ຕໍາແໜ່ງຂອງສິວ ບອກຄວາມຜິດປົກກະຕິ ຂອງຮ່າງກາຍ




ໂຊນ​ທີ1:  ໜ້າ​ຝາກ​ດ້ານຊ້າຍ​ອາດ​ເປັນ​ໂລກ​ທີ່​ກ່ຽວ­ຂ້ອງກັບ​ການ​ຍ່ອຍ​ຂອງ​ກະ­ເພາະ​ອາຫານ, ກະ­ເພາະ​ປັດ​ສະ​ວະ, ຕ່ອມໝາກ​ໄຂ່ຫຼັງ (ລະ­ບົບ​ຂັບ​ຖ່າຍ​ບໍ່ຄ່ອຍ​ດີ ຫຼື ດື່ມ­ນ້ຳ​ໜ້ອຍ ແລະ ​ກິນອາ­ຫານ​ທີ່​ລົດ​ຊາດ​ເຂັ້ມ​ຂຸ້ນ​ຫຼາຍເກີນ​ໄປ) ສາ­ເຫດ​ທີ່​ມີ​ການ​ຜິດ​ປົກກະ­ຕິ​ຮ່ວມ​ແມ່ນ​ມີ​ຄວາມ​ຫງຸດຫງິດ​ສູງ ແລະ​ ລ້າງ​ໜ້າ​ບໍ່​ຄ່ອຍ​ສະ ອາດ.

ໂຊນ​ທີ2: ແຖວ​ຄິ້ວ​ກ່ຽວ­ຂ້ອງກັບ​ຕັບ​ສາ­ເຫດ​ຂອງ​ອາ­ການ​ຜິດປົກ­ກະ­ຕິ​ອາດ​ມີ​ບັນ­ຫາ​ໃນ​ການຍ່ອຍ​ແລກ​ໂທ​ສ ຫຼື ໃນ​ບຸກ­ຄົນ​ທີ່ມັກ​ແພ້​ນ້ຳ​ນົມ​ຮັບ​ປະ­ທານ​ອາຫານ​ລົດ​ເຜັດ ຫຼື ເຄັມ ແລະ​ ກິນອາ­ຫານ​ເດິກ​ຈົນ​ເກີນ​ໄປ.

ໂຊນ​ທີ3 : ດັງ ແລະ ເທິງ​ຮີມ ສົບ​ກ່ຽວ­ຂ້ອງ​ກັບ​ຫົວ­ໃຈ ແລະ​ ລະບົບ​ສືບ​ພັນ​ສາ­ເຫດ​ຂອງ​ອາ­ການ​ທີ່​ຜິດ​ປົກ­ກະ­ຕິ​ຫາກ​ມີ​ຜິວ​ສີ­ແດງ  ເຂັ້ມ​ທີ່​ດັງ​ອາດ​ບົ່ງ​ບອກ​ເຖິງ​ໂລກຄວາມ­ດັນ­ເລືອດ­ສູງ, ການ​ຕີບ​ຕັນ ຫຼື ສີ​ຜິວ​ບໍ່​ສະ​ໝ່ຳ​ສະ­ເໝີ, ບອກ​ເຖິງຜົນ​ກະ­ທົບ​ທາງ​ຮໍ​ໂມນ​ເຊັ່ນ: ກຳລັງ​ມີ​ປະ­ຈຳ​ເດືອນ, ໄວ​ທອງ ແລະ ການ​ໃຊ້​ຢາ​ຄຸມ​ກຳ­ເນີດ.

ໂຊນ​ທີ4: ປາຍ​ຄາງ​ກ່ຽວ­ຂ້ອງກັບ​ກະ­ເພາະ​ອາ­ຫານ ແລະ ​ລຳ​ໄສ້ນ້ອຍ ສາ­ເຫດ​ຂອງ​ອາ­ການ​ທີ່​ພິດ​ປົກ­ກະ­ຕິ​ອາດ​ກິນ​ອາ­ຫານ​ລົດ​ເຂັ້ມ​ຂຸ້ນ​ຈົນ​ເກີນ​ໄປ​ຈົນ​ເຮັດ​ໃຫ້​ລຳ​ໄສ້​ມີ​ບັນ­ຫາ​ໃນ​ການ​ດູດ​ຊຶມ.

ໂຊນ​ທີ5: ລຳ​ຄໍ ແລະ​ ໜ້າ​ເອິກກ່ຽວ​ພັນ​ກັບ​ໂລກ​ສະ­ໝອງ ແລະ ຈິດ­ໃຈ​ສາ­ເຫດ​ຂອງ​ອາ­ການ​ທີ່​ຜິດປົກ­ກະ­ຕິ​ຄື​ຄວາມ​ຫງຸດ​ຫງິດ.

Source: Sedthakid Newspaper


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment