ລັດຖະບານອິນເດຍໃຫ້ທຶນການສຶກສາ ແກ່ສປປ ລາວ ເກືອບ 200 ທຶນຕໍ່ປີ


ຂປລ. ລັດຖະບານອິນ​ເດຍ ປະກາດ​ວ່າ​ ​​​ໄດ້​ສະໜອງ​ທຶນ​ການ​ສຶກສາປະມານ 150-200 ທຶນ​ຕໍ່​ປີໃຫ້​​ແກ່ ສປປ ລາວ​​ ເຂົ້າ​ໃນ​ໂຄງ​ພັດທະນາ​ຊັບພະຍາກອນ​ມະນຸດ ​ເພື່ອ​ຮອງ​ຮັບການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ​ການເຊື່ອມ​​ໂຍງ​ກັບ​ສາກົນ​​, ໂດຍ​ກວມ​ເອົາ​ຫລາຍ​ຂະ​ແໜງ​ການ​ເປັນ​ຕົ້ນ ການ​ຝຶກ​ອົບຮົມ​ດ້ານ​ວິຊາ​ການ​ ໄລຍະ​ສັ້ນ-ຍາວ, ການ​ສຶກສາລະ​ດັບ​ປະລິນຍາ​ຕີ, ປະລິນຍາໂທ. ຂະນະ​ທີ່ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ສອງ​ປະ​ເທດ ລາວ-ອິນ​ເດຍ ​ແມ່ນ​ມີ​ຄວາມ​ໃກ້ ຊິດ ​ແລະ ​ແຕກ​ດອກ​ອອກ​ຜົນ, ​ພົ້ນ​ເດັ່ນນັບ​ແຕ່​ສ້າງສາ​ຍພົວພັນ​ການ​ທູດ​ຮ່ວມ​ກັນ​ໃນ​ປີ 1956​.

 ທ່ານ ຣາວີ ຊັງ​ກາ ​ໄອ​ໂຊ​ລາ (Mr. Ravi Shankar Aisola), ​ເອກ​ອັກ​ຄະລັດ​ຖະ​ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ​ອິນ​ເດຍປະ​ຈໍາ ສປປ ລາວ ​ໄດ້​ໃຫ້​ສໍາພາດ​ຕໍ່ນັກ​ຂ່າວ​ ສໍານັກ​ຂ່າວສານ​ປະ​ເທດ​ລາວ​ໃນ​ວັນ​ທີ 10 ທັນວາ 2015 ທີ່ ​ນະຄອນຫລວງ​ວຽງ​ຈັນ​ ວ່າ: ຕະຫລອດ 59 ປີຜ່ານມາ​ນັບ​ແຕ່​ພວກ​ເຮົາ​ໄດ້​ມີ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ​ໃນ​ປີ 1956 ນັ້ນ​ເຫັນ​ວ່າການ​ພົວພັນ​ຮ່ວມ​ມື, ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ມີການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ ພົ້ນ​ເດັ່ນ​ໂດຍ​ສະ​ເພາະ​​ໄດ້​ມີ​ການ​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ​ປຶກສາ​ຫາລື​ບັນຫາ​ສໍາຄັນຕ່າງໆຮ່ວມ​ກັນ ລະຫວ່າງ​ການ​ນໍາ​ຂັ້ນ​ສູງ​ສອງ​ປະ​ເທດ, ​​ໄດ້​ປະກອບສ່ວນຊ່ວຍ​ສ້າງ​ບຸກຄະລາ​ກອນ​ໃນ​ຂະ​ແໜງ​ການ​ຕ່າງໆ​ຂອງ​ລາວ ​ໂດຍ​ສະ​ເລັ່ຍຮອດ​ປັດຈຸບັນ​ ມີປະມານ 150-200 ທຶນຕໍ່ປີ, ​ໄດ້ຊ່ວຍ​ເຫລືອທຶນຮອນ​ເຂົ້າ​ໃນ​ຂະ​ແໜງ​ກະສິກໍາ ທີ່​ລວມ​ເອົາ​ທັງ​ທຶນ​ຊ່ວຍ​ເຫລືອ​ລ້າ, ກູ້​ຢືມ ​ແລະ ​ແລກປ່ຽນ​ວັດທະນະ​ທໍາ. ນອກຈາກ​ນັ້ນ​, ຍັງ​ໄດ້​ຮ່ວມມື​ກັນ​ໃນດ້ານ​ການ​ລົ​ງທຶນ, ການທ່ອງທ່ຽວ, ການ​ຄ້າ ​ແລະ ອື່ນໆ.

 ທ່ານ ຣາວີ ຊັງ​ກາ ​ໄອ​ໂຊ​ລາ ກ່າວຕື່ມ​ວ່າ: ​ເຖິງ​ແມ່ນ​ການ​ຮ່ວມ​ມື​ໃນ​ຫລາຍ​ດ້ານ​ພົ້ນ​ເດັ່ນ, ​ແຕ່​ວ່າການ​ຮ່ວມ​ມື​ດ້ານ​ການ​ຄ້າ​ ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ຍັງບໍ່​ເຂັ້ມ​ແຂງ​​ເທົ່າ​ທີ່​ຄວນ​, ສະ​ນັ້ນ​, ໃນ​ຕໍ່ໜ້າ​ພວມ​ເຮົາ​ຈະ​ຕ້ອງ​ສືບ​ຕໍ່​ພັດທະນາ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ຂະຫຍາຍຕົວ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​ເນື່ອງ​ຈາກວ່າ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ພວມ​ຈະ​ກ້າວ​ເຂົ້າ​ສູ່​ປະຊາຄົມ​ເສດຖະກິດ​ອາ​ຊຽນທ້າຍ​ປີ​ 2015 ນີ້​ ບວກ​ກັບ ສປປ ລາວ​​ ໄດ້​​ເປັນ​ສະມາຊິກ​ຂອງ​ອົງການໆ​ຄ້າ​ໂລກ, ຈະ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2016, ມີການ​ເຊື່ອມ​ໂຍງ​ສູ່ສາກົນ​ຫລາຍ​ຂຶ້ນ​. ສະ​ນັ້ນ ອິນ​ເດຍຍິ່ງ​ໃຫ້​ຄວາມ​ສໍາຄັນ​ຫລາຍ​ເພີ່ມ​ຂຶ້ນ​ຫລາຍ​ເ​ທົ່າ​, ໂດຍ​ສະ​ເພາະ​ການ​ປຶກສາ​ຫາລື ​ແລະ ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ການຄ້າ ​ແລະ ການທ່ອງ​ທ່ຽວ​ໃນ​ຕໍ່ໜ້າ ​ວ່າ​ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ລະດົມ​ນັກ​ລົງທຶນ​ ​ແລະ ປະຊາ​ຊົນ​ອິນ​ເດຍ​ເຂົ້າ​ມາ​ລົງທຶນ, ທໍາ​ມາ​ຄ້າ​-ຂາຍ​ຮ່ວມ​ກັນ ລວມ​ເຖິງ​ການ​ຢ້ຽມຢາມ​ໄປ​ມາ​ຫາ​ສູ່​ກັນ​ຫລາຍ​ຂຶ້ນ.

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment