ສົນໃຈໄປແລກປ່ຽນ ຢູ່ເກາະ ໂອກີນາວາ (Okinawa) ປະເທດຢີ່ປຸ່ນ ອ່ານທາງນີ້ !!!



Call for Application: Student Exchange Program at University of the Ryukyus, Japan (2016/2017)

ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຊາບວ່າ ມະຫາວິທະຍາໄລລິວກິວ ໄດ້ຈັດໂຄງການແລກປ່ຽນການສຶກສາເຊິ່ງໄປຮຽນໄລຍະ 1 ສົກຮຽນ ເລີ່ມແຕ່ ເດືອນ ກັນຍາ 2016 - ຕຸລາ 2017 ທີ່ມະຫາວິທະຍາໄລລິວກີວ (University of the Ryukyus) ປະເທດຍີ່ປຸ່ນ, ພາຍໃຕ້ທຶນການສຶກສາ JASSO Scholarship. ຜູ້ທີ່ສົນໃຈສະໝັກເອົາທຶນໄປຮຽນແລກປ່ຽນການສຶກສາດັ່ງກ່າວນີ້ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດ ສົ່ງໃຫ້ ອຈ. ສຸບິນ ສີສະຫວັດ, ຫ້ອງການພົວພັນຕ່າງປະເທດ, ມຊ, ຜ່ານທາງອີເມວ: soubinlpdr@gmail.com ພາຍໃນວັນທີ 28 ທັນວາ 2015. 
  1. ລົງທະບຽນ: http://goo.gl/forms/l1sOTmD6Qe
  2. ດາວໂຫຼດແບບຟອມ: https://drive.google.com/file/d/0B-qGicuxyQubTlhORjdDdlBfX0E/view?usp=sharing
v  ເງື່ອນໄຂຜູ້ສະໝັກ:
  1. ຕ້ອງເປັນນັກສຶກສາ ມຊ ຮຽນ ປີ 2 ຂື້ນໄປ,
  2. ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00  ຂື້ນໄປ,
  3. ຕ້ອງມີໜັງສືເດີນທາງ (ທີ່ບໍ່ທັນໝົດອາຍຸ),
  4. ສາມາດເວົ້າ ແລະ ຂຽນພາສາຍີ່ປຸ່ນ ຫຼື ພາສາອັງກິດໄດ້ໃນລະດັບດີ, ແລະ
  5. ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ຄວາມຮູ້ທົ່ວໄປກ່ຽວກັບປະເທດຍີ່ປຸ່ນ.

ການສໍາພາດຄັດເລືອກຈະໄດ້ຈັດຂື້ນໃນ ເວລາ 9: 00 ໂມງ ຂອງ ວັນອັງຄານ ທີ 29 ທັນວາ 2015 ທີ່ ຫ້ອງປະຊຸມຊັ້ນ 3 ທີ່ ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກທາງມະຫາວິທະຍາໄລແຫ່ງຊາດຈະສົ່ງລາຍຊື່ ແລະ ເອກກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ທາງມະຫາວິທະຍາໄລລິວກິວ ເປັນຜູ້ຄັດເລືອກໃນຮອບຕໍ່ໄປ.
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment