ປີນັງ ທີ່ຝັງໃຈ !

ທ່ານເຄີຍໄປທ່ຽວ ປີນັງ ປະເທດມາເລເຊຍ ກັນແລ້ວຫຼືຍັງ ? 



ປີນັງ (Penang) ເປັນເກາະນ້ອຍໆ ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປະເທດມາເລເຊຍ ເປັນດິນແດນ ແຫ່ງການພັກຜ່ອນ ຂອງນັກເດີນທາງ ຈາກທົ່ວສາລະທິດທົ່ວໂລກ ແລະ ຍັງເຄີຍຖືກ ຂະໜານນາມເປັນໄຂ່ມຸກຂອງອາຊີ. ຈາກການປະສົມປະສານ ລະຫວ່າງ ຄວາມເປັນເມືອງເກົ່າ ແລະ ຄວາມທັນສະໄຫມທີ່ເຂົ້າມາຮອດຕົວເມືອງ ຈຶ່ງເປັນສະຖານທີ່ທີ່ເໝາະສົມ ສໍາຫຼັບນັກເດີນທາງຍຸກໃໝ່ ທີ່ຕ້ອງການ ຢາກສໍາພັດ ກັບຄວາມສະຫງົບໃນອາດີດ ແລະ ສີສັນ ຄວາມມີຊີວິດຊີວາຂອງເມືອງ ມີອ້ອມຮອບໄປດ້ວຍທະເລ ພູເຂົາ ວັດວາອາຮາມ ທໍາມະຊາດ ຄວາມເກົ່າແກ່ ແລະ ຄວາມຈະເລີນ ຂອງຕົວເມືອງ ປະສົມປະສານເຂົ້າກັນໄດ້ຢ່າງລົງໂຕ.
ເມື່ອມາຮອດເກາະປີນັງ, 7 ສະຖານທີ່ທ່ອງທ່ຽວທີ່ທ່ານ ບໍ່ຄວນພາດ ທີ່ຈະໄປ ເຊັກອິນ ມີລາຍລະອຽດ ດັ່ງຕໍ່ໄປນີ້:

1) ຖະໜົນສິນລະປະ George Town

ໄຮໄລທ໌ນີ້ ຖືວ່າ ໄດ້ຮັບຄວາມນິຍົມສູງສຸດ ມາປີນັງ ຖ້າບໍ່ໄດ້ມາ ຖະໜົນສິນລະປະ ປານບໍ່ໄດ້ມາເມືອງປີນັງ ເພາະຖະໜົນແຫ່ງນີ້ ເຮັດໃຫ້ເມືອງປີນັງ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ທົ່ວໂລກ ຢາກມາຢ້ຽມຢາມ ໂດຍມີການແຕ້ມຮູບສິນລະປະ ຕາມຝາ ຂອງເຮືອນ ໃນຮູບແບບເປັນ Interactive Art ກໍ່ຄື ການນໍາເອົາ ສິ່ງແວດລ້ອມອ້ອມຂ້າງ ມາປະກອບໃສ່ ເປັນສ່ວນໜຶ່ງຂອງຜົນງານ ຊຶ່ງຜູ້ມາທ່ຽວຊົມ ມັກຈະມາ ເຮັດທ່າຕ່າງໆ ປະກອບໃສ່ ຮູບແຕ້ມຕາມຝາເຮືອນ. ຜົນງານທີ່ສ້າງຂຶ້ນ ມີທັງໝົດ ປະມານ 200 ຮູບ ຢາຍຢູ່ທຸກຈຸດຂອງເມືອງ George Town.



2) ເກ໊ກ ລົກ ສີ່
ວັດ ເກ໊ກລົກສີ່ ຫຼື ພາສາທ່ອງຖິ່ນມີຄວາມໝາຍວ່າ ວັດພູທີ່ມີເຕົ່າ ເປັນວັດທາງສາດສະໜາພຸດ ທີ່ໃຫຍ່ທີ່ສຸດ ໃນອາຊີ ຕາເວັນອອກສຽງໃຕ້ ສ້າງຂຶ້ນໃນປີ 1893 ໂດຍເປັນການລວມເອົາສະຖາປັດຕະຍາກໍາແບບ ຈີນ ປະສົມ ໄທ ແລະ ມຽນມາ ເຂົ້າໃສ່ກັນ. ຈຸດເດັ່ນຂອງວັດແມ່ນ ມີຮູບປັ້ນ ເຈົ້າແມ່ກວນອິມ ທີ່ມີຄວາມສູງຮອດ 30.2 ແມັດ ແລະ ເຈດີ ພະພຸດທະເຈົ້າ ຈໍານວນ 10,000 ອົງ ຊຶ່ງເປັນທີ່ປະດິດສະຖານ ພະພຸດທະຮູບສໍາລິດ ແລະ ພະພຸດທະຮູບສີລາຂາວ ທັງໝົດ 10,000 ອົງ. ມີຂັ້ນໃດ ໃຫ້ໄຕຂຶ້ນ ໄປຮອດຍອດເຈດີ ແລະ ຊົມວິວ ທີ່ສວຍງາມ ຂອງເມືອງປີນັງໄດ້. ໃນຊ່ວງກຸດຈີນ, ວັດແຫ່ງນີ້ ຈະມີການປະດັບປະດາ ຕົບແຕ່ງ ຢ່າງສວຍງາມ ດ້ວຍໂຄມໄຟຫຼາຍພັນດວງ.



ປີນັງ ຮິວ (Penang Hill)

ປີນັງ ຮິວ ເປັນຈຸດຊົມວິວ ທີ່ໄດ້ຮັບຄວາມນິຍົມສູງສຸດ ຢູ່ເມືອງປີນັງ ໂດຍທ່ານສາມາດ ທົດລອງຂຶ້ນລົດລາງ ຊຶ່ງຖືເປັນລົດລາງ ແຫ່ງທໍາອິດຂອງອາຊີ ຂຶ້ນໄປຍອດເຂົ້າແຫ່ງນີ້. ຕັ້ງຢູ່ສູງຈາກລະດັບໜ້ານໍ້າທະເລ ປະມານ 830 ແມັດ, ຢູ່ຈຸດຊົມວິວ ທ່ານຈະໄດ້ສໍາພັດ ກັບອາການ ອັນແສນບໍລິສຸດ ສາມາດແນມເຫັນວິວຂອງເມືອງ ປີນັງ ແບບ 360 ອົງສາ. ບໍ່ສະເພາະເທົ່ານັ້ນ ເທິງ ປີນັງ ຮິວ ທ່ານຍັງສາມາດທ່ຽວຊົມ ອຸທະຍານແຫ່ງຊາດ ໂດຍຈະມີຂົວໃຫ້ທ່ານໄດ້ຍ່າງຊົມວິວ ເຊື່ອມຕໍ່ລະຫວ່າງຕົ້ນໄມ້ໃສ່ຕົ້ນໄມ້ “Tree Top Walk” ພ້ອມທັງມີບັນດານົກ ແລະ ກະຮອກ ໄດ້ອອກມາໃຫ້ພວກເຮົາໄດ້ຢອກຫຼິ້ນ.



ປ້ອມຍາມ ຄອນເວລລິສ (Fort Cornwallis)

ປ້ອມຍາມ ຄອນເວລລິສ ເປັນໂບຮານສະຖານອັນເກົ່າແກ່ທີ່ສໍາຄັນ ຂອງເມືອງປີນັງ ຊຶ່ງສາມາດບອກເລົ່າເລື້ອງລາວ ໃນອາດີດຂອງປີນັງ ໄດ້ເປັນຢ່າງດີ. ສ້າງຂຶ້ນ ໃນສັດຕະວັດທີ່ 18 ໂດຍເປັນປ້ອມຍາມ ທີ່ມີຄວາມສູງປະມານ 3 ແມັດ ມີທັງໂບດ, ຄຸກຂັງນັກໂທດ ແລະ ອື່ນໆ. ອ້ອມຮອບປ້ອມຍາມແຫ່ງນີ້ ນັກທ່ອງທ່ຽວຍັງສາມາດ ຍ່າງທ່ຽວຊົມ ທັດສະນີຍະພາບ ທີ່ສວຍງາມ ອ້ອມຮອບປ້ອມຍາມແຫ່ງນີ້.



Chew Jetty

ເກາະປີນັງ ເປັນເກາະທີອ້ອມຮອບໄປດ້ວຍທະເລ ຈຶ່ງບໍ່ແມ່ນເລື້ອງແປກ ທີ່ຈະມີຊຸມຊົນ ຊາວປະມົງ ຢັງຢາຍກັນຢູ່ທົ່ວເມືອງ ໂດຍໃນອາດີດ ປະຊາກອນສ່ວນໃຫຍ່ ແມ່ນຈະປະກອບອາຊີບ ເປັນຊາວປະມົງ. ປະຈຸບັນ ເຖິງແມ່ນວ່າຊຸມຊົນຊາວປະມົງ ຈະເຫຼືອໜ້ອຍລົງໄປ ແຕ່ກໍ່ຍັງມີຊຸມຊົນ ຊາວປະມົງ ທີ່ມີຊື່ວ່າ Chew Jetty ຊຶ່ງເປັນຊຸມຊົນ ທີ່ບ້ານເຮືອນ ເປັນອາຄານໄມ້ເກົ່າແກ່ ປະສົມປະສານກັບສິນລະປະຈີນ ພ້ອມທັງສາມາດ ສໍາພັດບັນຍາກາດອັນສະຫງົບງຽບ ໂດຍສະເພາະ ໃນຊ່ວງຕາເວັນໃກ້ຈະຕົກດິນ ໃນບໍລິເວນຂົວໄມ້ ທີ່ເດອອກໄປກາງທະເລ ຈະສ້າງໃຫ້ສະຖານທີ່ແຫ່ງນີ້ ເປັນທີ່ນ່າຫຼົງໄຫຼທີ່ສຸດ.


The Blue Mansion

ຕືກສີຟ້າ ກາຍເປັນຕຶກທີ່ສະດຸດຕາ ແລະ ສວຍງາມ ຢູ່ໃຈກາງເມືອງ ຈອດທາວ ເປັນແລນມາກທີ່ສໍາຄັນຂອງເມືອງ ພ້ອມທັງເປັນມໍລະດົກທາງວັດທະນາທໍາຂອງເມືອງປີນັງ ສ້າງຂຶ້ນໂດຍມະຫາເສດຖີຊາວຈີນທີ່ອົບພະຍົກ ສ້າງຂຶ້ນຕາມແບບຮວງຈຸ້ຍຂອງຊາວຈີນ ແລະ ພາຍໃນມີການຕົບແຕ່ງຢ່າງສວຍງາມ ອະລັງການ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມຮຸ່ງເຮືອງ ໃນສະໄຫມກ່ອນ. ປະຈຸບັນຕຶກແຫ່ງນີ້ ໄດ້ຖືກປ່ຽນໃຫ້ກາຍເປັນໂຮງແຮມ ແລະ ອະນຸຍາດໃຫ້ ຄົນພາຍນອກ ໄດ້ເຂົ້າທ່ຽວຊົມມໍລະດົກທາງວັດທະນາທໍາ ຂອງເມືອງປີນັງ ອີກດ້ວຍ.


ມອດສ ກາບຕັນ ເຄລິງ (Kapitan Keling Mosque)

ສ້າງຂຶ້ນໃນປີ 1801 ໂດຍກຸ່ມຄົນຊາວມຸສລິມ ຈາກປະເທດອິນເດຍ ແລະ ເປັນມອດສ ທີ່ເກົ່າແກ່ທີ່ສຸດຂອງເມືອງ ຈອສທາວ. ໂຕອາຄານມີສີຂາວ ປະດັບດ້ວຍຕຶກໂດມສີເຫຼືອງທອງຂະໜາດໃຫຍ່ ເບິ່ງແລ້ວສະດຸດຕາ ສວຍງາມ ແລະ ມີຄວາມສະຫງົບຢູ່ພາຍໃນ ພ້ອມທັງສາມາດຮຽນຮູ້ວັດທະນາທໍາຂອງຊາວ ມຸສລິມໄດ້.


ໃນປີ 2020, ມາເລເຊຍ ຕັ້ງເປົ້າ ຕ້ອນຮັບນັກທ່ອງທ່ຽວ ທັງຫມົດ 30 ລ້ານຄົນ ເພື່ອນໍາເງິນຕາເຂົ້າປະເທດ ປະມານ 24.3 ຕື້ໂດລາສະຫະລັດ ຫຼື ຄົນມາເລເຊຍ 1 ຄົນ ຕ້ອນຮັບ ຄົນຕ່າງປະເທດ ຢ່າງໜ້ອຍ 1 ຄົນ ເຂົ້າປະເທດ.
ມາເລເຊຍ ເປັນປະເທດ ທີ່ມີຊື່ສຽງ ທາງດ້ານແຫຼ່ງທ່ອງທ່ຽວ ວັດທະນາທໍາ, ທໍາມະຊາດ, ທະເລ, ອາຫານການກິນ, ການຮັກສາ ສຸຂະພາບ, ແລະ ແຫຼ່ງຊ໋ອປປິ້ງ ລາຄາຖືກ.

ສົນໃຈສອບຖາມ ຫຼື ຈອງທົວ ໄປທ່ຽວມາເລເຊຍ ຕິດຕໍ່ເບີ
021 560 839,
020 22207369







Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment