10 ເລື້ອງລາວ ແປກໆ ບັນທຶກສະຖິຕິໂລກ ຂອງປະເທດ ມາເລເຊຍ


ປະເທດມາເລເຊຍ ນອກຈາກຈະເປັນປະເທດ ທີ່ມີແຫຼ່ງທ່ອງທ່ຽວ ທາງທໍາມະຊາດ ວັດທະນາທໍາ ທີ່ສວຍງາມ ເປັນເປົ້າໝາຍ ການທ່ອງທ່ຽວ ຂອງຜູ້ຄົນ ຈາກທົ່ວໂລກແລ້ວ ຍັງມີເລື້ອງລາວ ແປກໆ ອີກຫຼາຍຢ່າງ ທີ່ຫຼາຍຄົນອາດຍັງ ບໍ່ທັນເຄີຍຮູ້ມາກ່ອນ ໂດຍສະເພາະແມ່ນບັນດາສະຖິຕິໂລກ ທີ່ ປະເທດ ມາເລເຊຍ ເຄີຍໄດ້ຮັບມາ. ມີຫຍັງແດ່ ພວກເຮົາ ໄປອ່ານ ເບິ່ງນໍາກັນເລີຍ.

#1) ເປັນປະເທດ ທີ່ມີ ນາຍົກລັດຖະມົນຕີ ອາຍຸຫຼາຍທີ່ສຸດ ຂອງໂລກ ໃນປີ 2018
#1: The world’s oldest Prime Minister (2018)
ທ່ານ Mahathir Mohamad ກາຍເປັນນາຍົກລັດຖະມົນຕີ ທີ່ມີອາຍຸ ຫຼາຍທີ່ສຸດ ໃນໂລກ ໂດຍທ່ານ ໄດ້ເປັນນາຍົກລັດຖະມົນຕີຂອງປະເທດ ມາເລເຊຍ ລະຫວ່າງປີ 1981 ຫາປີ 2003 ຫຼື 22 ປີ, ຊຶ່ງກໍ່ໝາຍຄວາມວ່າ ທ່ານໄດ້ເປັນນາຍົກລັດຖະມົນຕີ ເມື່ອທ່ານອາຍຸໄດ້ 56 ປີ ແລະ ໝົດວ່າລະ ເມື່ອທ່ານອາຍຸໄດ້ 78 ປີ. 


#2)  ເປັນປະເທດ ທີ່ມີໃບເງິນ ໃຫຍ່ທີ່ສຸດ ໃນໂລກ ໃນປີ 2017
The world’s biggest banknote (2017)

ໃບເງິນໃບທີ່ໃຫຍ່ທີ່ສຸດໃນໂລກ ຖືກຜະລິດຂຶ້ນໂດຍ Bank Negara Malaysia ໃນວັນທີ 29 ທັນວາ 2017 ໂດຍມີຂະໜາດ 22 ຊມ x 37 ຊມ ແລະ ຜະລິດຂຶ້ນພຽງ 6,000 ໃບ ເພື່ອສະເໜີ້ມສະຫຼອງ ຂໍ້ຕົກລົງ ການປະກາດເອກະລາດ 60 ປີ ຂອງລັດ Malaya ຊຶ່ງເປັນໃບ ທີ່ມີມູນຄ່າຂອງເງິນ 600 ຣິງກິດ ສະກຸນເງິນມາເລເຊຍ ຫຼື ປະມານ 143 ໂດລ້າສະຫະລັດ. 


#3 ການດຶງລົດໄຟທີ່ໜັກທີ່ສຸດໃນໂລກ ໂດຍໃຊ້ແຂ້ວ
The world’s heaviest train pulled using teeth (2003)

ໃນວັນທີ 18 ຕຸລາ 2003, Velu Rathakrishnan, ສ້າງໃຫ້ໂລກຕະລືງ ໂດຍການນໍາໃຊ້ແຂ້ວຂອງລາວ ດືງລາກແກ່ ລົດໄຟ KTM ຊຶ່ງມີນໍ້າໜັກລວມເຖິງ 260,800 ກິໂລໄດ້. ທ່ານ Velu ເປັນຄົນສາດສະໜາ ຮິນດູ, ເປັນຄົນກິນຜັກຢ່າງດຽວ ເອີ້ນຕົນເອງວ່າ ເປັນຣາຊາ ແຂ້ວ, ສາມາດດຶງລົດໄຟ ໄປໄດ້ໄລຍະ 4.2 ແມັດ ດ້ວຍແຂ້ວຂອງລາວ ຢູ່ທີ່ສະຖານີລົດໄຟ ຂອງເມືອງ ກົວລາລໍາເປີ. ລາວກ່າວວ່າ ລາວໄດ້ພະລັງພິເສດນີ້ ມາຈາກການນັ່ງສະມາທິ ແບບສະໄຕຮ ອິນເດຍ. 






#4. ຜູ້ຊາຍ ທີ່ໃຊ້ນິວມືເຈາະໝາກພ້າວ ໄດ້ໄວທີ່ສຸດຂອງໂລກ
The world’s fastest man to pierce four coconuts with one finger (2011)

ທ່ານ Ho Eng Hui ອາຍຸ 58 ປີ ຊຶ່ງເປັນນັກກິລາ Martial arts ປະເທດມາເລເຊຍ ໄດ້ທໍາລາຍສະຖິຕິໂລກ ດ້ວຍການ ເຈາະຮູໝາກພ້າວ ໂດຍໃຊ້ນິ້ວຊີ້ຂອງລາວ ພາຍໃນໄລຍະເວລາ 12.15 ວິນາທີ ຈົນກ່ວາ ເຮັດໃຫ້ນໍ້າໝາກພ້າວ ແຕກອອກມາ ໂດຍໄດ້ທໍາລາຍສະຖິຕິໂລກໄປ ໃນວັນທີ 21 ເມສາ 2011. 


# 5. ຫໍຄວບຄຸມການບິນ ທີ່ສູງທີ່ສຸດໃນໂລກ (2013) 
#5: The world’s tallest airport control tower (2013)

ເປັນຫໍຄວບຄຸມການບິນ ທາງອາກາດ ທີ່ສູງທີ່ສຸດໃນໂລກ ຕັ້ງຢູ່ ສະໜາມບິນສາກົນ ກົວລາລໍາເປີ ປະເທດມາເລເຊຍ ໂດຍມີລະດັບຄວາມສູງທີ່ 133.8 ແມັດ, ສ້າງໃນປີ 2013 ມີທັງໝົດ 33 ຊັ້ນ ແລະ ນໍາໃຊ້ມູນຄ່າການກໍ່ສ້າງທັງໝົດທີ່ 55 ລ້ານ ຣິງກິດ ສະກຸນເງິນ ມາເລເຊຍ. 


# 6. ການນໍາໃຊ້ຂໍ້ມື ເຮັດໃຫ້ໄຂ່ແຕກ ໄດ້ຫຼາຍໜ່ວຍທີ່ສຸດ ຂອງໂລກ ພາຍໃນເວລາ 30 ວິນາທີ ໃນປີ 2005
#6:  The world’s largest number of eggs crushed using a wrist in 30 seconds (2005)

ທ້າວ Balakrishnan Sivasamy ຊາຍໄວ 25 ປີ ເປັນຜູ້ຊ່ວຍຢູ່ຮ້ານອາຫານແຫ່ງໜຶ່ງ ທີ່ລັດ ອີໂປະ ປະເທດມາເລເຊຍ ສາມາດທໍາລາຍສະຖິຕິໂລກ ດ້ວຍການໃຊ້ຂໍ້ມື ຈາກນັ້ນ ໂຄ້ງນິ້ວມື ກັບຫຼັງໄປ ເພື່ອບີບໄຂ່ 25 ໜ່ວຍໃຫ້ແຕກ ພາຍໃນໄລຍະເວລາ 30 ວິນາທີ. ກ່ອນການບັນທຶກສະຖິຕິ, ລາວໄດ້ຝຶກຊ້ອມທໍາລາຍໄຂ່ໃຫ້ແຕກ ໂດຍໃຊ້ຂໍ້ມືຂອງລາວ ມາແລ້ວ 10,000 ໜ່ວຍ.  


# 7. ເອົາໝາກບານຢອງເທິງຫົວ ແລ້ວແລ່ນໄດ້ໄວທີ່ສຸດຂອງໂລກ (2010)
#7: The world’s fastest person to run a mile balancing a football on his head (2010)


ທ່ານ Low Yee Ming ອາຍຸ 19 ປີ ທໍາລາຍສະຖິຕິໂລກ ດ້ວຍການເອົາໝາກບານ ຢອງເທິງຫົວ ຈາກນັ້ນ ເຮັດການແລນ ໄປໄດ້ໄລຍະທາງ 1.6 ກິໂລແມັດ ພາຍໃນໄລຍະເວລາ 8 ນາທີ 35 ວິນາທີ ຢູ່ທີ່ສະໜາມກິລາເຕະບານ ເຊລັງງໍ ປະເທດມາເລເຊຍ ໂດຍທີ່ໝາກບານ ບໍ່ຕົກອອກຈາກຫົວຂອງລາວເລີຍ. 
#8. ການສັງສັນ ຫຼິ້ນເກມຮ່ວມກັນ LAN ທີ່ໃຊ້ເວລາດົນນານທີ່ສຸດ (2009) The World's longest LAN party (2009)
ທໍາລາຍສະຖິຕິໂລກ ດ້ວຍການຫຼິ້ນເກມຮ່ວມກັນ ທີ່ດົນນານທີ່ສຸດ 40 ຊົ່ວໂມງ ທີ່ມະຫາວິທະຍາໄລ Cyberjaya's Multimedia ຊຶ່ງເປັນງານປະຈໍາປີ ຂອງ Cyber Fusion. ມີຜູ້ເຂົ້າຮ່ວມທັງໝົດ 291 ຄົນ ຈາກ 5 ປະເທດ ຮ່ວມຫຼິ້ນເກມ Defense of the Ancients, Call of Duty 4, FIFA ’09, ແລະ Sudden Attack. ໃນຊ່ວງການຫຼິ້ນເກມ ຜູ້ຫຼິ້ນ ສາມາດພັກຜ່ອນໄດ້ພຽງແຕ່ 5 ນາທີເທົ່ານັ້ນ ໃນແຕ່ລະຊ່ວງພັກເບຮກ ຈາກການຫຼິ້ນເກມ. 
#9. ມາຍາກົນ ປ່ຽນຊຸດໄດ້ຫຼາຍທີ່ສຸດ ໃນໂລກ ໃນ 1 ນາທີ 
#9: The world’s highest number of costume change illusions in one minute (2017) 
ນັກມາຍາກົນ Avery Chin ແລະ Sylvia Lim ບັນທຶກສະຖິຕິໂລກ ດ້ວຍການ ໃຊ້ມາຍາກົນປ່ຽນຊຸດ 24 ຊຸດ ພາຍໃນໄລຍະເວລາ 1 ນາທີ່ ຢູ່ທີ່ເມືອງ George Town ແຂວງປີນັງ ປະເທດມາເລເຊຍ ຈັດຂຶ້ນເພື່ອສະເຫຼີມສະຫຼອງ 60 ປີ ຂໍ້ຕົກລົງການປະກາດເອກະລາດ ຂອງສະຫະພັນ ມາລາຍາ. 

#10. ກຸ່ມຄົນທີ່ໃສ່ຊຸດແມວ ຮວມໂຕກັນຫຼາຍທີ່ສຸດໃນໂລກ (2017)
#10: The world’s largest number of people dressed as cats (2017)
ກຸ່ມທີ່ເອີ້ນໂຕເອງວ່າ Malaysia Cat Crazy ທໍາລາຍສະຖິຕິໂລກ ດ້ວຍການ ຮວມໂຕກັນ ໃສ່ຊຸດແມວ ຫຼາຍທີ່ສຸດໃນໂລກ ໂດຍຮວບຮວມໄດ້ 440 ຄົນ ທີ່ງານ ASEAN Film Festival and Awards ຢູ່ເມືອງ Kuching ປະເທດມາເລເຊຍ. 


ປະເທດມາເລເຊຍ ຍັງມີອີກຫຼາຍຢ່າງ ທີ່ສາມາດເຮັດໃຫ້ທ່ານ ຕື່ນຕາຕື່ນໃຈໄດ້. ສົນໃຈ ຈອງທົວໄປທ່ອງທ່ຽວ ປະເທດມາເລເຊຍ ຕິດຕໍ່ ບໍລິສັດ ທ່ອງທ່ຽວ ມະນີຍົມ, ໂທລະສັບ 021560839, 02022207269

#malaysiatrulyasia
#visitmalaysia2020
#cuticutimalaysia
#vm2020
ຂໍ້ມູນຈາກ: 




Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment