ດາວທຽມລາວດວງທຳອິດ ຈະຖືກສົ່ງຂຶ້ນວົງໂຄຈອນໃນທ້າຍປີ 2015 ນີ້ !



ເນື່ອງໃນໂອກາດ 150 ປີຂອງການສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາກົນ ແລະ ວັນຄົບຮອບ 60 ປີທີ່ ລາວໄດ້ເຂົ້າເປັນສະມາຊິກ ສະຫະພາບໂທລະຄົມມະນາ ຄົມສາກົນ( 3 ເມສາ 1952 ) ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃຫ້ຮູ້ວ່າ: ທ້າຍປີນີ້ ສປປ ລາວ ຈະສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນ, ໂຄງການກໍ່ສ້າງດາວທຽມລາວ 1 ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ, ໂດຍແມ່ນ ກຸ່ມບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ການບິນອະວະກາດ ຂອງ ສປ ຈີນ ເປັນຜູ້ດຳເນີນການ

ທ່ານ ຫຽມ ພົມມະຈັນ ກ່າວວ່າ: ຫາກການສົ່ງດາວທຽມຂຶ້ນສູ່ວົງໂຄຈອນສຳເລັດ ຈະຊ່ວຍໃຫ້ການສື່ສານ ແລະ ການສົ່ງສັນຍານຜ່ານດາວທຽມຈະສະດວກ ແລະ ໄປທົ່ວເຖີງ ເຂດຫ່າງໄກສອກຫຼີກ, ທັງຈະເປັນການ ສ້າງລາຍຮັບທີ່ສຳຄັນແກ່ປະເທດຊາດອີກ. ສຳລັບແຜນ ການໃນຕໍ່ໜ້າ ກະຊວງ ປທສ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ ແນວທາງ ຂອງພັກ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ເປັນອັນລະ ອຽດໃນຂົງເຂດຂອງຕົນ ເພື່ອເຮັດ ກຳລັງຂັບເຄື່ອນ ຢ່າງແຂງແຮງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ວັດທະນະ ທຳ, ສິ່ງແວດລ້ອມ, ວຽກງານ ປ້ອງກັນ ຊາດ - ປ້ອງກັນຄວາມສະຫງົບ ໂດຍນຳໃຊ້ເຕັກໂນໂລຊີ່ທີ່ທັນສະໄໝ ທຽບທັນກັບປະ ເທດອື່ນໆ ໃນພາກພື້ນ ແລະ ໃນໂລກ, ສືບຕໍ່ສົ່ງເສີມໃຫ້ບັນດາຂະແໜງການອື່ນໆ ນຳໃຊ້ເຕັກໂນໂລຊີ່ການສື່ສານ ແລະ ຂ່າວ ສານ ເປັນເຄື່ອງມື ສຳຄັນໃນການບໍລິຫານ ແລະ ຄຸ້ມຄອງ ຂະແໜງການຂອງຕົນ ເພື່ອຫັນໄປສູ່ຄວາມທັນສະໄໝ.
Source: CRI
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

1 comments:

  1. ເປັນຂ່າວທີ່ດີພໍສົມຄວນ, ສຳລັບຂະພະເຈົ້າແມ່ນເຫັນດີ 1,000,000 % ແລະ ໃຫ້ຄວາມຫວັງວ່າຄ່າ ໂທລະສັບ ແລະ ຄ່າອີນເຕີເນັດຈະຖືກກ່ວາເກົ່າແລ້ວນໍ ດີໃຈລ່ວງໜ້າ.

    ReplyDelete