ໂຮງໝໍແມ່ແລະເດັກແດງຫລັງເກົ່າ ປິດຮັບຄົນເຈັບເປັນການ ຖາວອນ !



ໂຮງ​ໝໍ​ແມ່ ​ແລະ ​ເດັກ​ແດງ​ ຂໍ​ແຈ້ງ​ເຖິງ​ບັນດາ​ພໍ່​ແມ່​ປະຊາຊົນທະຫານຕໍາຫລວດ ​ແລະ ຜູ້​ໃຊ້​ບໍລິການ​ອື່ນໆ​ ຮັບ​ຊາບ​ວ່າທາງ​​ໂຮງໝໍ​ແມ່ ​ແລະ ​ເດັກ​ແດງ ຫລັງ​ເກົ່າ​ຢູ່​ບ້ານ​ເກົ້າ​ຍອດ​ຈະ​ປິດ​ຮັບ​ຄົນ​ເຈັບທຸກ​ປະ​ເພດ ​ເປັນ​ການ​ຖາວອນ​ນັບ​ແຕ່​ວັນ​ທີ 22 ມິ​ຖຸນາ 2015 ນີ້​ເປັນ​ຕົ້ນ​ໄປ​ ເພື່ອ​ຫ້າງ​ຫາ​ກະກຽມ​ຍົກຍ້າຍ​​ໄປ​ໃຊ້​ບໍລິການ​ຢູ່ໂຮງໝໍ​ແຫ່ງ​ໃໝ່​ ​ແລະ ວັນ​ທີ 29 ມິ​ຖຸນາ 2015 ຈະ​ເປີດ​ໃຫ້​ບໍລິການ​ຄົນ​ເຈັບຄືນ​ຢູ່​ໂຮງ​ໝໍ​ແຫ່ງ​ໃໝ່​ ຕັ້ງ​ຢູ່​ບ້ານ​ໜອງ​ພະຍາ.
ທ່ານ ຮອງສາດສະດາຈານ ດຣ. ບົວວັນ ແສນສະຖິດ ອຳນວຍການໂຮງໝໍແມ່ແລະ ເດັກແດງ ສູນກາງ​ເປີດ​ເຜີຍວ່າຫລາຍ​ປີຜ່ານມາ​ນີ້ ຈໍານວນ​ຄົນ​ເຈັບ ​ແລະ ​ແມ່​ມານ​​ເຂົ້າ​ມາ​ໃຊ້​ບໍລິການ​ຢູ່​ໂຮງໝໍ​ຂອງ​ພວກ​ເຮົາມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຈົນ​ບາງ​ຄັ້ງ​ເຮັດ​ໃຫ້​ຄົນ​ເຈັບ​ລົ້ນ​​ໂຮງໝໍ ຂະນະ​ທີ່​ໂຮງໝໍ​ແມ່ ​ແລະ ​ເດັກ​ຫລັງ​ເກົ່າ​ ​ມີ​ຂະໜາດ​ພຽງ​ແຕ່ 70 ຕຽງ​ນອນ​​ສະພາບ​ຊຸດ​ໂຊມຂະນະ​ທີ່​ຄົນ​ເຈັບ ​ແລະ ​ແມ່​ມານ​ ເຂົ້າ​ມາ​ໃຊ້​ບໍລິການ​ເພື່ອ​ປິ່ນປົວ ​ແລະ ​ເກີດລູກ​ສະ​ເລ່ຍບໍ່​ຕໍ່າ​ກວ່າ 300 ຄົນ​ຕໍ່​ມື້ໄລຍະຜ່ານພວກ​ເຮົາ​ໄດ້​ຊອກ​ທາງ​ອອກ​ເພື່ອແກ້ໄຂບັນຫາ​ເຫລົ່າ​ນີ້ ດ້ວຍການນຳສົ່ງຄົນເຈັບທີ່ລົ້ນ​ໂຮງໝໍ ໄປໂຮງໝໍ​ແຫ່ງ​ຕ່າງໆ ຢູ່​ນະຄອນຫລວງວຽງ​ຈັນ ເພື່ອຮັບປະກັນໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວຢ່າງທົ່ວເຖິງສະ​ນັ້ນເພື່ອ ແກ້ໄຂ້ບັນຫາໄລຍະຍາວ ລັດຖະບານໄດ້ລົງທຶນກໍ່ສ້າງໂຮງໝໍແມ່ ແລະ ເດັກຫລັງໃໝ່ ​ເຊິ່ງເປັນໂຮງໝໍ ຂະໜາດໃຫຍ່ມີຄວາມທັນສະໄໝ​ໂຮງໝໍ​ແຫ່ງ​ໃໝ່​ນີ້​ໄດ້ເລີ່ມກໍ່ສ້າງມາແຕ່ປີ 2013 ແລະ ຮອດປັດຈຸບັນ ແມ່ນສຳເລັດແລ້ວ 100% ແລະ ຈະເປີດໃຫ້ບໍລິການຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ມິຖຸນານີ້ຄາດວ່າ​ໂຮງໝໍ​ແຫ່ງ​ນີ້ ຈະສາມາດຕອບ​ສະໜອງຄວາມຕ້ອງການ ຜູ້ມາໃຊ້ບໍລິການໄດ້ຢ່າງພຽງພໍ ແລະ ສາມາດ ແກ້ໄຂບັນຫາຄົນເຈັບລົ້ນໂຮງໝໍໄດ້ເປັນຢ່າງດີໂຮງໝໍ​ແຫ່ງ​ນີ້ ສາມາດບັນຈຸຕຽງນອນຄົນເຈັບໄດ້ຫລາຍ ກວ່າ 150 ຕຽງມີອຸປະກອນການແພດທີ່ທັນສະໄໝ ​ແລະ ມີສິ່ງອຳນວຍຄວາມສະດວກອື່ນໆ ​ໂຮງໝໍດັ່ງກ່າວ ຕັ້ງຢູ່ບ້ານໜອງພະຍາເມືອງໄຊທານີ ນະຄອນຫລວງວຽງຈັນ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment