ສາວງາມ ນະຄອນຫລວງວຽງຈັນ ກຽມເຂົ້າຮ່ວມ ຂະບວນແຫ່ ວັນສັງຂານ


ຂປລ. ນາງ ມີນາ ອ່ອນສີພັນລາ ໝາຍ​ເລກ M 8 ອາຍຸ 21 ປີ ຕົວ​ແທນ​ຈາກ​ເມືອງ ​ສີ​ໂຄດ​ຕະບອງ, ​ສາມາດຕອບ​ຄຳ​ຖາມ​ ໄດ້​​ຖືກ​ໃຈ​ຜູ້​ຊົມ ​ແລະ ຄະນະ​ກຳມະການ ຈຶ່ງ​ຄວ້າ​ມຸງກຸດ ນາງສາວງາມ ນະຄອນຫລວງວຽງຈັນ ປະຈໍາປີ 2015 ​​ ພ້ອມ​ກັບ​ລາງວັນ​ຂວັນ​ໃຈ ​ມະຫາຊົນ ແລະ ກຽມ​ເຂົ້າ​ຮ່ວມ ​ຂະ​ບວນ​ແຫ່​​ພະພຸດທະ​ຮູບ ​ໃນ​ວັນ​ສັງຂານ​ລ່ວງ ວັນ​ທີ 14 ​ເມສາ 2015 ນີ້.



ງານ​ປະ​ກວດ​ນາງ​ສາວ​ງາ​ມ ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ເຂົ້າ​ຮ່ວມ​ກິດຈະກຳ ​ສະຫລອງ​ບຸນປີ​ໃໝ່​ລາວ ພສ 2558 ຮອບ​ຊິງ​ຊະນະ​ເລີດ ໄດ້ຈັດຂຶ້ນໃນຕອນຄໍ່າ ວັນທີ 10 ເມສາ 2015 ທີ່ ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ​ໂດຍ ທ່ານນາງ ດຣ ສາຍໃຈ ໄຊຍະສອນ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມ​ດ້ວຍ​ມວນ​ຊົນ​ ຊາວ​ນະຄອນຫລວງ​ວຽງ​ຈັນ​ເຂົ້າ​ຮ່ວມ ​ໂດຍ​ມີ​ການຖ່າຍ​ທອດ​ສົດ ​ຜ່ານ​ທາງ​ໂທລະພາບ​ຊ່ອງ ​ເອັມວີ ລາວ ​ເຊິ່ງການ​ແຂ່ງຂັນ ບັນດາ​ສາວ​ງາມ 20 ນາງ​ຈາກ 108 ນາງ​ໃນ 9 ​ເມືອງ​ ຂອງ​ນະຄອນຫລວງ​ວຽງ​ຈັນ ທີ່​ຜ່ານ​ເຂົ້າ​ຮອບ​ຊິງ​ຊະນະ​ເລີດ​ນີ້ ຕ່າງ​ກໍ​ອອກ​ມາ​ອວດ​ຮູບ​ໂສມ, ກິລາ​ມາລະຍາດ​ ດ້ວຍ​ຊຸດ​​ແພ​ໄໝ​ລາວ​ປະຍຸກ, ຊຸດ​​ແພ​ໄໝ​ລາຕີ ​​ສ້າງ​ຄວາມ​ປະ​ທັບ​ໃຈ​ ໃຫ້​ມວນ​ຊົນ​ທີ່​ເຂົ້າ​ຮ່ວມ​ຊົມ.


ຜ່ານ​ການ​​ຕອບ​ຄຳ​ຖາມ ຮອບ​ສຸດ​ທ້າຍ​ທີ່​ມີ 7 ສາວ​ງາມ ​ປະກົດ​ວ່າ ນາງ ມີນາ ອ່ອນສີພັນລາ ບ້ານ ວັດໄຕໃຫຍ່ທ່າ ເມືອງ ສີໂຄດຕະບອງ  ໄດ້ຊະນະ​ເລີດ ​ຮັບເງິນລາງວັນ  15 ລ້ານກີບ ແລະ ມຸງກຸດມູນ​ຄ່າ 25 ລ້ານກີບ ພ້ອມສາຍສະພາຍ, ຮອງອັນດັບ 1 ແມ່ນ ນາງ ວິໄລສັກ ອຸ່ນນະລາດ M5 ບ້ານ ໂພນປາເປົ້າ ເມືອງສີສັດຕະນາກ ​ໄດ້​ຮັບເງິນລາງວັນ 8 ລ້ານກີບ ພ້ອມສາຍສະພາຍ, ຮອງອັນດັບ2 ນາງ ເນດນິດາ ພິລາເກດ M18 ບ້ານ ທົ່ງປົ່ງ ເມືອງສີໂຄດຕະບອງ ​ໄດ້​ຮັບ​ເງິນລາງວັນ 5 ລ້ານກີບ ພ້ອມສາຍສະພາຍ, ສ່ວນຮອງອັນດັບ3 ມີ 4 ນາງຄື: ນາງ ພັນນິພາ ສີພັນດອນ M1, ນາງ ຕາດໍາ ເຮືອງຄໍາດີ M3, ນາງ ສຸກສະຫວັນ ຫລວງລາດ M10ແລະ ນາງ ພູນຊັບ  ພົນໂຍທາ  M12 ​ໄດ້​ຮັບເງິນລາງວັນ ຜູ້ລະ 3 ລ້ານກີບ ພ້ອມສາຍສະພາຍ ເຊິ່ງທັງ 7 ນາງແມ່ນຈະໄດ້ເຂົ້າຮ່ວມ ກິດຈະກຳຕ່າງໆ ໃນບຸນປີໃໝ່ ລາວ ພສ 2558 ທີ່​ນະຄອນຫລວງ​ວຽງ​ຈັນ .

ນອກນີ້ ຍັງ​ມີ​ລາງວັນຂວັນໃຈມະຫາຊົນ ​​ໄດ້​ແກ່ ນາງ ມີນາ ອ່ອນສີພັນລາ M 8, ຂວັນໃຈຊ່າງພາບ ​ນາງ ເນດນິດາ ພິລາເກດ M18, ຂວັນໃຈມິດຕະພາບ ນາງ ຕາດໍາ ເຮືອງຄໍາດີ M3 ​ໄດ້​ຮັບເງິນລາງວັນໆລະ 2 ລ້ານກີບ./.


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment