ໄດ້ແລ້ວ ຜູ້ຊະນະເລີດ ລາງວັນ ຮອນດາ ເຢສ 2019



ໃນວັນທີ 23/10/2019 ທີ່ຜ່ານມາ ໄດ້ມີພິທີ ມອບລາງວັນ Honda Y-E-S Award 2019 ຈັດຂຶ້ນຢູ່ທີ່ສະຖາບັນລາວ-ຍີ່ປຸ່ນ, ໂດຍແຂກທີ່ມີກຽດເຂົ້າຮ່ວມຫຼາຍທ່ານ ໄດ້ແກ່ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ພະນະທ່ານ ເຄອິໂຊະ ທາເກວະກະ ທ່ານທູດຍີ່ປຸ່ນປະຈໍາ ສປປ ລາວ, ພ້ອມດ້ວຍຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການຕ່າງໆ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃຫ້ກຽດມອບລາງວັນແກ່ນັກສຶກສາໂດຍ Dr. Mitsunobu KANO ຜູ້ອໍານວຍການໃຫຍ່ ມູນນິທິຮອນດາ.

ຜ່ານການພິຈາລະນາ, ຜູ້ໄດ້ຮັບຄັດເລືອກ ໃຫ້ໄດ້ລາງວັນ Honda Y-E-S Award 2019 ໄດ້ແກ່ ທ້າວ ກົງ ເຮີ ແລະ ທ້າວ ກິຊັນ ຈັນທີ. 

ຂໍສະແດງຄວາມຍິນດີ ກັບສອງນ້ອງ ດ້ວຍ.

Cr. LJI: Lao-Japan Institute





Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment