ຊີເກມຄັ້ງທີ 28 ຄວາມຈິງທີ່ສະທ້ອນໃຫ້ເຫັນການພັດທະນາ ກິລາລາວມີບັນຫາ !



ມະຫະກຳກິລາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫລື ຊີເກມ (Sea Game) ຄັ້ງທີ 28 ທີ່ປະເທດສິງ ກະໂປ, ໄດ້ປິດສາກລົງດ້ວຍຜົນສຳເລັດຈົບງາມ, ພາຍຫລັງດຳເນີນ ການແຂ່ງຂັນມາແຕ່ວັນທີ 5 - 16 ມິຖຸນາ2015, ໂດຍແມ່ນປະເທດໄທໄດ້ເປັນ ເຈົ້າຫລຽນຄຳຕາມຄາດໝາຍຄືສາມາດຄວ້າໄດ້ທັງໝົດ 95 ຫລຽນຄຳ, ຮອງລົງມາ ແມ່ນປະເທດສິງກະໂປເຈົ້າພາບສາມາດຍາດໄດ້ 84 ຫລຽນຄຳ, ສ່ວນປະເທດລາວ ເຮົາແມ່ນສົ່ງນັກກິລາເຂົ້າຮ່ວມ ຊິງໄຊໃນການແຂ່ງຂັນຄັ້ງນີ້ທັງໝົດ 20 ປະເພດກິລາ, ແຕ່ຄືດັ່ງຫລາຍຄົນໄດ້ຮັບຮູ້ກັນແລ້ວວ່າຜົນງານທີ່ອອກມາ ດີທີ່ສຸດແມ່ນເຮັດໄດ້ພຽງ 4 ຫລຽນເງິນກັບ 25 ຫລຽນທອງ, ສ່ວນຫລຽນຄຳແມ່ນບໍ່ໄດ້ຈັກຫລຽນ, ຊ້ຳບໍ່ ໜຳຍັງຫລົ່ນລົງມາຢູ່ອັນດັບທີ 9 ຂອງຕາຕະລາງຕື່ມອີກລື່ນພຽງປະເທດບູຣໄນ ແລະ ຕີມໍເລສເຕ.

ຈາກຜົນງານທີ່ອອກມາຄືແບບນີ້ ໄດ້ເຮັດໃຫ້ແຟນກິລາລາວກໍຄືຄົນລາວທົ່ວປະເທດຕ່າງກໍມີຄວາມຜິດ ຫວັງໄປ ຕາມໆກັນ ແລະ ບໍ່ໜ້າເຊື່ອວ່ານັກກິລາລາວເຮົາຈະເຮັດຜົນງານອອກມາຫລົ້ມເຫລວແບບນີ້, ຂະນະທີ່ກິລາ ບາງປະເພດ
ທີ່ນັກກິລາເຮົາມີຄວາມຖະນັດເກ່ັງກວ່ານັກກິລາຫລາຍປະເທດທີ່ເປັນເປົ້າໝາຍໄດ້ຫລຽນຄຳສູງເຊັ່ນ: ເປຕັງ, ເທຄວັນໂດ, ກະຕໍ້, ມວຍອື່ນໆກໍແມ່ນຫລົ້ມເຫລວແບບບໍ່ເປັນທ່າໄປຕາມໆກັນ,ໂດຍຜົນງານ ທີ່ອອກມາ ໃນຊີເກມຄັ້ງນີ້ ຖືວ່າຫ່າງໄກ ກັນຫລາຍເມື່ອທຽບກັບສະຖິຕິການແຂ່ງຂັນຊີເກມໃນຫລາຍຄັ້ງທີ່ຜ່ານມາ, ໂດຍສະ ເພາະນັບແຕ່ຊີເກມຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດໃນທ້າຍປີ 2009 ນັກກິລາລາວເຮົາກໍສາ ມາດຍາດໄດ້ເຖິງ 33 ຫລຽນຄຳ, ຄັ້ງທີ 26 ຢູ່ປະເທດອິນໂດເນເຊຍກໍສາມາດຍາດໄດ້ 9 ຫລຽນຄຳ ແລະ ຄັ້ງທີ 27 ຢູ່ປະເທດມຽນມາກໍສາມາດຍາດໄດ້ 13 ຫລຽນຄຳ.

   ແນວໃດກໍດີ, ເຖິງວ່າກິລາຊີເກມຄັ້ງທີ 28 ໄດ້ຜ່ານພົ້ນໄປແລ້ວກໍຕາມ, ແຕ່ກິ່ນອາຍ ແລະຄວັນຫລົງຕ່າງໆລວມ ທັງຂໍ້ກິນ ແໜງແຄງໃຈຕໍ່ຜົນງານຂອງທັບນັກກິລາລາວກໍຍັງມີກະແສຊຸບຊີບກັນຫລາຍໃນສັງຄົມປັດຈຸບັນບໍ່ວ່າຢູ່ຕາມສື່ມວນຊົນ ຫລື ສື່ສັງຄົມອອນລາຍຕ່າງໆກໍໄດ້ມີການວິພາກວິຈານ ແລະສະທ້ອນຄວາມຄິດເຫັນອອກມາໃນ ຫລາຍແງ່ມຸມຕໍ່ກັບການພັດທະ ນາວົງການກິລາລາວ, ສະນັ້ນ ຕໍ່ບັນຫາດັ່ງກ່າວໃນວັນທີ 19 ມິຖຸນານີ້, ຢູ່ຄະນະ ກຳມະການໂອລິມປິກແຫ່ງຊາດລາວ, ທ່ານ ສົມພູ ພົງສາ ຮອງປະທານເລຂາທິການຄະນະດັ່ງກ່າວກໍໄດ້ອອກ ມາຊີ້ແຈງກ່ຽວກັບຜົນການເຂົ້າຮ່ວມແຂ່ງຂັນລວມເຖິງສາ ເຫດທີ່ພາໃຫ້ທັບນັກກິລາລາວເຮົາບໍ່ສາມາດຍາດໄດ້ຫລຽນຄຳໃນຊີເກມຄັ້ງນີ້ຕໍ່ສື່ມວນຊົນວ່າ: ມີສອງເຫດຜົນຕົ້ນຕໍທີ່ພາໃຫ້ ການເຂົ້າຮ່ວມກິລາຊີເກມຄັ້ງນີ້ບໍ່ປະສົບຜົນ ສຳເລັດຄື: ອັນທີໜຶ່ງແມ່ນການກະກຽມຕົວຂອງນັກກິລາມີເວລາສັ້ນເກີນໄປ, ໝາຍວ່າທຳມະດາແລ້ວການແຂ່ງຂັນ ກິລາຊີເກມຈະຈັດຂຶ້ນໃນລະຫວ່າງເດືອນພະຈິກ ຫລື ທັນວາ, ແຕ່ປະເທດສິງກະໂປພັດ ເລື່ອນມາຈັດໃນເດືອນມິຖຸນາ, ຈຶ່ງເຮັດໃຫ້ການກະກຽມຕົວໃນການຝຶກຊ້ອມບໍ່ໄດ້ເຕັມຮ້ອຍເປີເຊັນ, ຂະນະດຽວກັນ ຫລາຍປະເພດກິລາທີ່ ນັກກິລາພວກເຮົາເຄີຍໄດ້ຫລຽນຄຳນັ້ນ ເຈົ້າພາບສິງກະໂປກໍບໍ່ໄດ້ບັນຈຸເຂົ້າແຂ່ງຂັນ, ເຊິ່ງໂດຍຫລັກ ການແລ້ວ ການແຂ່ງຂັນກິລາຈະແບ່ງເປັນສາມໝວດປະເພດກິລາຄື: ໝວດບັງຄັບຈະມີປະ ເພດແລ່ນລານ-ກິລາທາງນ້ຳ, ໝວດພາກໂອລິມປິກ ແລະ ໝວດກິລາໃນຂົງເຂດອາຊຽນ, ແຕ່ໃນຕົວຈິງມີການບັນຈຸປະ ເພດກິລາໂອ ລິມປິກ ເຂົ້າເປັນ ຈຳນວນຫລາຍເຮັດໃຫ້ກິລາພາກພື້ນຈຳນວນໜຶ່ງຕົກເຮ່ຍໄປ ແລະ ເວລາການແຂ່ງຂັນຕົວ ຈິງກໍມີການຈຳກັດຫລາຍດ້ານ ເປັນຕົ້ນດ້ານນ້ຳໜັກ, ກະຕິກາການແຂ່ງຂັນ ແລະ ບັນຫາອື່ນໆ, ເຊິ່ງເຮັດໃຫ້ນັກກິລາລາວ ເຮົາເສຍປຽບຫລາຍດ້ານ, ສ່ວນບັນຫາທີສອງແມ່ນການກະກຽມນັກກິລາກ່ອນເຂົ້າຮ່ວມແມ່ນຫລຸດມາດຕະ ຖານທີ່ຕັ້ງໄວ້ເປັນຕົ້ນແມ່ນໄລຍະເວລາ ແລະ ງົບປະມານ, ເພາະວ່າກ່ອນເຂົ້າຮ່ວມການແຂ່ງຂັນແຕ່ລະຄັ້ງ ພວກເຮົາຕ້ອງມີເວລາກະກຽມຝືກຊ້ອມຢ່າງໜ້ອຍ 6 ເດືອນຂຶ້ນໄປ, ແຕ່ການກະກຽມຕົວຈິງມີພຽງ 2-3 ເດືອນເທົ່ານັ້ນ ແລະນັກກິລາຈຳນວນໜຶ່ງກໍແມ່ນຍັງບໍ່ທັນເຂົ້າສູນ ຝຶກຊ້ອມນຳ ອີກ, ສ່ວນດ້ານງົບປະມານກໍເຫັນວ່າອ່າວ ມີຈຳກັດ ແລະ ອີກບັນຫາໜຶ່ງກໍແມ່ນການຂາດການເກັບ ກຳຂໍ້ມູນຂອງນັກກິລາຄູ່ຕໍ່ສູ້ແຕ່ລະປະເທດຍັງເຮັດໄດ້ບໍ່ດີເທົ່າທີ່ຄວນຈຶ່ງເປັນສ່ວນໜຶ່ງພາໃຫ້ພວກເຮົາຕີ ລາຄາສີມື
ຂອງຄູ່ຕໍ່ສູ້ ຈຶ່ງເປັນສາເຫດພາໃຫ້ທັບນັກກິລາພວກເຮົາບໍ່ປະສົບຜົນສຳເລັດໃນຄັ້ງນີ້, ເຊິ່ງຄະນະຮັບຜິດຊອບ ວຽກງານກິລາພວກເຮົາຈະຕ້ອງໄດ້ຈົດຈຳເອົາຄວາມພ່າຍແພ້ເທື່ອນີ້ເປັນບົດ

ຮຽນອັນສຳຄັນ ໃນການປັບປຸງວົງການກິລາພວກເຮົາໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ.

source: ລາວພັດທະນາ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment