ໜຸ່ມນັກ​ຕົບ​​ທີ​ມຊາດ​ລາວ ຄວ້າ​ພຽງ​ອັນ​ດັບ​ທີ 4 ການ​ແຂ່ງຂັນກິລາ ບານ​ສົ່ງ​ຫາດ​ຊາຍ ຊີງ​ແຊ໋ມ ອາ​ຊຽນ ​ຄັ້ງ​ທີ 28



ໜຸ່ມນັກ​ຕົບ​​ທີ​ມຊາດ​ລາວ ຄວ້າ​ພຽງ​ອັນ​ດັບ​ທີ4 ​ປິດ​ສາກ​ການ​ແຂ່ງຂັນກິລາ ບານ​ສົ່ງ​ຫາດ​ຊາຍ ຊີງ​ແຊ໋ມ ອາ​ຊຽນ ​ຄັ້ງ​ທີ 28 ຫຼືSouth East Asian Beach Volleyball Champion Ships 2015. ຂະນະ​ທີ່ ທັບ​ນັກ​ຕົບ​ທີ​ມຊາດ​ໄທກວາດ​ແຊ໋ມທັງ​ຍິງ ​ແລະ ຊາຍ ພ້ອມ​ເງິນລາງວັນ 3.000 ​ໂດ​ລາ​ສະຫະລັດ​ອາ​ເມຣິກາ ຫຼື ປະມານ​ເກືອບ30 ລ້ານ​ກີບ​ໄປ​ຄອງ

​       ເມື່ອ​ຕອນ​ແລງ​ວັນ​ທີ12 ກໍລະກົດ ຜ່ານ​ມາ ທີ່​ລານ​ສະຫຼອງ​ໄຊ ສວນ​ເຈົ້າ​ອານຸວົງ ​ເມືອງ​ຈັນທະ​ບູລີ ນະຄອນຫຼວງ​ວຽງ​ຈັນສປປ ລາວ ​ໄດ້​ມີພິທີ​ປິດ​ການ​ແຂ່ງຂັນກິລາບານ​ສົ່ງ​ຫາດ​ຊາຍ ຊີງ​ແຊ໋ມ ອາ​ຊຽນ  ​ຄັ້ງ​ທີ 28 ຫຼັງຈາກ​ໄດ້ດຳ​ເນີນ​ການ​ແຂ່ງຂັນ​ມາ​ແຕ່ວັນ​ທີ 12 ກໍລະກົດ 2015 ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ ​ແລະ ມອບ​ລາງວັນ​ຂອງ​ທ່ານ ສາຍທອງ ​ແກ້ວ​ດວງ​ດີຮອງ​ເຈົ້າ​ຄອງ ນະຄອນຫຼວງ​ວຽງ​ຈັນ, ທ່ານ ສົມ​ພູ ພົງສາ ຜູ້​ຊ່ວຍ​ລັດ​ຖະມົນຕີ ກະຊວງ​ສຶກສາ​ທິການ​ແລະ ກິລາ (ສສກ) ທັງ​ເປັນ​ຮອງ​ປະທານ ​ແລະ ​​ເລຂາທິການ​ຄະນະ​ກຳມະການ​ໂອ​ແລມປິກ​ແຫ່ງ​ຊາດ​ລາວ​ແລະ ທ່ານ ຄຳ​ສອນ ​ແພງ​ຣັດຕະນະ​ວົງ ຜູ້ອຳນວຍການ​ຝ່າຍ​ການ​ຄ້າ ບໍລິສັດ ​ເບຍ​ລາວ ຈຳກັດ​ແລະ ທ່ານ ຈັນສະໝອນ ຜ່ອງ​ຈັນທາ ຮັກສາ​ການ​ປະທານ​ສະຫະພັນ​ບານ​ສົ່ງ​ແຫ່ງ​ຊາດ​ລາວ, ມີ​ທ່ານ​ແສງ​ພອນ ພົນ​ອາມາດ ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ ສສກ ​ແລະ ທ່ານ ນາງ ພູນ​ສະຫວັດອຸນນາ​ລົງ ຜູ້​ຈັດການ​ປະສານ​ງານ​ພາກ​ລັດຖະບານ ບໍລິສັດ ​ເບຍ​ລາວ ຈຳກັດ ພ້ອມ​ດ້ວຍ ພໍ່-​ແມ່​ປະຊາຊົນຊາວ​ລາວ​ແລະ ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຫຼາຍ​ພັນ​ຄົນ.  ​

         ​ໃນ​ພິທີ​ດັ່ງກ່າວກໍ່​ໄດ້​ມີ​ການ​ແຂ່ງຂັນ​ຄູ່​ຊີງ​ຊະນະ​ເລີດ ​ແລະ ຊີງ​ອັນ​ດັບ​ທີ 3 ສຳລັບຄູ່​ຊີງ​ອັນ​ດັບ​ທີ3 ​ເປັນ​ການ​ພົບ​ກັນ​ລະຫວ່າງ ທີ​ມໜຸ່ມລາວ1 ປະກອບ​ມີ ທ້າວ ຈິດ​ສະໝອນ ສຸດທິ​ປັນຍາ+​ທ້າວທຳ​ມາ​ສິນ ພົງ​ສະຫວັດ ພົບ​ກັບ ທີ​ມ​ໄທ2 ຄື: ທ້າວ ​ເສດ​ທາ​ວັດ ພັດ​ສາ​ວຸດ+ທ້າວ ນັດທະ​ນົນອິນ​ກິວ ຜົນ​ປາກົດ​ວ່າ ​ຄູ່ນັກ​ຕົບ​ໜຸ່ມ​ລາວ ສູ້​ບໍ່​ໄຫວ​ຖືກ​ ທີ​ມ​ໄທ ​ໄລ່​ເອົາ​ຊະນະ​ໄປ​ແບບ​ຂາດ​ຮອຍ0-2 ​ເຊັດ ດ້ວຍ​ຄະ​ແນນ 21-18 ​ແລະ 21-8 ຄະ​ແນນ ​ໄດ້​ພຽງ​ອັນ​ດັບ​ທີ 4 ພ້ອມທັງ​ໄດ້​ຮັບ​ເງິນ​ລາງວັນ500 ​ໂດ​ລາ​ສະຫະລັດ​ ​​ຂະນະ​ທີ່ທີ​ມ​ໄທ ກໍ່​ໄດ້​ຮັບ​ເງິນ​ລາງວັນ 700 ​ໂດ​ລາສະຫະລັດ​ໄປ​ຄອງ.

        ສ່ວນຄູ່​ຊີງຊະນະ​ເລີດສຳລັບປະ​ເພດ​ທີ​ມຄູ່ຍິງ ​​ເປັນ​ການ​ພົບ​ກັນ​ລະຫວ່າງ ທີ​ມໄທ1 ປະກອບ​ມີ ນາງ ອາ​ລິ​ຍາລາວ​ແສງ​ສາ+​ນາງ ກິ​ຈາ ຄັນ​ຕາ​ລັກ ພົບ​ກັບ ທີ​ມອິນ​ໂດ​ເນ​​ເຊຍ ຄື: ນາງ ອາ​ຢູ ຄາ​ຢາ​ນິງຊິ​ມ+ນາງມາ​ເຣຍ ​ໄດ​ນິງຢັສ ສ່ວນ​ປະ​ເພດ​ທີ​ມຊາຍ ທີ​ມ​ໄທ1 ຄື: ທ້າວ ປາ​ທີບ ສັກ​ໂຕ+ທ້າວ ກິດ​ຕິ​ພັດຍັງ​ຖິ່ນ ພົບ​ກັບ ​ທີ​ມອິນ​ໂດ​ເນ​ເຊຍ ທ້າວ ​ເຣນດີ ​ເວີ​ດຽນລີ​ຄາ​ໂດ+​ທ້າວ ອາ​ດີ ​ແຄນ​ດາລັດ​ມາ​ວັນ ຜ່າ​ການ​ແຂ່ງຂັນ​ຜົນ​ປາກົດ​ວ່າ ຄູ່​ທີ​ມຍິງ ສາວ​ໄທ ອາ​ໃສ​ປະສົບ​ການ​​ຂຶ້ນ​ຕົບບານຢ່າງ​ໜັກໜ່ວງໄລ່​ເກັບ​ຄະ​ແນນ​ເອົາ​ຊະນະ​ໄປ​ແບບ​ຂາດ​ຮອຍ 2-0 ​ເຊັດ ດ້ວຍ​ຄະ​ແນນ 21-19 ​ແລະ 21-18ຄະ​ແນນ ​ໄດ້​ແຊ໋ມ​ໄປ​ຄອງ ພ້ອມ​ເງິນ​ລາງວັນ 1.500 ​ໂດ​ລາສະຫະລັດ​. ຂະນະ​ທີ່ ປະ​ເພດ​ທີ​ມຊາຍ​ໄທ ກໍ່​ໂຊ​ຟອມ​ເກັ່ງ​ໄດ້​ຄື​ກັນ ​ໄລ່​ເອົາ​ຊະນະ ອິນ​ໂອ​ເນ​ເຊຍ ​ໄປ​ແບບ​ຂາດ​ຮອຍ2-0 ​ເຊັດ ດ້ວຍ​ຄະ​ແນນ 24-22 ​ແລະ 21-16 ຄະ​ແນນ ​ໄດ້​ແຊ໋ມ​ ​ແລະ ​ເງິນ​ລາງວັນ1.500 ​ໂດ​ລາສະຫະລັດ​ ​ໄປ​ຄອງ​ເຊັ່ນ​ກັນ.

       ລາຍການ​ດັ່ງກ່າວ​ໄດ້​ດຳ​ເນີນ​​ເປັນ​ເວລາ 3 ວັນ ລະຫວ່າ​ງວັນ​ທີ 10-12 ກໍລະກົດ 2015 ​ໂດຍ​ມີຈຸດປະສົງ​ຫຼັກ​ກໍ່ເພື່ອ​ເປັນ​ການ​ສົ່ງ​ເສີມນັກ​ກິລາ​ບານ​ສົ່ງ​ຫາດ​ຊາຍ​ລາວ ​ໄດ້​ມີ​ການ​ພັດທະນາ​ຄວາມ​ສາມາດຢ່າງ​ຕໍ່​ເນື່ອງ​ເພື່ອ​ກ້າວ​ທັນ​ກັບ​ນັກ​ກິລາ​ໃນ​ອາ​ຊຽນດ້ວຍ​ກັນ ​ພ້ອມ​ທັງ​​ເປັນ​ການ​ທົດ​ສອບ​ນັກ​ກິລາ​ຊຸດ​ກຽມ​ຮ່ວມງານ​ມະຫາວິທະຍາ​ໄລ​ອາຊຽນຄັ້ງ​ທີ 18 ທີ່​ປະ​ເທດ​ສິງກະ​ໂປ ຮັບ​ກຽດ​ເປັນ​ເຈົ້າພາບ ​ໃນ​ປີ 2016. ​ຄຽງ​ຄູ່ກັນ​ນັ້ນ,ກໍ່​ຍັງເປັນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ໃນ​ສປປ ລາວ ​ໃຫ້​ແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​​ໃນ​ທົ່ວ​ໂລກໄດ້​ຮູ້​ຈັກປະ​ເທດ​ລາວ​ຫຼາຍ​ຂຶ້ນ ສຳລັບ​ການ​ແຂ່ງຂັນຄັ້ງ​ນີ້ ​ແມ່ນ​ມີ 5 ປະ​ເທດ ​ເຂົ້າ​ຮ່ວມ​ ປະກອບ​ມີ​ ລາວ​ເຈົ້າພາບ ມີທັງ​ໝົດ 4 ທີ​ມ ຄື, ຍິງ 2 ​ທີ​ມ ແລະ ຊາຍ 2 ທີ​ມ, ​ສ່ວນໄທມີ 4 ທີ​ມ ຍິງ2 ​ທີ​ມ ແລະ ຊາຍ 2 ທີ​ມ, ມາ​ເລ​ເຊຍ 2 ທີ​ມ, ອິນ​ໂດ​ເນ​ເຊຍ ​2 ທີ​ມ ແລະ ກຳປູ​ເຈຍ 2 ທີ​ມ  ​​ໂດຍ​ລວມທີ​ມຊາຍ​ມີ​ທັງ​ໝົດ 7 ທີ​ມ ​ແລະ ທີ​ມຍິງ​ມີ6 ທີ​ມ ​​ໂດຍ​ສອງ​ປະ​ເພດ​ດັ່ງກ່າວ ​​​ແບ່ງ​ອອກ​ເປັນ 2 ກຸ່ມ ​ແຕ່​ລະ​ກຸ່ມ​ແຂ່ງຂັນ​ພົບ​ກັນ​ໝົດຄັດ​ເອົາ​ທີ 1-2 ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment