ທາດເຫລົ້າເປັນສາເຫດພາໃຫ້ເກີດພະຍາດ 200 ກວ່າຊະນິດ !



ຂປລ.ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ບັນດານະໂຍບາຍທີ່ກ່ຽວຂ້ອງ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກສະພາແຫ່ງຊາດລາວ ຫວຽດ ນາມ, ກໍາປູເຈຍ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ເຊິ່ງຈັດຂຶ້ນໃນວັນທີ 11 ມັງກອນ ນີ້ຢູ່ນະຄອນຫລວງວຽງຈັນ.
ທ່ານ ດຣ. ຊົມພູ ດວງສະຫວັນ ຮອງປະທານກຳມະທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລາວໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ສະມາຊິກສະພາແຫ່ງຊາດຈາກ 3 ປະເທດຄື: ລາວ, ກໍາປູເຈຍ ແລະ ຫວຽດນາມ, ແລະ ຂະແໜງການທີ່ກ່ຽວຂ້ອງ ໃນຂະບວນການສ້າງ ແລະ ປັບປຸງກົດ ໝາຍ, ລະບຽບການຕ່າງໆກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ຫລຸດຜ່ອນຜົນກະທົບຈາກການຊົມໃຊ້ເຄື່ອງດື່ມທີ່ມີທາດເຫລົ້າ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອົງການນິຕິບັນຍັດ ຂອງສາມປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກາຍເປັນແຮງຊຸກດັນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າອື່ນໆຂອງອາຊຽນ. ສູ້ຊົນເຮັດໃຫ້ຂົງເຂດສາມປະເທດສາມາດຫລຸດຜ່ອນຄວາມສ່ຽງ ແລະ ຄວາມເສຍຫາຍທີ່ມີສາຍເຫດກ່ຽວກັບທາດເຫລົ້າ.
ການດຶ່ມເຄື່ອງດື່ມທີ່ມີທາດເຫລົ້າແມ່ນມີຜົນກະທົບອັນໃຫຍ່ຫລວງຕໍ່ກັບຮ່າງກາຍ, ຈິດໃຈຂອງບຸກຄົນ, ຄອບຄົວ ແລະ ສັງຄົມ ເປັນສາເຫດຕົ້ນຕໍພາໃຫ້ເກີດພະຍາດຫລາຍກວ່າ 200 ຊະນິດ ແລະ ອຸປະຕິເຫດຈໍານວນ 3,8% ຂອງຈໍານວນຜູ້ເສຍຊີວິດທັງໝົດ ແມ່ນມີສາເຫດຈາກທາດເຫລົ້າ 4,5% ຂອງພາວະການເຈັບປ່ວຍ, ເປັນປັດໄຈອັນດັບສາມຂອງການເຈັບປ່ວຍ ແລະ ການເປັນພະຍາດໃນບັນດາປະເທດກໍາລັງພັດທະນາ. ນອກຈາກນັ້ນ ເຄື່ອງດື່ມທີ່ມີທາດເຫລົ້າ ຍັງສົ່ງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດອີກດ້ວຍ.
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment