ການສອບເສັງຄັດເລືອກລັດຖະກອນປີນີ້ ຈະເນັ້ນເລືອກເອົາຄົນດີຄົນເກັ່ງ ແລະ ບໍ່ມີຫຼິ້ນເສັ້ນ !



ຂປລ. ໃນວັນທີ 7 ມັງກອນນີ້, ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີວ່າການກະຊວງພາຍໃນ ໄດ້ອອກມາຊີ້ແຈງຂໍ້ຊັກຖາມຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ໄລຍະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີVII ກ່ຽວກັບບັນຫາການສອບເສັງເປັນລັດຖະກອນ ວ່າ: ການເລືອກເຟັ້ນ, ສອບຄັດເລືອກ ແລະ ບັນຈຸເຂົ້າເປັນລັດຖະກອນ ແມ່ນປະຕິບັດຕາມຫລັກການສະເໝີພາບ, ເປີດເຜີຍ, ພາວະວິໄສ, ເປັນທຳບົນພື້ນຖານຄວາມຮູ້ຄວາມສາມາດ ແລະ ມາດຖານຂອງຕຳແໜ່ງງານ ເຊິ່ງໃນໄລຍະຜ່ານມາ ຄະນະກຳມະການສອບເສັງ ໄດ້ພະຍາຍາມສູງໃນການປະຕິບັດຕາມຮູບແບບ, ວິທີ ແລະ ຂັ້ນຕອນການສອບເສັງ ເພື່ອເລືອກເຟັ້ນເອົານັກສອບເສັງທີ່ມີຄວາມຮູ້ຄວາມສາມາດ ແລະ ໄດ້ຄະແນນຕາມຄາດໝາຍທີ່ຄະນະກຳມະການສອບເສັງໄດ້ກຳນົດໄວ້ ເພື່ອຮັບບັນຈຸເຂົ້າເປັນລັດຖະກອນໃໝ່ ຕາມລະບຽບ, ໂດຍລັດຖະບານ ຈະເປັນຜູ້ອະນຸມັດຈຳນວນ, ແບ່ງຕົວເລກລັດຖະກອນໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນບົນພື້ນຖານການສະເໜີຈາກອົງການທີ່ກ່ຽວຂ້ອງ ໃນແຕ່ລະສົກງົບປະມານ.
ທ່ານ ລັດຖະມົນຕີກະຊວງພາຍໃນ ແຈ້ງຕື່ມວ່າ: ໃນຕໍ່ໜ້າກະຊວງພາຍໃນກໍຄືກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການປະຕິບັດກົດໝາຍ, ລະບຽບ ແລະ ຫລັກການ ໃນການສອບເສັງໃຫ້ຖືກຕ້ອງຕາມຫລັກການສະເໝີພາບ, ເປີດເຜີຍ, ພາວະວິໄສ-ເປັນທຳບົນພື້ນຖານຄວາມຮູ້ຄວາມສາມາດ, ມາດຕະຖານ ຂອງຕຳແໜ່ງງານຫວ່າງແທ້, ຫລີກເວັ້ນການສອບເສັງ, ການເລືອກເຟັ້ນເຂົ້າເປັນລັດຖະກອນແບບບໍ່ຖືກຕ້ອງ, ຮັກສາເດີມ, ຄົນເຈົ້າຄົນຂ້ອຍ ເຮັດແນວໃດໃຫ້ນັກສອບເສັງ ຜູ້ທີ່ມີຄະແນນໄດ້ຕາມຄາດໝາຍ ຂອງຄະນະກຳມະການກຳນົດໄວ້ຖືກຄັດເລືອກ ແລະ ບັນຈຸເຂົ້າເປັນລັດຖະກອນຕາມລະບຽບການ ເພື່ອຮັບປະກັນຄວາມຖືກຕ້ອງ, ພາວະວິໃສ ແລະ ເປັນທຳ ໃຫ້ແກ່ນັກສອບເສັງທຸກຄົນຫລາຍຂຶ້ນ.

KPL
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment