10 ຂ່າວເດັ່ນອາຊີຕາເວັນອອກສຽງໃຕ້ໃນປີ 2015 !!!

ປີ 2015, ເຂດອາຊີຕາເວັນອອກສຽງໃຕ້ໄດ້ເກີດຫຼາຍເຫດການທີ່ເຮັດໃຫ້ພາກພື້ນແລະທົ່ວໂລກສົນໃຈນຳ, ໂດຍລຳດັບຕາມເວລາເຫດເກີດດັ່ງນີ້:

1、ທ່ານລີກວນຢູເຖິງແກ່ກຳ. ວັນທີ 23 ມີນາປີນີ້, ທ່ານລີກວນຢູ, ອະດີດນາຍົກລັດຖະມົນຕີສິງກະໂປ, ໂດຍລວມອາຍຸໄດ້ 91 ປີ. ວັນທີ 29 ມີນາ, ສິງກະໂປໄດ້ຈັດພິທີຊາປະນະກິດສົບລະດັບຊາດໃຫ້ແກ່ທ່ານ.

2、ອິນໂດເນເຊຍຈັດ ກອງປະຊຸມຜູ້ນຳອາຊີອາຟຣິກາແລະກິດຈະກຳລະນຶກທັງເປັນກອງປະຊຸມບັນດຸງຄົບຮອບ 60 ປີ. ວັນທີ 22 ຫາວັນທີ 23 ເມສາປີນີ້, ກອງປະຊຸມຜູ້ນຳອາຊີອາຟຣິກາໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາ, ແລະກິດຈະກຳສະເຫຼີມສະຫຼອງກອງປະຊຸມບັນດຸງຄົບຮອບ 60 ປີໄດ້ຈັດຂຶ້ນຢູ່ເມືອງບັນດຸງ. ທ່ານໂຈໂກ ວິໂດໂດ, ປະທານາທິບໍດີອິນໂດເນເຊຍຮຽກຮ້ອງໃຫ້ປະເທດອາຊີອາຟຣິກາຈົ່ງສືບຕໍ່ສາມັກຄີກັນເພື່ອຊຸກຍູ້ການສ້າງຕັ້ງລະບຽບໃໝ່ດ້ານການເມືອງແລະເສດຖະກິດສາກົນທີ່ຍຸດຕິທຳແລະທ່ຽງທຳ.

3、ອົງການສະຫະປະຊາຊາດຮຽກຮ້ອງໃຫ້ປະເທດອາຊີຕາເວັນອອກສຽງໃຕ້ທີ່ກ່ຽວຂ້ອງອະນຸຍາດໃຫ້ເປີດຮັບຜູ້ຂ້າມຊາຍແດນຜິດກົດໝາຍແລະຊາວອົບພະຍົບຜ່ານທາງທະເລ. ວັນທີ 20 ພຶດສະພາປີນີ້, ລັດຖະມົນຕີການຕ່າງປະເທດມາເລເຊຍ, ໄທແລະອິນໂດເນເຊຍໄດ້ອອກຖະແຫຼງການຮ່ວມພາຍຫຼັງຈັດການເຈລະຈາ, ແລະໃຫ້ຄຳໝັ້ນສັນຍາວ່າຈະສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ຊາວຍົບພະຍົບ 7000 ຄົນທີ່ຍັງລອຍລຳເຮືອຢູ່ເທິງທະເລ. ວັນທີ 29 ພຶດສາະພາປີນີ້, 17 ປະເທດລວມທັງມຽນມາແລະສາມປະເທດດັ່ງກ່າວໄດ້ຈັດກອງປະຊຸມປະສານງານ, ຫຼັງຈາກນັ້ນຜູ້ຂ້າມຊາຍແດນຜິດກົດໝາຍແລະຊາວອົບພະຍົບໄດ້ຮັບການຈັດສັນທີ່ຢູ່ຊົ່ວຄາວ.

4. ການຈູດປ່າເຮັດໄຮ່ຂອງຊາວອິນໂດເນເຊຍໄດ້ສ້າງຜົນກະທົບຕໍ່ປະເທດອາຊີຕາເວັນອອກສຽງໃຕ້ຢ່າງໃຫຍ່ຫຼວງ. ເນື່ອງຈາກໃນໝູ່ເກາະຣຽວ(Kepulauan Riau) ໄດ້ມີພື້ນທີ່ຈູດປ່າ ເພີ່ມຂຶ້ນຢ່າງຊັດເຈນ, ຄວັນພິດທີ່ເກີດຈາກອິນໂດເນເຊຍໃນປີນີ້ ບໍ່ພຽງແຕ່ໄດ້ສ້າງຜົນກະທົບອັນໜັກໜ່ວງຕໍ່ອິນໂດເນເຊຍ, ມາເລເຊຍ ແລະສິງກະໂປເທົ່ານັ້ນ, ແຕ່ຍັງເປັນຄັ້ງທຳອິດທີ່ໄດ້ກະທົບເຖິງປະເທດໄທ, ຟິລິບປິນ ແລະ ຫວຽດນາມ, ເຮັດໃຫ້ບາງຖ້ຽວບິນຈາກບາງປະເທດບໍ່ສາມາດຂຶ້ນລົງສະໜາມບິນຢ່າງປົກກະຕິໄດ້, ໂຮງຮຽນຕ້ອງຢຸດຕິການຮຽນການສອນ, ການແຂ່ງຂັນສາກົນກໍຈຳເປັນຕ້ອງຖືກຍົກເລີກ ແລະອື່ນໆ.

5. ເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມໄປຢ້ຽມຢາມອາເມລິກາເປັນຄັ້ງທຳອິດ. ວັນທີ 7 ກໍລະກົດ, ທ່ານບາຣັກ ໂອບາມາປະທານາທິບໍດີອາເມລິກາແລະທ່ານ ຫງວຽນຟູຈອງ ເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະເຈລະຈາກັນຢູ່ທຳນຽບຂາວອາເມລິກາ. ທ່ານຫງວຽນຟູຈອງ ໄປຢ້ຽມຢາມອາເມລິກາໃນເວລານີ້ໄດ້ສະແດງໃຫ້ເຫັນວ່າຫວຽດນາມແລະອາເມລິກາມີຈຸດຄົບກັນທາງດ້ານຜົນປະໂຫຍດແຫ່ງຊາດ, ແລະກໍສະແດງໃຫ້ເຫັນວ່າ, ການນຳຂັ້ນສູງຂອງພັກກອມມູນິດຫວຽດນາມໄດ້ມີການປັບຍຸດທະສາດແຫ່ງຊາດເປັນກ້າວໆ.

6. ຈີນວາງຂໍ້ລິເລີ່ມ 3 ຂໍ້ໃນການປົກປັກຮັກສາສັນຕິພາບແລະສະເຖຍລະພາບຢູ່ທະເລຈີນໃຕ້. ວັນທີ 5 ສິງຫາ, ທ່ານຫວາງຢີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ໄດ້ສະເໜີໃນກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍວ່າ: ປະເທດໃນເຂດທະເລຈີນໃຕ້ໃຫ້ຄຳໝັ້ນສັນຍາຈະຈັດຕັ້ງປະຕິບັດ "ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນ" ຢ່າງສົມບູນ, ມີປະສິດທິພາບແລະຮອບດ້ານ, ເລັ່ງລັດປຶກສາຫາລືກ່ຽວກັບ "ກົດແຫ່ງການປະພຶດໃນທະເລຈີນໃຕ້" ຫຼື COC, ຕັ້ງໜ້າຄົ້ນຄວ້າມາດຕະການລັກສະນະປ້ອງກັນລ່ວງໜ້າໃນການຄວບຄຸມຄວາມສ່ຽງທາງທະເລ; ປະເທດຢູ່ນອກພາກພື້ນໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນຄວາມພະຍາຍາມດັ່ງກ່າວຂອງປະເທດໃນພາກພື້ນນີ້, ແລະບໍ່ໃຊ້ການເຄື່ອນໄຫວທີ່ຈະພາໃຫ້ສະຖານະການພາກພື້ນເຄັ່ງຕຶງແລະສັບສົນຍິ່ງຂຶ້ນ; ປະເທດຕ່າງໆໃຫ້ຄຳໝັ້ນສັນຍາຈະໃຊ້ແລະປົກປ້ອງສິດເສລີໃນການເດີນເຮືອແລະບິນຜ່ານທະເລຈີນໃຕ້ ຕາມກົດໝາຍສາກົນ.

7,ການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຫຼື TPP ທີ່ 4 ປະເທດອາຊຽນ ຄື, ສິງກະໂປ, ບຼູໄນ, ມາເລເຊຍ ແລະ ຫວຽດນາມເຂົ້າຮ່ວມນັ້ນສິ້ນສຸດລົງ. ວັນທີ 5 ຕຸລາປີນີ້, ການເຈລະຈາ "ສັນຍາຄູ່ຮ່ວມມືຂ້າມມະຫາສະໝຸດປາຊິຟິກ" ທີ່ນຳພາໂດຍອາເມລິກາ ແລະ ໃຊ້ເວລາ 5 ປີກວ່າໄດ້ບັນລຸການເຊັນສັນຍາ, ຫວັງວ່າຈະຖືເລື່ອງນີ້ເປັນຕົວແບບເພື່ອສ້າງກົດເກນການຄ້າຂອງເຂດອາຊີ-ປາຊິຟິກ ຈົນເຖິລະດັບທົ່ວໂລກຄືນໃໝ່. TPP ແມ່ນໜຶ່ງໃນສັນຍາການຄ້າເສລີສະບັບສຳຄັນຢູ່ເຂດອາຊີ-ປາຊິຟິກໃນປັດຈຸບັນ. ເມື່ອເຊັນສັນຍາແລ້ວ, ອິນໂດເນເຊຍ ແລະ ຟິລິບປິນກໍ່ກ່າວວ່າປາຖະໜາເຂົ້າເປັນສະມາຊິກ TPP.

8, ພັກສັນນິບາດເພື່ອປະຊາທິປະໄຕປະເທດມຽນມາໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປ. ລັດຖະສະພາສະຫະພັນມຽນມາຊຸດໃໝ່ຈະຈັດກອງປະຊຸມຄັ້ງທຳອິດໃນທ້າຍເດືອນມັງກອນປີ 2016, ແລະເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີຄົນໃໝ່ໃນເດືອນກຸມພາ.

9, ຟິລິບປິນເປັນເຈົ້າພາບຈັດກອງປະຊຸມ APEC. ແຕ່ວັນທີ 18 ຫາວັນທີ 19 ພະຈິກແລ້ວນີ້, ກອງປະຊຸມທີ່ບໍ່ເປັນທາງການຂອງຜູ້ນຳ APEC ໄດ້ຈັດຂຶ້ນຢູ່ມານີລາ ນະຄອນຫຼວງຟິລິບປິນ. ກອງປະຊຸມເທື່ອນີ້ໄດ້ສຸມໃສ່ການຮ່ວມມືດ້ານເສດຖະກິດຂອງພາກພື້ນອາຊີປາຊິຟິກ, ເຈາະຈົງລົງເລິກຫາລືກ່ຽວກັບການເຕີບໂຕແບບກວມລວມ ແລະ ການສ້າງເຂດການຄ້າເສລີອາຊີປາຊິຟິກ, ແລະກ່າວຢ້ຳວ່າຈະພ້ອມກັນສຸມກຳລັງເຂົ້າໃນການສ້າງເສດຖະກິດແບບເປີດປະຕູຂອງອາຊີ-ປາຊິຟິກ.

10, ປະຊາຄົມອາຊຽນສ້າງຕັ້ງຂຶ້ນຢ່າງເປັນທາງການ. ວັນທີ 31 ທັນວາປີ 2015, ປະຊາຄົມອາຊຽນສ້າງຕັ້ງຂຶ້ນຢ່າງເປັນທາງການ ເຊິ່ງລວມທັງ 3 ປະຊາຄົມ ຄື, ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ນີ້ແມ່ນຈຸດຫົວລ້ຽວຫົວຕໍ່ທາງປະຫວັດສາດນັບແຕ່ອາຊຽນສ້າງຂຶ້ນເປັນເວລາ 48 ປີມານີ້, ແມ່ນປະຊາຄົມອະນຸພາກພື້ນແຫ່ງທຳອິດໃນປະຫວັດສາດອາຊີ, ມີຄວາມໝາຍສຳຄັນຫຼາຍໃນຂະບວນການເຊື່ອມໂຍງຂອງອາຊີ.
(source: CRI)

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment