ລາວ ກ້າວໄກ ມີແຜນຈະຂາຍໄຟຟ້າ ໃຫ້ສິງກະໂປ !



ຂປລ.​ ສປປ ລາວ ມີຄວາມອາດສາມາດ ທີ່ຈະຂາຍໄຟຟ້າ ໃຫ້ປະເທດສິງກະໂປ ໃນປະລິມານ 100 ​ເມກາວັດ ​​ເນື່ອງ​ຈາກ​ ​ປີ 2018 ການພັດທະນາພະລັງງານ ​ໄຟຟ້າໃນລາວ ​ຈະມີປະລິມານເພີ່ມຂຶ້ນຫລາຍ ​ແລະ ​ເຫລືອໃຊ້ພາຍໃນປະເທດ ​ເຊິ່ງປັດຈຸບັນແຜນ ການດັ່ງກ່າວ ພວມຢູ່ໃນຂັ້ນຕອນ ປຶກສາຫາລື​​​ດ້ານເຕັກນິກບັນດາຄ່າບໍລິການຄ່າພາສີ  ແລະ ລະບຽບການ ທີ່ຕິດພັນກັບສາຍສົ່ງໄຟຟ້າ ກໍຄື ​ແຜນການສົ່ງໄຟຟ້າຈາກ ສປປ ລາວ ​ໄປປະເທດ ສິງກະໂປໂດຍຈະນຳໃຊ້ສາຍສົ່ງໄຟຟ້າ ທີ່ມີຢູ່ແລ້ວຂອງທັງ 4 ປະເທດຄື ສປປ ລາວ, ​ໄທ, ມາ​ເລ​ເຊຍ ​ແລະ ສິງກະ​ໂປ, ລວມທັງການຮ່າງບົດບັນທຶກຄວາມເຂົ້າໃຈການຮ່ວມມື ​ເພື່ອເຊື່ອມໂຍງສາຍສົ່ງໄຟຟ້າແຮງສູງ ລະຫວ່າງ 4 ປະເທດ ໃຫ້ສຳເລັດ, ຄາດວ່າຈະໄດ້ຮັບການລົງນາມ ​ໃນວາລະກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 33 ທີ່ຈະຈັດຂຶ້ນໃນທ້າຍປີນີ້​ ຢູ່ປະເທດມາເລເຊຍ

ກອງ
ປະຊຸມ ຂອງຄະນະກຳມະການ ເຮັດວຽກດ້ານເຕັກນິກ ​ໂຄງການເຊື່ອມໂຍງ ສາຍສົ່ງໄຟຟ້າແຮງສູງ ລະຫວ່າງ ສປປ ລາວ-​ໄທ-ມາເລເຊຍ ​ແລະ ສິງກະໂປ ຄັ້ງທີ 2 ​ໄດ້ຈັດຂຶ້ນ ໃນວັນທີ 9 ​ເມສາ 2015  ທີ່ ນະຄອນຫລວງວຽງຈັນ, ​ເຊິ່ງທ່ານ ຄຳໂສ້ ກຸໂພຄຳ ຮອງຫົວໜ້າກົມນະໂຍບາຍ ​ແລະ ​ແຜນພະລັງງານ ປະທານກອງປະຊຸມ ​ໄດ້ຍົກໃຫ້ເຫັນສະພາບການຊື້-ຂາຍ ​ໄຟຟ້າ ລະຫວ່າງປະເທດລາວ ​ແລະ ສິງກະໂປ ​ແມ່ນມີຄວາມແຕກຕ່າງກັນ ຫາກສອງຝ່າຍຕົກລົງກັນໄດ້ ທີ່ຈະຂາຍໄຟຟ້າໃຫ້ສິງກະໂປ ຝ່າຍລາວກໍຕ້ອງຍອມຮັບ ບັນດາກົດລະບຽບ ​ແລະ ຂັ້ນຕອນຕ່າງໆຂອງ ​ສິງກະໂປ ​ເຊິ່ງຈະມີການສຶກສາຢ່າງລະອຽດຕື່ມອີກຢ່າງໃດກໍຕາມ ເພື່ອໃຫ້ການສົ່ງຂາຍໄຟຟ້າ ຂອງລາວເຂົ້າສູ່ລະບົບ ​ແລະ ສອດຄ່ອງກັບລະບຽບການ ຂອງສິງກະໂປ ຝ່າຍລາວຈະຕ້ອງໄດ້ກະກຽມ ຄວາມພ້ອມຫລາຍດ້ານ ລວມທັງດ້ານບຸກຄະລາກອນດ້ານລະບຽບການ ​ແລະ ອື່ນໆ ​ເພື່ອເຮັດໃຫ້ການຊື້-ຂາຍໄຟຟ້າ ​ໄດ້ຜົນປະໂຫຍດສູງມາສູ່ປະເທດຊາດ. ​ເຖິງການສະເໜີຂາຍໄຟຟ້າມີປະລິມານໜ້ອຍ ​ແຕ່ກໍເປັນພະລັງງານທີ່ສະອາດ ​ເປັນພະລັງງານທົດແທນດັ່ງນັ້ນຄິດວ່າຈະສາມາດເຂົ້າແຂ່ງຂັນ ​ໃນລະບົບຂອງສິງກະໂປໄດ້ທັງນີ້ຮອດປີ 2018 ການພັດທະນາພະລັງງານ ​ໄຟຟ້າໃນລາວ ກໍຈະ​ມີ​ປະລິມານ​ເພີ່ມ​ຂຶ້ນ​ຫລາຍ ​ແລະ ​ເຫລືອ​ໃຊ້​ພາຍ​ໃນ​ປະ​ເທດ ​ເຊິ່ງ​ເປັນ​ຄາດໝາຍ ທີ່​ຈະ​ໃຫ້​ໂຄງການ​ນີ້​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ.

ທ່ານ
 ຄຳ​ໂສ້ ກຸ​ໂພ​ຄຳ ຍັງ​​ໃຫ້​ຮູ້​ຕື່ມ​ວ່າ: ສຳລັບແນວ​ຄວາມ​ຄິດ ​ເພື່ອ​ລິ​ເລີ່​ມໂຄງການ​ເຊື່ອມ​ໂຍງ​ ສາຍ​ສົ່ງໄຟຟ້າ​ແຮງ​ສູງ ດັ່ງກ່າວ​​ເກີດ​ຂຶ້ນ ຈາກ​ການ​ປຶກສາ​ຫາລືລະຫວ່າງ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຂອງ ສປປ ລາວ ​ແລະ ສິງກະ​ໂປ, ​ໂດຍ ສປປ ລາວ ​ໄດ້​ສະ​ເໜີຂາຍ​ໄຟຟ້າ​ ໃຫ້​ກັບປະ​ເທດ​ສິງກະ​ໂປ ​ໃນ​ປະລິມານ 100 ​ເມ​ກາ​ວັດ ຜ່ານ​ສາຍ​ສົ່ງ​ ຂອງ​ປະ​ເທດ​ໄທ ​ແລະ ມາ​ເລ​ເຊຍ  ​ເຊິ່ງ​ໄລຍະ​ຜ່ານ​ມາ ກໍ​ໄດ້​ມີ​ການ​ເຫັນ​ດີ​ທາງ​ດ້ານ​ຫລັກການ ​ໃນ​ລະດັບ​ລັດຖະມົນຕີ​ພະລັງງານ, ຈາກ​ນັ້ນ​ຈຶ່ງ​ໄດ້​ສ້າງ​ຕັ້ງ​ຄະນະ ​ກຳມະການ​ດ້ານ​ເຕັກນິກ​ຂຶ້ນ​ມາ ​ເພື່ອ​ຫາລື ​ແລະ ​ເຮັດ​ວຽກຮ່ວມ​ກັນ​ໃຫ້​ມີ​ຜົນສຳ​ເລັດ​ຕາມ​ຂັ້ນຕອນ.

ໂຄງການ​ເຊື່ອມ​ໂຍງ ​ສາຍ​ສົ່ງໄຟຟ້າ​ແຮງ​ສູງ ລະຫວ່າງ ສປປ ລາວ-​ໄທ-ມາ​ເລ​ເຊຍ ​ແລະ ສິງກະ​ໂປ ຖື​ວ່າ​ເປັນ​ການ​ເປີດ ຕະຫລາດ​ໃໝ່ຂອງ​ລາວ ສູ່​ພາກພື້ນ ກໍ​ຄື​ອາ​ຊຽນດ້ວຍ​ກັນ ​ແລະ ຈະ​ຖື​ເປັນ​ແບບຢ່າງ ​ໃນ​ການ​ພັດທະນາ ​ສູ່​ປະ​ເທດ​ອາຊຽນອື່ນ, ​​ປັດຈຸບັນນີ້​ມີ​ພຽງ ​ໄທ, ຫວຽດນາມ ​ແລະ ກຳປູ​ເຈຍ ທີ່​ຊື້​ໄຟ​ຈາກ​ລາວ ​ເຊິ່ງຕະຫລາດ​ດັ່ງກ່າວ ​ແມ່ນ​ຍັງ​ບໍ່ພຽງພໍ ​ເພາະ​ກຳລັງ​ການ​ຜະລິດ​ໄຟຟ້າ​ລາວ ນັບ​ມື້​ເພີ່ມ​ຂຶ້ນ./. 

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment