ເປີດຣັບສະມັກແລ້ວ ໂຄງການ Diversity Voyage Program ຄັ້ງທີ່ 3 ຮ່ວມກັບນັກສຶກສາ ປະເທດ ຢີ່ປຸ່ນ !



ເປີດຮັບ ສະມັກແລ້ວ ທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາ ຮ່ວມກັບນັກຮຽນ ຈາກມະຫາວິທະຍາໄລ ໂຕໂຢ ປະເທດ ຢີ່ປຸ່ນ

- ຖ້າທ່ານ ເປັນນັກຮຽນ ມະຫາວິທະຍາໄລ ຫຼື ວິທະຍາໄລ ແຕ່ປີທີ່ 1 ຫາ ປີ ທີ່ 3 ໃນທົ່ວປະເທດ
- ຖ້າທ່ານ ມີຄວາມສົນໃຈ ໃນການແລກປ່ຽນວັດທະນາທໍາ ແລະ ສ້າງມິດຕະພາບໃໜ່ ກັບນັກຮຽນຢິ່ປຸ່ນ
- ຖ້າທ່ານມີຄວາມສົນໃຈ ທາງດ້ານວັດທະນາທໍາ, ການທ່ອງທ່ຽວ ແລະ ການພັດທະນາ ແບບຢືນຢົງ
- ຖ້າທ່ານ ມີິຄວາມສາມາດສື່ສານ ພາສາອັງກິດ ຫຼື ພາສາຢີ່ປຸ່ນ ໄດ້ໃນລະດັບປານກາງ/ດີ 

ໂອກາດນີ້ ທ່ານ ຄວນບໍ່ພາດ ທີ່ຈະສະມັກ !

ຜູ້ສະມັກ 12 ນ້ອງ ທີ່ຜ່ານການຄັດເລືອກ ຈະໄດ້ຮ່ວມເຮັດກິດຈະກໍາ ກັບນັກຮຽນຢີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ
ແລະ ຈະໄດ້ຮັບໃບປະກາດຢັ້ງຢືນ ການເຂົ້າຮ່ວມນໍາອີກດ້ວຍ.

ພາສາທີ່ໃຊ້ ແມ່ນ ພາສາອັງກິດ ໃນຊ່ວງການເຮັດກິດຈະກໍາ

ປິດຮັບສະມັກ ວັນພະຫັດ ທີ່: 04/08/2016 ເວລາ 9:00 ເຊົ້າ.

ສະມັກອອນລາຍ ໄດ້ທີ່ ເວັບໄຊທ໌ ຕໍ່ໄປນີ້: http://bit.ly/dv-vientiane05





ທ່ານສາມາດ ເບິ່ງ ວິດີໂອຕົວຢ່າງ ໂຄງການ Diversity Voyage ປີຜ່ານມາ ໄດ້ ທີ່ວິດີໂອ ຂ້າງລຸ່ມນີ້



Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment