ຍີ່ປຸ່ນໃຫ້ ລາວກູ້ເງິນ 100 ລ້ານໂດລາອາເມລິກາ ສ້າງເດີ່ນຍົນໃຫມ່ !



ຍີ່ປຸ່ນປ່ອຍເງິນກູ້ດອກເບ້ຍຕ່ຳໃຫ້ ລາວ ເພື່ອສະຫນັບສະຫນູນການຂະຫຍາຍອາຄານຜູ້ໂດຍສານເດີ່ນຍົນວັດໄຕ ເພາະແຜນການຂະຫຍາຍອາຄານເພື່ອຮອງຮັບຈຳນວນຜູ້ໂດຍສານໃຫ້ໄດ້ 2-3 ລ້ານຄົນໃຫ້ໄດ້ໃນປີຫນ້າ ຫລັງຈາກເປີດສະມາຄົມອາຊຽນ ເພາະປະຈຸບັນຮອງຮັບໄດ້ພຽງ 1 ລ້ານຄົນເທົ່ານັ້ນ.

ກະຊວງໂຍທາທິການແລະຂົນສົ່ງຂອງກົມການບິນພົນລະເຮືອນ ສປປລາວ ເປີດເຜີຍວ່າ ລັດຖະບານລາວ ກະກຽມທີ່ຈະເລິ່ມດຳເນີນການກໍ່ສ້າງໃນໂຄງການຂະຫຍາຍຕຶກອາຄານຜູ້ໂດຍສານລະຫວ່າງປະເທດໃຫມ່ ທີ່ເດີ່ນບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນໄລຍະຕົ້ນປີຫນ້ານີ້ ໂດຍຈະໄດ້ຮັບການສະຫນັບສະຫນູນທາງການເງິນຈາກລັດຖະບານຍີ່ປຸ່ນ ທີ່ປ່ອຍກູ້ສິນເຊື່ອຕ່ຳ ແລະໄດ້ບໍລິສັດຈາກຍີ່ປຸ່ນມາຄວບຄຸມການກໍ່ສ້າງ ເຊິ່ງຈະໃຫ້ແລ້ວພາຍໃນ 3 ປີ ແລະຈະຕ້ອງໄດ້ມ້າງພື້ນທີ່ຂອງອາຄານຜູ້ໂດຍສານພາຍໃນປະເທດຫລັງເກົ່າແລະກໍ່ສ້າງໃນພຶ້ນທີ່ໃຫມ່ ແລະຈະໃຊ້ພຶ້ນທີ່ດັ່ງກ່າວຂະຫຍາຍອາຄານຜູ້ໂດຍສານສາກົນ ເຊິ່ງການດຳເນີນການຈະເຮັດໃຫ້ແລ້ວໃນເວລາດຽວກັນເລີຍ

ລັດຖະບານລາວ ປະເມີນວ່າ ຕຶກອາຄານສາກົນໃຫມ່ນີ້ຈະຮອງຮັບຜູ້ໂດຍສານຫລາຍຂຶ້ນກວ່າແຕ່ເກົ່າ ຕັ້ງແຕ່ 2 ຫາ 3 ລ້ານຄົນ/ປີ ກົມການບິນພົນລະເຮືອນ ຄາດການວ່າຕຶກອາຄານຜູ້ໂດຍສານປະຈຸບັນນີ້ແມ່ນສາມາດຮອບຮັບໄດ້ທີ່ 1 ລ້ານຄົນ ເຊິ່ງຍັງບໍ່ເຖິງກັບວ່າແອອັດຫລາຍຈົນເກີນໄປ ແຕ່ໃນອະນາຄົດ ເດີ່ນຍົນແຫ່ງນີ້ຈະກາຍເປັນ 1 ໃນເດິ່ນຍົນທີ່ຄັບແຄບທີ່ສຸດ
ແນ່ນອນວ່າການຈະເລີນເຕີບໂຕຂອງເສດຖະກິດໃນພູມມີພາກອາຊຽນີ້ ຈະເຮັດໃຫ້ລາວໄດ້ຮັບຜົນປະໂຫຍດທີ່ສຸດ ແລະເດິ່ນຍົນແຫ່ງນີຈະກາຍເປັນຈຸດທຳອິດທີໄດ້ຮັບປະໂຫຍດຢ່າງມະຫາສານຕໍ່ເສດຖະກິດ ອຸດສາຫະກຳ ແລະການທ່ອງທ່ຽວ 


ນອກຈາກນີ້ ລາວຍັງມີແຜນການສ້າງເດີ່ນຍົນແຫ່ງໃຫມ່ຫ່າງໄປທາງທິດໃຕ້ 35 ກິໂລເຊິ່ງຫ່າງຈາກຕົວເມືອງວຽງຈັນໄປທາງໃຕ້ (ເສັ້ນທາງແຫ່ງຊາດ 13 ໃຕ້)ເຊິ່ງໂຄງການຍັງຢູ່ລະຫວ່າງການອະນຸມັດ ແຜນການຄືນທີ່ດິນ ແລະຄວາມເຫມາະສົມ ເຊິ່ງຢ່າງໄວທີ່ສຸດກໍ່ຈະເລິ່ນກໍ່ສ້າງປະມານປີ 2020 ແລະຕ້ອງເວລາກໍ່ສ້າງປະມານ 5 ປີ ເປັນຢ່າງຕໍ່າ ປະຈຸບັນ ລາວເຮົາມີເດີ່ນຍົນ 12 ແຫ່ງ ແລະມີແຕ່ 4 ແຫ່ງເທົ່ານັ້ນທີ່ຮັບເປັນເດິ່ນບິນສາກົນໄດ້ຮັບມາດຕະຖານ ພາຍໃຕ້ການຍອມຮັບຈາກອາຊຽນແລະມາດຕະຖານການໃຫ້ບໍລິການຕາມສາກົນ ສ່ວນອີກ 8 ແຫ່ງແມ່ນເດິ່ນບິນພາຍໃນປະເທດ ແລະມີທາງແລ່ນທີ່ສັ້ນ ແລະສາມາດຮັບຮອງຍົນແບບຫມາກປິ່ນ ທີ່ບັນຈຸບຜູ້ໂດຍສານໄດ້ບໍ່ເກີນ 70 ບ່ອນນັ່ງ ເທົ່ານັ້ນ.

Cr: ຄົນຮັກການບິນ In Love Aviation 
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment