ທຳໃຈ! ພະນັກງານຕາມສັນຍາ ແລະ ອາສາສະໝັກ ທີ່ເຮັດວຽກຢູ່ຂະແໜງການເງິນ ລັດບໍ່ມີໂກຕ້າຮັບເອົາເປັນລັດຖະກອນ.




ກະຊວງການເງິນ ອອກແຈ້ງການ ວັນທີ 27 ກັນຍາ 2019 ແນະນຳເລື່ອງ ການຮັບເອົາພະນັກງານຕາມສັນຍາ ແລະ ອາສະໝັກເຂົ້າເຮັດວຽກຢູ່ຂະແໜງການເງິນຄື:

- ໃຫ້ລຸລ່ວງພະນັກງານຕາມສັນຍາ ແລະ ອາສາສະໝັກ ທີ່ຍັງຄົງຄ້າງຢູ່ໃນຄວາມຮັບຜິດຊອບຂອງຕົນໃນປັດຈຸບັນໃຫ້ໄປຊອກວຽກງານໃໝ່, ບໍ່ໃຫ້ຄອງຄ່ອຍລໍຖ້າຕົວເລກໂກຕ້າລັດຖະກອນໃໝ່.

- ພະນັກງານຕາມສັນຍາຈ້າງ ແລະ ອາສາສະໝັກທີ່ມີອາຍຸເກີນ 35 ປີ ກະຊວງການເງິນຈະບໍ່ຮັບພິຈາລະນາໃຫ້ເປັນລັດຖະກອນໃໝ່ ເນື່ອງຈາກໄດ້ປະຕິບັດຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ

- ບໍ່ໃຫ້ຖືກເອົາການເຂົ້າເປັນພະນັກງານຕາມສັນຍາ ແລະ ອາສາສະໝັກມາຫຼາຍປີ ເພື່ອເປັນເງື່ອນໄຂຮັບເຂົ້າເປັນລັດຖະກອນໃໝ່ ເພາະວ່າການເຂົ້າເປັນລັດຖະກອນໃໝ່ຕ້ອງໄດ້ຜ່ານການສອບເສັງຕາມກົດໝາຍ ແລະ ລະບຽບການ.

- ຫ້າມບໍ່ໃຫ້ມອບວຽກທີ່ສຳຄັນໃຫ້ພະນັກງານຕາມສັນຍາ ແລະ ອາສາສະໝັກ ຮັບຜິດຊອບຢູ່ແຕ່ລະບ່ອນ.

- ໃຫ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງພະນັກງານຕາມສັນຍາ ແລະ ອາສາສະໝັກແລ້ວໃຫ້ລາຍງານກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ຖ້າຜູ້ໃດບໍ່ປະຕິບັດຕາມກົດໝາຍ ແລະ ລະບຽບການແມ່ນໃຫ້ເອົາອອກຈາກບ່ອນສັງກັດຢູ່ຂະແໜງການເງິນເລີຍ. 



Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment