ນັກສຶກສາລາວ ຍາດໄດ້ຫຼຽນທອງ ໃນການແຂ່ງຂັນງານວິໄຈ ໃນເວທີ ສາກົນ !







ນັກຮຽນ 6 ນ້ອງ ທີ່ເປັນຕົວແທນ ສປປ ລາວ ສາມາດຍາດໄດ້ ຫຼຽນທອງ ຈາກການແຂ່ງຂັນ ເຮັດການວິໄຈ ທີ່ໄດ້ຈັດຂຶ້ນ ຢູ່ ສາທາລະນະລັດ ປະຊາຊົນຈີນ ເພື່ອສະເຫຼີມສະຫຼອງ ວັນປະຫວັດສາດທໍາມະຊາດ ຂອງໂລກ.

ກຸ່ມນັກຮຽນ ຈາກ ສປປ ລາວ ທີ່ຍາດໄດ້ລາງວັນດັ່ງກ່າວ ແມ່ນມາຈາກ ໂຮງຮຽນມັດທະຍົມ ສົມປັນຍາ, ໂຮງຮຽນປະຖົມ ໜອງບົວທອງ ຈາກນະຄອນຫຼວງວຽງຈັນ, ແລະ ໂຮງຣຽນ SOS ແຂວງ ຊຽງຂວາງ. 

ນ້ອງນັກຮຽນ ທັງ 6 ຄົນ ປະກອບມີ ທ້າວ ຊາຍນາໂດ ລະດີຫານົງໄຊ, ທ້າວ ຊາວວະລິດ ດວງແສງ, ນາງ ສົມຄໍາ ບຸນຄໍາຄອນ, ນາງ ຈັນສະໝອນ ໄຊຍະເກດ, ນາງ ນໍ້າທິບ ເກດພູວົງ ແລະ ນາງ ພິນນະພາ ວິພອນ ຮຽນ. 

ຈໍານວນກຸ່ມນັກຮຽນ ທີ່ເຂົ້າຮ່ວມການແຂ່ງຂັນໃນເທື່ອນີ້ ແມ່ນມາຈາກ 6 ປະເທດ ລວມມີທັງໜົດ 32 ຄະນະ ໂດຍແຕ່ລະຄະນະ ຈະຕ້ອງໄດ້ນໍາສະເໜີ ຜົນງານການວິໄຈຂອງຕົນ ກ່ອນທີ່ຄະນະກໍາມະການ ຈະເປັນຜູ້ຕັດສິນ ໃຫ້ຄະແນນ ແລະ ໃຫ້ລາງວັນແກ່ ຄະນະ ທີ່ມີຜົນຂອງການນໍາສະເໜີ ທີ່ດີທີ່ສຸດ.  

ຜ່ານການນໍາສະເໜີ ກຸ່ມທີ່ເຮັດການນໍາສະເໜີໄດ້ດີທີ່ສຸດ ແມ່ນ ກຸ່ມຂອງນ້ອງນັກຮຽນ ທີ່ມາຈາກປະເທດເຈົ້າພາບ ສປ ຈີນ, ທີມ ຈາກຮອງກົງ ແລະ ປະເທດໄທ ໄດ້ອໍາດັບສອງ ແລະ ທີມຈາກປະເທດລາວ ສາມາດຍາດໄດ້ອັນດັບທີ່ສາມ ມາຄອງ. ຫົວຂໍ້ ທີ່ນັກສຶກສາລາວ ນໍາມາສະເໜີແມ່ນ "ເຫດການໄພທໍາມະຊາດ ທີ່ໃຫຍ່ທີ່ສຸດ" ຊຶ່ງນ້ອງນັກຮຽນ ຈາກສປປ ລາວ ແມ່ນສາມາດນໍາສະເໜີ ຜົນງານການວິໄຈ ໄດ້ເປັນຢ່າງດີ ແລະ ສາມາດຍາດໄດ້ຫຼຽນທອງມາຄອງໄດ້ ທີ່ສູນ ໂອລິມປິກ ຂອງເມືອງຊານດົງ, ແຂວງຢູນນານ ສປ ຈີນ ລະຫວ່າງວັນທີ 16-20 ກໍລະກົດ 2015.

ປະຈຸບັນ ບັນດານ້ອງນັກຮຽນ ທັງ 6 ນ້ອງ ພ້ອມດ້ວຍຜູ້ນໍາພາ ແມ່ນໄດ້ກັບຄືນ ສູ່ປະເທດລາວ ແລ້ວ ແລະ ທຸກຄົນແມ່ນມີຄວາມພາກພູມໃຈ ຕໍ່ຜົນງານ ຄວາມພາກ
ພຽນ ແລະ ຕັ້ງໃຈຂອງເຂົາເຈົ້າ ໃນການປະສົບຜົນສໍາເລັດ ແລະ ສາມາດສ້າງສື່ສຽງ ໃຫ້ແກ່ປະເທດຊາດ ໃນລະດັບສາກົນ. 

Lao students win bronze medals in research competition

Six students representing Laos won bronze medals in a research competition held recently in China to coincide with celebrations for Global Natural History Day.

The Lao team was composed of students from two schools in Vientiane, Sompanya secondary school and Nongbouathong Tai primary school, and the SOS school in Xieng Khuang province.

The six students were Mr Saynado Ladyhanongsay, Mr Saovalith Duangseng, Ms Somkham Bounkhamkone, Ms Chansamone Sayyaked, Ms Namthip Ketphouvong and Ms Phinnapha Viphonhiane.

There were 32 teams from six countries participating in the competition in China each of which had to present their topic and explain the research they had put into it before a panel of judges who would award the prizes.

A team from China won the gold medal while teams from Hongkong and Thailand shared the silver with the Lao team taking the bronze.
The subject chosen by the Lao team was ‘A big natural disaster incident' which was so well presented the team was able to win the bronze medal in the competition which was held at the Olympic Centre in Shandong district, Yunnan province between July 16 and 20.
Prior to the selection of the Lao representatives a national competition run on similar lines was held with 50 teams taking part. The subject they had to present was the ‘discovery of Lao knowledge'.

Through a simple weeding out process the number of teams was quickly reduced to 12 from whom the final six student representatives were chosen.

The six students and the adults who accompanied them have now returned to Laos, well satisfied with the results of their efforts and proud to have been able to do something positive for their country by succeeding in featuring highly on the international stage.

By Sisouphan Amphonephong 



Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment