ສປປ ລາວ ກະກຽມ​ສະ​ເໜີ​ທົ່ງ​ໄຫ​ຫີນ ​ເຂົ້າເປັນ​ມໍລະດົກ​ໂລກ ແຫ່ງທີ່ 3 ຂອງປະເທດ !



ຂປລ. ​ ວັນ​ທີ 11 ສິງຫາ 2015 ນີ້ ກອງ​ປະຊຸມ ປຶກສາ​ຫາລື​ຂັ້ນ​ແຂວງ ​ເພື່ອ​ກະກຽມ​ສະ​ເໜີ​ທົ່ງ​ໄຫ​ຫີນ ​ເຂົ້າເປັນ​ມໍລະດົກ​ໂລກ ​ໄດ້​ຈັດຂຶ້ນຢ່າງ​ເປັນ​ທາງ​ການ​ ທີ່​ຫ້ອງ​ປະຊຸມ​​ໃຫຍ່​ ພະແນ​ກຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ​ຊຽງ​ຂວາງ ໂດຍໃຫ້ກຽດເຂົ້າ​ຮ່ວມ​ ມີ​ທ່ານ ດຣ. ບົວ​ສອນ ສີນ​ວັນທອງ ​ຮອງ​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆຊຽງ​ຂວາງ, ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ອມບັນດາຫົວໜ້າ-ຮອງ​ຫົວໜ້າ​ກົມ​ ມໍລະດົກແລະເຈົ້າໜ້າທີ່ກ່ຽວຂ້ອງ.

ທ່ານ ສຳລານ ຫລວງ​ອາ​ໄພ ຮອງ​ຫົວໜ້າ​ກົມມໍລະດົກ ໄດ້ສະ​ເໜີ​ຄວາມ​ເປັນ​ມາ ​ແລະ ຈຸດປະສົງ​ ຂອງ​ກອງ​ປະຊຸມ ​ປັບປຸງ​ຮ່າງ​ເອກະສານ​ແຜນ​ແມ່​ບົດ ​ຄຸ້ມ​ຄອງ​ທົ່ງ​ໄຫ​ຫີນ, ຄຸນຄ່າ​ຂອງ​ຈັກກະວານ​ ຂອງ​ທົ່ງ​ໄຫ​ຫີນ ​ແລະ ຂອບ​ເຂດ​ສະຖານ​ທີ່​ໄຫ​ຫີນ (​ແຜນ​ທີ່) ພ້ອມ​ນີ້ ທ່ານ ວຽງ​ແກ້ວ ສຸກ​ສະຫວັດດີ ຮອງ​ຫົວໜ້າ​ກົມ​ມໍລະດົກ ​​ໄດ້​ເປີດ​​ເຜີຍ​ວ່າ: ຂະ​ບວນການ ​ແລະ ການ​ຂຽນ​ຄຳ​ຮ້ອງ​ສະ​ເໜີ ​ເປັນ​ມໍລະດົກ​ໂລກ ຕໍ່​ກັບ​ການ​ກຳນົດ​ຂອບ​ເຂດ, ແຜນການ​ຄຸ້ມຄອງ ​ແລະ ມາດຖານ​ເງື່ອນ​ໄຂ​ ​ແລະ ຍັງ​ໄດ້​ປະກອບ​ຄຳ​ຄິດຄຳ​ເຫັນ​ໃສ່​ ແຜນ​ແມ່​ບົດ​ຄຸ້ມ​ຄອງ​ ແຫລ່ງ​ມໍລະດົກ​ທົ່ງ​ໄຫ​ຫີນ ​ເປັນ​ຕົ້ນ​ແມ່ນ​ການ​ກຳນົດ​ ຂອບ​ເຂດ​ພື້ນ​ທີ່​ອະນຸລັກ, ​ແຜນ​ທີ່, ​ແຜນການ​ຄຸ້ມ​ຄອງ, ການ​ກະກຽມ​ເ​ອກະສາ​ນ ຄຳ​ຮ້ອງ​ເຂົ້າ​ເປັນ​ມໍລະດົກ​ໂລກ​ ໃນ​ອະນາ​ຄົດ​.

ແນວໃດກໍດີ ອະດີດຜ່ານມາ, ສປປ ລາວມີ 2 ​ແຫ່ງໄດ້ຮັບຮອງເປັນແຫລ່ງ ມໍລະດົກໂລກຈາກອົງການ ອຸຍເນັສໂກ (UNESCO) ຄື: ​ແຫລ່ງມໍລະດົກໂລກ ແຂວງຫລວງພະບາງແລະ ວັດພູຈໍາປາສັກ,ເຊິ່ງທັງສອງແຫລ່ງມໍລະດົກນີ້​ ​ ໄດ້​ກາຍ​ເປັນ​ສ່ວນ​ສໍາ​ຄັນ ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ເຂົ້າ​ມາ​ຢ້ຽມຢາມ ​ແລະ ທ່ອງ​ທ່ຽວ ສປປ ລາວ ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ຄາດ​ວ່າ​ພາຍ​ໃນ​ປີ 2016 ນີ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ຈະ ​ເຂົ້າ​ມາ​ຢ້ຽມລາວ​ເພີ່ມ​ຂຶ້ນ​ເຖິງ 4 ລ້ານ​ກວ່າ​ຄົນ ​ເຊິ່ງຈະ​ເປັນ​ການ​ປະກອບສ່ວນ​ສໍາຄັນ ​ເຂົ້າ​ໃນ​ການ​ພັດທະນາ ​ເສດຖະກິດ-ສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທໍາ ​ໃຫ້​ຄົນ​ລາວ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້, ສປປ ລາວ ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​​ ເປີດ​ສາຍ​ການບິນ​ ລະຫວ່າງ​ປະ​ເທດກັບ ສ ເກົາ ຫລີ ​ແລະ ຍີ່ປຸ່ນ ອັນ​​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ ​ເຂົ້າມາ​ທ່ອງ​ທ່ຽວ ສປປ ລາວ ຫລາຍ​ເພີ່ມ​ຂຶ້ນ​ກວ່າ 1 ​ແສນ​ຄົນ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment