ແຂວງຫລວງພະບາງຍັງບໍ່ໄດ້ມີການອະນຸມັດໃຫ້ສໍາປະທານຕາດ ກວາງຊີ !



ອໍານາດການປົກຄອງແຂວງຫລວງພະບາງເປີດເຜີຍວ່າ: ຍັງບໍ່ໄດ້ມີການອະນຸມັດໃຫ້ບໍລິສັດອາໂຈ ກຣຸບ ສປ ຈີນ ເປັນຜູ້ສໍາ ປະທານພັດ​ທະນາ ຢູ່​ຂອບ​ເຂດຕາດ​ກວາງ​ຊີ ຄືືດັ່ງສື່ສັງຄົມອອນລາຍກ່າວອ້າງ ແລະ ​ໄດ້​ນໍາ​ເອົາ​ມາຕີຄວາມ ຫລື ປ່ຽນຄວາມໝາຍຕ່າງໆນາໆ ຖ້າພວກ​ເຮົາສັງເກດເບິ່ງ ໃນມາດຕາ 2 ໃນຂໍ້ຕົກລົງຂອງທ່ານ ເຈົ້າແຂວງຫລວງ​ພະ​ບາງ ໄດ້ລະບຸໄວ້ຢ່າງ​ຈະ​ແຈ້ງວ່າ: ມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງເປັນເຈົ້າການສົມທົບກັບ ພະແນກຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ​ເມືອງ​ຫລວງ​ພະ​ບາງ ​ແລະ ຂະ​ແໜງ​ການ​ກ່ຽວຂ້ອງ ​ເຈລະ​ຈາ​ປຶກສາ​ຫາລື ກັບ ບໍລິສັດ​ອາ​ໂຈ ກຣຸບ ສປຈີນ ​ເຮັດ​​ເປັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ສໍາ​ປະທານ ​ລວມ​ເຖິງ​ການ​ສໍາ​ຫລວດອອກ​ແບບ ​ແລະ ຂຽນ​ບົດ​ວິພາກ​ເສດຖະກິດ​ ເພື່ອ​ສະ​ເໜີ​ໃຫ້​ແຂວງ​ອະນຸມັດ​ແຕ່​ລະ​ກິດ​ຈະ​ກໍາ ​ໃນ​ການ​ສໍາ​ປະທານ​ ໂດຍ​ຮັກສາ​​ໄດ້​ວັດທະນະ​ທໍາຮີດຄອງ​ປະ​ເພນີ​ ຂອງ​ຊາດ​ ກໍ​ຄືຊາວ​ຫລວງພະ​ບາງ ​ແລະ ຮັກສາ​ໄດ້​ທໍາ​ມະ​ຊາດ​ສິ່ງ​ແວດ​ລ້ອມ.

ດັ່ງນັ້ນ, ຂັ້ນ​ຕອນ​ທັງ​ໝົດ​ຖື​ວ່າ: ຍັງຢູ່​ຂັ້ນ​ຕອນ​ການ​ປຶກສາ​ຫາລື ​ແລະ ຢູ່​ໃນຂະ​ບວນການ​ຂຽນ​ບົດ​ວິພາກ​ຜົນ​ກະທົບດ້ານ​ຕ່າງໆ​ ລວມທັງ​ຜົນ​ໄດ້ຜົນ​ເສຍ​ໃນ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ.

ຂ່າວ ຂປລ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment