ໂຄງການທາງລົດໄຟ ລາວ ຫວຽດນາມ ຄາດລົງມືກໍ່ສ້າງ 2021 ນີ້ !


ວັນທີ 17 ຕຸລາ, ໜັງສືພິມ Vientiane Times ສະບັບອອກວັນທີ 17 ຕຸລາ ໃຫ້ຂ່າວວ່າລັດຖະບານລາວໄດ້ມອບໃຫ້ບໍລິສັດການຄ້ານໍ້າມັນອາຍແກັດລາວ (PetroTrade) ດໍາເນີນການຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ, ຈາກເມືອງທ່າແຂກ, ແຂວງຄໍາມ່ວນຂອງລາວ ໄປຮອດຊາຍແດນ ຫວຽດນາມ.

ວັນທີ 15 ຕຸລາ, ຕາງໜ້າລັດຖະບານລາວ, ກະຊວງແຜນການ ແລະການລົງທຶນໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ (MOU) ກັບບໍລິສັດ PetroTrade ວ່າດ້ວຍການດໍາເນີນການຄົ້ນຄວ້າ ແລະສໍາເລັດການອອກແບບລະອຽດຂອງເສັ້ນທາງລົດໄຟດັ່ງກ່າວ.
ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ PetroTrade ໃຫ້ຮູ້ວ່າ: “ເສັ້ນທາງລົດໄຟຈະມີລວງຍາວ 240 ກິໂລແມັດເຖິງ 270 ກິໂລແມັດ; ໃນນັ້ນລວງຍາວຂອງເສັ້ນທາງຢູ່ດິນແດນລາວແມ່ນປະມານ 150 ກິໂລແມັດ, ປະມານ 120 ກິໂລແມັດທີ່ຍັງເຫຼືອຈະນອນໃນດິນແດນຫວຽດນາມ.
ການສໍາຫຼວດເບື້ອງຕົ້ນຈະໄດ້ດໍາເນີນຈາກເມືອງທ່າແຂກ ໄປຮອດຊາຍແດນລາວ-ຫວຽດນາມ, ຂັ້ນຕອນການສໍາຫຼວດ ແລະອອກແບບຈະໃຫ້ສໍາເລັດໃນເວລາ 8-12 ເດືອນ. ຖ້າຫາກໄດ້ຮັບການອະນຸມັດຈາກລັດຖະບານລາວ ແລະລັດຖະບານຫວຽດນາມ, ໂຄງການຄາດຄະເນວ່າຈະໄດ້ເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະສໍາເລັດໃນປີ 2024.
ໂດຍ: ເກື່ອງດັ້ງ
ກປ ອອນລາຍ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment