເມກາເຮີດ ໃນວັນທີ 25 ມີນາ 2015 ນີ້ ຢູ່ສູນກາງ ຊປປລ ໂດຍມີ ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ດຣ. ຄໍາຜາ ພິມມະສອນ ຮອງເລຂາຄະນະ ບໍລິຫານງານສູນກາງ ຊປປລ ມີຜູ້ຕາງໜ້າສູນກາງ ແນວລາວສ້າງຊາດ ແລະ ສະມາຊິກຊາວໜຸ່ມ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດຣ. ຄໍາຜາ ພິມມະສອນ ໄດ້ກ່າວວ່າ: ການສ້າງຕັ້ງ ສະຖານີວິທະຍຸແຫ່ງນີ້ ແມ່ນວຽກງານໜຶ່ງ ທີ່ມີຄວາມສໍາຄັນ ແລະ ຈໍາເປັນໃນການ ປະກອບສ່ວນ ເຂົ້າໃນການ ພັດທະນາ ວຽກງານສື່ມວນຊົນ ເວົ້າລວມ, ເວົ້າສະເພາະ, ແມ່ນການພັດທະນາ ວຽກງານຊາວໜຸ່ມ ໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວ ຢ່າງກ້ວາງຂວາງ. ສະຖານີວິທະຍຸກະຈາຍສຽງຊາວໜຸ່ມ ລາວສິນໄຊຍຸກໃໝ່ ຈະເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເປັນບ່ອນສຶກສາອົບຮົມການເມືອງແນວຄິດ, ເປັນບ່ອນປຸກລະດົມ ຊຸກຍູ້ຂະບວນ ການຊາວໜຸ່ມ-ເຍົາວະຊົນ, ເປັນບ່ອນສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທີງ ທັງເປັນເວທີສົ່ງເສີມຄວາມຮູ້ ຄວາມສາມາດ ຫົວຄິດປະດິດສ້າງ ແລະ ພອນສະຫວັນ ຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ.
ໂຄງການກໍ່ສ້າງສະຖານີ ວິທະຍຸກະຈາຍສຽງ ຊາວໜຸ່ມລາວ ສິນໄຊຍຸກໃໝ່ ເປັນລະບົບ FM ທີ່ມີກໍາລັງສົ່ງ 2,5 ກິໂລວັດ, ສາມາດກະຈາຍສຽງ ໄປໄດ້ກວ້າງໄກໃນໄລຍະ 100-150 ກິໂລແມັດ, ຫລັກເສົາຂອງສະຖານີ ແມ່ນມີຄວາມສູງ 35 ແມັດ, ອຸປະກອນເຄື່ອງສົ່ງຂອງສະຖານີແມ່ນໄດ້ມາດຖານສາກົນ ແລະ ນໍາເຂົ້າມາແຕ່ປະເທດ ອີຕາລີ, ຫ້ອງສົ່ງສະຖານີປະກອບມີ: ຫ້ອງອອກອາກາດ, ຫ້ອງບັນທຶກສຽງ, ຫ້ອງກະກຽມຂໍ້ມູນ ແລະ ຫ້ອງການຕະຫລາດ ເຊິ່ງສະຖານີດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງເດືອນກຸມພາ 2015 ຄາດວ່າຈະໃຫ້ສໍາເລັດ ແລະ ທົດລອງອອກອາ ກາ ດພາຍໃນກາງເດືອນເມສາ 2015 ນີ້
ຂ່າວຈາກໜັງສືພິມ ຂ່າວສານປະເທດລາວ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment