ການບິນລາວ ເປີດ ຖ້ຽວບິນໃໝ່ ລາວ - ຈີນ ໃຊ້ ແອບັດ A320 ບິນທ້ານເດືອນ ສິງຫານີ້ !





     ລັດວິສາຫະກິດການບິນລາວ ແລະ ບໍລິສັດ ການບິນສາກົນ ຫູນານ-ຊຽງເຟັງໄດ້ເຊັນສັນຍາຮ່ວມກັນເປີດຖ້ຽວບິນ ຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ , ເຊິ່ງພິທີໄດ້ມີຂຶ້ນໃນວັນທີ 30 ມິຖຸນານີ້, ຢູ່ນະຄອນຫລວງ ວຽງ ຈັນ ລະຫວ່າງ ທ່ານ ແສງປະເສີດ ມະທຸຈັນ ຮອງຜູ້ອຳນວຍການໃຫຍ່ ການບິນລາວ ແລະ ທ່ານ ຊຸງຊຸຍ ຢາງ ປະທານບໍລິສັດ ການບິນສາກົນ ຫູນານ-ຊຽງເຟັງ.

     ສັນຍາລະບຸວ່າ: ໃນທ້າຍເດືອນສິງຫາ 2015 ລັດວິສາຫະກິດການບິນລາວຈະໄດ້ເປີດຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ ດ້ວຍເຮືອບິນແອບັດ A320, ເປັນຖ້ຽວບິນປົກກະຕິ, ອາທິດໜຶ່ງ 2 ຖ້ຽວຄື ວັນຈັນ ແລະ ວັນສຸກໂດຍຈະບິນຈາກວຽງຈັນເວລາປະມານ 12:40 ຫາສາງຊາ ສປ ຈີນ 16:15 ນາທີ ຕາມເວລາທ້ອງຖິ່ນ, ນອກຈາກນີ້ ທາງບໍລິສັດການບິນສາກົນຫູນານ-ຊຽງເຟັງ ທີ່ເປັນຄູ່ຮ່ວມສັນຍາຈະອຳນວຍຄວາມສະດວກໃນການພົວພັນ,  ຂໍອະນຸຍາດເຈົ້າໜ້າທີ່ຝ່າຍຈີນ ເພື່ອເປີດເສັ້ນທາງບິນໄດ້ຕາມກຳນົດເວລາ
.
     ທ່ານ ແສງປະເສີດ ມະທຸຈັນ ໃຫ້ຮູ້ວ່າ: ການເປີດເສັ້ນທາງບິນ ຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ ແມ່ນເພື່ອອຳນວຍຄວາມສະດວກແກ່ປະຊາຊົນສອງຊາດ, ໂດຍສະເພາະແມ່ນນະຄອນຫຼວງວຽງ-ຫູນານ ໃຫ້ມີ ການ ໄປມາຫາສູ່ ກັນມີຄວາມສະດວກຍິ່ງຂຶ້ນ.


     ປັດຈຸບັນການຮ່ວມມືເປີດຖ້ຽວບິນລະຫວ່າງສອງປະເທດລາວ-ຈີນ ມີການຂະຫາຍຕົວ ແລະ ໄດ້ມີຖ້ຽວບິນສະເພາະຈາກລາວ-ຈີນ 5 ເສັ້ນທາງຄື: ວຽງຈັນ-ຄຸນໝິງ, ວຽງຈັນ-ກວາງເຈົາ, ວຽງຈັນສາງໂຈ, ຫຼວງພະບາງ-ເສີນຕູ ແລະ ຫຼວງພະບາງ- ຊຽງຮຸ່ງ, 12 ປັນນາ, ຕາມແຜນໃນອານາຄົດ ການບິນລາວ ຍັງຈະໄດ້ຮ່ວມມືກັບ ສປ ຈີນຂະຫຍາຍເສັ້ນທາງບິນຕື່ມອີກຫລາຍ ເສັ້ນທາງ ດ້ວຍ ກັນ.

Source: Phatthana Newspaper
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment