ປະກາດຜົນ ການ​​ແຂ່ງຂັນ​ແນວ​ຄວາມ​ຄິດ​ທາງ​ທຸລະ​ກິດ Startup Weekend Vientiane 2015 !



ໃນວັນທີ 18-20 ທັນວານີ້ຢູ່ທີ່ ນະຄອນຫຼວງວຽງຈັນ, ​ໄດ້ເປີດກິດຈະກຳ​ ​ສົ່ງເສີມການສ້າງຜູ້ປະກອບການໃໝ່​​ໃນລາວ ( Startup Weekend  Vientiane ) ​ຂຶ້ນໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍ ​ແລະ ກາງມີບັນດາຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ​​ເຂົ້າຮ່ວມ​​​ນຳດ້ວຍ

ຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍ ​ແລະ ກາງ​​​​ໃຫ້ຮູ້ວ່າ: ​ການສ້າງຜູ້ປະກອບການ ​ຫຼື​​ ​ເອີ້ນວ່າ: Entrepreneurs ​​ເປັນກິດຈະກໍາໜຶ່ງ​​ໂດຍການຄົ້ນຄິດ​​ຄວາມຄິດເຫັນຕ່າງໆ​ ເພື່ອພະຍາ ຍາມເຮັດໃຫ້​​ແນວຄວາມຄິດດັ່ງກ່າວເປັນທຸລະກິດ, ​​ເກີດຂຶ້ນໂດຍໄວ,​ ​ໂດຍບໍ່ຕ້ອງ​​ເສຍເວລາເວົ້າປາກ​​ເປົ່າພຽງ 54 ຊົ່ວໂມງກໍຈະສ້າງທຸລະກິດ​​ແບບໃດໜຶ່ງຂຶ້ນມາໄດ້.

 ທ່ານ​​ຍັງໃຫ້ຮູ້ອີກວ່າງານດັ່ງກ່າວນີ້ບໍ່ແມ່ນງານສຳມະນາ ແລະ ບໍ່ແມ່ນການ​​ແຂ່ງຂັນ​​ແຜນທຸລະກິດມັນແມ່ນ ການເຂົ້າຮ່ວມໂດຍບໍ່ມີການບັງຄັບຊຶ່ງທຸກຄົນທີ່ເຂົ້າຮ່ວມແມ່ນມີຈິດໃຈຢາກ​​ເປັນຜູ້ປະກອບການ ​​ແລະ ອາດຈະແມ່ນການປະກອບການທີ່ສະແຫວງຫາຜົນກຳໄລ ​​​ແລະ ​ປັບປຸງ​​ແກ້ໄຂບັນຫາສັງຄົມ​, ​ເພື່ອຕອບສະໜອງ​​ຄວາມຕ້ອງການຂອງຕະຫຼາດ, ​ເຊິ່ງການຈັດກິດຈະກຳດັ່ງກ່າວຄັ້ງນີ້, ​ເປັນຄັ້ງທີ 3 ​ແລະ ຜົນຕອບຮັບກໍ່ເພີ່ມຂຶ້ນຈາກຄັ້ງທຳອິດຫຼາຍພໍສົມຄວນນອກຈາກນີ້ຜູ້ເຂົ້າຮ່ວມຍັງໄດ້ພົບກັບບັນດາຜູ້ປຶກສາທີ່ມີປະສົບການ​​ໃນການເຮັດທຸລະກິດ ​ແລະບັນດາບໍລິສັດຕ່າງໆທີ່ເປັນຄູ່ຮ່ວມງານ ​ແລະ ​ເປັນຜູ້ສະໜັບສະໜູນອີກດ້ວຍ.



ທີມທີ່ຊະນະອັນດັບ 1 ຂອງ Startup Weekend Vientiane 2015 Season 3 ປີນີ້ ໄດ້ແກ່ທີມ GoLoKa (ແອບມືຖື) ທີ່ຈະຊ່ວຍໃຫ້ທ່ານຄົ້ນຫາສະຖານທີ່ທີ່ທ່ານຕ້ອງການໄດ້ໃວ ແລະ ສະດວກສະບາຍ 



   ທີມທີ່ໄດ້ຮອງອັນດັບ 1: ໂຄງການ: ສາມີ 24 ຊົ່ວໂມງ 





Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment