ບໍລິສັດຮັບເໝົາກໍ່ສ້າງເສັ້ນທາງ ດອນນົກຄຸ້ມ ຢູ່ເມືອງສີສັດຕະນາກ ຕໍ່ໃສ່ຖະໜົນ 450 ປີ ຢູ່ເມືອງ ໄຊເຊດຖາ ລວມຄວາມຍາວ 11 ກິໂລແມັດ ຂໍຕໍ່ເວລາ ສໍາເລັດການກໍ່ສ້າງ ອອກໄປຕື່ມອີກ 18 ເດືອນ ເນື່ອງຈາກ ການຂາດງົບປະມານ
ໃນການກໍ່ສ້າງ. ຜູ້ບໍລິຫານໂຄງການ ທ່ານ ສັກສົມບັດ ໄຕສຸລິຍາ ໄດ້ກ່າວຕໍ່ໜັງສືພິມວຽງຈັນທາມສ໌ ວ່າ ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ຂໍຕໍ່ເວລາອອກໄປຕື່ມ ຕັ້ງແຕ່ເດືອນ ກໍລະກົດ ປີ 2019 ຫາທ້າຍປີ 2020 ເນື່ອງຈາກທາງບໍລິສັດຮັບເໝົາ ມີງົບປະມານທີ່ຈໍາກັດ.
ປະຈຸບັນ, ແມ່ນໄດ້ຢຸດຕິການກໍ່ສ້າງໜ້າວຽກໃຫຍ່ ມີແຕ່ ດໍາເນີນໜ້າວຽກ ການທໍາຄວາມສະອາດ ຢູ່ຕາມເສັ້ນທາງເທົ່ານັ້ນ. ຂົວຂ້າມຄູ່ຂະໜານ 2 ແຫ່ງ ແມ່ນໄດ້ເປີດໃຊ້ເປັນທີ່ຮຽບຮ້ອຍ ແຕ່ສາມາດນໍາໃຊ້ໄດ້ ພຽງແຕ່ຂ້າງດຽວ ຢູ່ເຂດບ້ານນາຄວາຍ, ສ່ວນ ຮາວຮົ້ວ ຈະໄດ້ມີການຕິດຕັ້ງ ຢູ່ບໍລິເວນຂົວ ທີ່ແລ່ນຜ່ານບືງທາດຫຼວງ. ປະຈຸບັນເສັ້ນທາງດັ່ງກ່າວ ແມ່ນສໍາເລັດແລ້ວ 80%. ໂຄງການກໍ່ສ້າງເສັ້ນທາງແຕ່ ດອນນົກຄຸ້ມ ຫາ ຖະໜົນ 450 ປີ ໄດ້ເຊັນສັນຍາກໍ່ສ້າງທໍາອິດ ໃນເດືອນ ກໍລະກົດ ປີ 2012 ໃນໄລຍະສັນຍາ 36 ເດືອນ ແລະ ໄດ້ຕໍ່ສັນຍາອອກໄປຮອດເດືອນ ກໍລະກົດ 2017, ແຕ່ການກໍ່ສ້າງເສັ້ນທາງ ກໍ່ບໍ່ມີຄວາມຄືບໜ້າຫຼາຍ ເນື່ອງຈາກຜູ້ຮັບເໝົາຂາດສະພາບຄ່ອງທາງດ້ານການເງິນ. ນອກຈາກນັ້ນ, ຍັງມີປັດໃຈ ປັນຫາບໍ່ຕົກແຕກ ລາຄາຊົດເຊີຍ ການສູນເສຍທີ່ດິນ ຂອງປະຊາຊົນ ທີ່ບໍ່ສາມາດຕົກລົງກັນໄດ້.
ເສັ້ນທາງສາຍດັ່ງກ່າວ ແມ່ນມີຄວາມຍາວທັງໝົດ 11.6 ກິໂລແມັດ ແລະ ມີມູນຄ່າການກໍ່ສ້າງທັງໝົດ 76 ລ້ານ ໂດລາສະຫະລັດ (600 ຕື້ກີບ), ຊຶ່ງແມ່ນລັດຖະບານແຫ່ງສປປ ລາວ ຈະເປັນຄົນຈ່າຍ. ສັນຍາ ຂອງໂຄງການນີ້ ແມ່ນຖືກສ້າງຂຶ້ນ ລະຫວ່າງ ພະແນກຄົມມະນາຄົມ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ນໍ້າທາ ກໍ່ສ້າງເສັ້ນທາງ ແລະ ຂົວ. ມູນຄ່າ ການກໍ່ສ້າງເສັ້ນທາງດັ່ງກ່າວ ຄາດວ່າ ຈະເພີ່ມຂຶ້ນເປັນ 78 ລ້ານໂດລາສະຫະລັດ ເນື່ອງຈາກ ການປ່ຽນແປງ ຄວາມສູງຂອງຂົວ ຢູ່ຖະໜົນເສັ້ນດັ່ງກ່າວ, ແລະ ຈະມີການປູດ້ວຍຄອນກຮີດ ແທນການ ປູ ດ້ວຍຢາງໝາກຕອຍ ທີ່ໄດ້ວາງແຜນໄວ້ ໃນຕອນຕົ້ນ ເພື່ອຮອງຮັບການຂົນສົ່ງ ທີ່ຈະມີຫຼາຍຂຶ້ນ ຂອງລົດບັນທຸກ.
|
0 comments:
Post a Comment