ທຶນການສຶກສາ ເພື່ອເຂົ້າຮ່ວມສໍາມະນາ ຢູ່ມະຫາວິທະຍາໄລ ກຽວໂຕ ປະເທດຢີ່ປຸ່ນ !



ສໍາຫຼັບນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ທີ່ຕ້ອງການເຂົ້າຮ່ວມການສໍາມະນາ ວິຊາການ ຢູ່ມະຫາວິທະຍາໄລ ກຽວໂຕ ປະເທດຢີ່ປຸ່ນ ເຊີນອ່ານທາງນີ້

Call for Application: AUN-KU Seminar on Human Security Development and Energy Science


ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງທ່ານເພື່ອຊາບວ່າ ມະຫາວິທະຍາໄລກຽວໂຕ (Kyoto University) ຈະໄດ້ຈັດງານສໍາມະນາສໍາລັບນັກສຶກສາພາຍໃຕ້ຫົວຂໍ້ “Human Security Development and Energy Science” ໃນລະຫວ່າງວັນທີ 11-23 ມັງກອນ 2016 ທີ່ ມະຫາວິທະຍາໄລກຽວໂຕ ປະເທດຍີ່ປຸ່ນ. ນັກສຶກສາຜູ້ທີ່ສົນໃຈສະໝັກເອົາທຶນໄປຮ່ວມງານຝຶກອົບຮົມຄັ້ງນີ້ແມ່ນໃຫ້ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງໃຫ້ ອຈ. ສຸບິນ ສີສະຫວັດ ຜ່ານທາງອີເມວ: soubinlpdr@gmail.com, ພາຍໃນວັນທີ 27 ສິງຫາ 2015.  

 ເງື່ອນໄຂຜູ້ສະໝັກ:
ຕ້ອງເປັນນັກສຶກສາ ປີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ
ຕ້ອງມີໜັງສືເດີນທາງ
ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ເປັນຢ່າງດີ

ມີຄວາມຮູ້ກ່ຽວກັບເສດຖະສາດ, ວິທະຍາສາດ, ແລະ ສາຂາອື່ນໆທີ່ກ່ຽວຂ້ອງກັບວິທະຍາສາດ
ການສໍາພາດຄັດເລືອກຈະໄດ້ຈັດຂື້ນໃນ ເວລາ 9: 00 ໂມງ, ວັນສຸກ ທີ 28 ສິງຫາ 2015 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລກຽວໂຕ ປະເທດຍີ່ປຸ່ນ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
ຂໍ້ມູນເພີ່ມເຕີມ ແລະ ແບບຟອມສະໝັກເຂົ້າສໍາພາດສາມາດດາວໂຫຼດໄດ້ທີ່:

https://drive.google.com/folderview?id=0B-qGicuxyQubfmhNQzlzYUlleEZPdTFJX3BlR0RXaG9kcndaTUxqaGhBVl81cTVBZzBmMEE&usp=sharing
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment