8 ເລື້ອງແປກໆ ກ່ຽວກັບວັນບຸນອອກພັນສາ ແລະ ບຸນຊ່ວງເຮືອລາວ !



1) ບຸນອອກພັນສາ ເປັນປາງບຸນໜຶ່ງທີ່ມີຢູ່ໃນຮີດສິບຂອງລາວເຮົາ ເປັນວັນທີ່ພຣະສົງ ສາມະເນນທັງຫຼາຍ ສິ້ນສຸດໄລຍະການຈຳພັນສາ ບຳເພັນພຽນ ພາວະນາ (ຈຳສິນ) ຕະຫຼອດໄລຍະ 3 ເດືອນ ນັບແຕ່ວັນເຂົ້າພັນສາ ມື້ອອກ ໃໝ່ 15 ຄ່ຳເດືອນ 8 ເຖິງ ມື້ອອກໃໝ່ 15 ຄ່ຳເດືອນ 11 ວັນອອກພັນສາ ຫຼື ເອີ້ນອີກຢ່າງໜຶ່ງວ່າວັນ “ປະວໍລະນາ” ແປວ່າ: “ອະນຸຍາດ” ເປັນການສິ້ນສຸດລະດູຝົນ ແລະ ວັນທີ່ພຣະສົງສາມະເນນ ບໍ່ຕ້ອງຈຳພັນສາ ໄດ້ຮັບການອະນຸຍາດໃຫ້ໄປຄ້າງຄືນຢູ່ວັດອື່ນ ຫຼື ອະນຸຍາດໃຫ້ໄປສະແດງທຳມະ ທີ່ຕົນໄດ້ພຽນມາເປັນເວລາຈຳພັນສານັ້ນແກ່ອອກຕົນຍາດໂຍມ (ສານິກະຊົນ) ທັງຫຼາຍ ແລະ ອະນຸຍາດໃຫ້ພຣະສົງຢູ່ພາຍໃນວັດ ໂອວາດຕັກເຕືອນກິລິຍາທີ່ບໍ່ເໝາະສົມ ເຊິ່ງກັນແລະກັນໄດ້. 

2) ໃນມື້ ບຸນອອກພັນສາ, ຜູ້ເຖົ້າ ແລະ ຄົນເກົ່າຄົນແກ່ ຂອງປະເທດເຮົາ ບາງຄົນ ເຊື່ອວ່າ ມີປະກົດການ ບັ້ງໄຟ ພະຍານາກ ເກີດຂຶ້ນ ຕາມລໍາແມ່ນໍ້າຂອງ ເນື່ອງຈາກໃນມື້ດັ່ງກ່າວ ພະຍານາກ ຈະຂຶ້ນມາຫຼິ້ນມ່ວນຊື່ນ ແລະ ຈູດບັ້ງໄຟ ຂຶ້ນຈາກໜ້ານໍ້າ ເພື່ອລະ ນຶກເຖິງ ສິ່ງສັກສິດ ທັງຫຼາຍ. 




3) ການແຂ່ງຂັນ ຊ່ວງເຮືອ ໃນມື້ບຸນອອກພັນສາ ທີ່ຈິງແລ້ວ ຕາມປະເພນີດັ້ງເດີມ ບໍ່ແມ່ນການຊ່ວງ ເພື່ອແຂ່ງຂັນກັນ ແຕ່ເປັນການຊ່ວງເພື່ອເອົາເລີກ ເອົາໄຊ ຕາມຮີດຄອງທີ່ເຄີຍປະຕິບັດຜ່ານມາ ພ້ອມທັງເປັນການສ້າງຄວາມຮັກແພງ ສາມັກຄີ ແລະ ຄວາມມ່ວນຊື່ນ ລະຫວ່າງສີພາຍ ແລະ ຜູ້ຊົມ ທີ່ມາຮ່ວມຊົມ ບຸນຊ່ວງເຮືອ 




4) ມີຄວາມເຊື່ອກັນວ່າ ທີ່ມາຂອງການເຮັດບຸນຊ່ວງເຮືອ ແມ່ນມາຈາກ ນິທານ ກໍາພ້າ ຜີນ້ອຍ ໂດຍມີບາງຕອນ ກ່ຽວພັນກັບການເຮັດບຸນຊ່ວງເຮືອ ຄືມີພະຍາຕົນໜຶ່ງ ຢາກໄດ້ເມຍ ຂອງກໍາພ້າ ຈຶ່ງໄດ້ເອີ້ນເສນາອາມາດ ມາປຶກສາຫາລື ວ່າຈະຊ່ວງຊີງເອົາ ນາງ ເມຍທ້າວກໍາພ້າ ມາໄດ້ແນວໃດ? ໃນທີ່ສຸດກໍຕົກລົງ ໃຫ້ ທ້າວ ກໍາພ້າ ມາ ແຂ່ງກັບພະຍາ ແລະພະນັນກັນວ່າ: ຖ້າທ້າວ ກໍາພ້າ ເສຍຈະຍົກເມຍໃຫ້. ທຳອິດ, ພະຍາທ້າໃຫ້ ເອົາໄກ່ມາຕີ, ເມຍຂອງທ້າວກໍາພ້າ ໄດ້ໃຊ້ແຫວນ ທຳມະລົງວິເສດ ເສກເຫງັນສ່ຽວ ຂອງກໍາພ້າ ເປັນໄກ່ຕີລາຍນ້ອຍ ເຊິ່ງທີ່ສຸດແລ້ວໄກ່ ພະຍາກໍພ່າຍແພ້. ພະຍາເສຍໜ້າ ຈິ່ງທ້າຊົນ ຄວາຍ, ແຕ່ກໍພ່າຍແພ້ ຄວາຍກໍາພ້າ, ພະຍາໄດ້ທ້າ ຊົນສັດຕ່າງໆ ກໍ່ບໍ່ຊະນະຈັກເທື່ອ ແລະ ສຸດທ້າຍພະຍາ ກໍ່ທ້າຊ່ວງເຮືອ. ເທື່ອນີ້ເມຍຂອງທ້າວກໍາພ້າ ໄດ້ໃຊ້ແຫວນວິເສດ ເສກພະຍານາກ ສ່ຽວກໍາພ້າ ໃຫ້ເປັນເຮືອຊ່ວງແລະ ເມື່ອຈະເຖິງຫລັກໄຊ, ເຮືອນາກ ຂອງທ້າວກໍາພ້າ ກໍເອົາຫາງຟາດນ້ຳ ເປັນຟອງໃຫຍ່ ຈົນເຮືອພະຍາຫລົ້ມ ໂດຍພະຍາ ກັບເສນາອາມາດ ຢູ່ເຮືອກໍຈົມນ້ຳຕາຍໝົດແລະ ຈາກການ ເຊື່ອນິທານດັ່ງກ່າວ ຈຶ່ງໄດ້ເປັນ ທີ່ໄປທີ່ມາ ຂອງບຸນຊ່ວງເຮືອ ປະເພນີ ຈົນເຖິງທຸກມື້ນີ້. 


5) ມີຄວາມເຊື່ອມາຕັ້ງແຕ່ ສະໄໝ ບູຮານນະການວ່າ ງານບຸນຊ່ວງເຮືອ ແມ່ນງານທີ່ ສະແດງຄວາມຮູ້ບຸນຄຸນ ຕໍ່ພະຍານາກ ຊຶ່ງຖືເປັນປູຍ່າຕາຍາຍ ຂອງມວນມະນຸດ ທີ່ດົນບັນດານໃຫ້ຟ້າຝົນ ຕົກຕາມລະດູ ເພື່ອອໍານວຍ ຄວາມສະດວກໃຫ້ພາກກະສິກໍາ, ທັງເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ດິນຟ້າອາກາດ ແມ່ນໍ້າ ແລະ ສິ່ງແວດລ້ອມ ທີ່ໄດ້ນໍາພາ ຄວາມອຸດົມສົມບູນ ມາສູ່ມວນມະນຸດ. 




6) ກ່ຽວກັບບຸນຊ່ວງເຮືອປະເພນີທີ່ທ່າວັດຈັນ ແມ່ນໄດ້ເຮັດຖືກຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດຜ່ານມາ ໂດຍໃນແຕ່ລະປີ ຈະບໍ່ມີການປ່ຽນແປງວັນເວລາ ການຈັດງານ ແຕ່ເນື່ອງຈາກສະພາບ ການປ່ຽນແປງດິນຟ້າອາກາດ ແລະ ການບົກແຫ້ງຂອງນໍ້າຂອງ ເຂດທ່າວັດຈັນ ໃນ 4-5 ປີຜ່ານມາ, ການຈັດງານບຸນຊ່ວງເຮືອ ທີ່ທ່າວັດຈັນ ໃນປີ 2019 ນີ້ ແມ່ນຈະໄດ້ຍ້າຍລົງໄປຈັດ ບໍລິເວນດ້ານໜ້າ ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ ແທນ. 

 7) ຄົນລາວຫຼາຍຄົນ ຍັງມັກໃຊ້ຄໍາວ່າ ລອຍກະທົງ ຊຶ່ງໃນຄວາມເປັນຈິງແລ້ວ ຄໍາທີ່ຖືກຕ້ອງໃນພາສາລາວ ແມ່ນ ຄໍາວ່າ ໄຫຼເຮືອໄຟ ໂດຍເລື້ອງລາວ ການໄຫຼເຮືອໄຟ ໃນມື້ອອກພັນສາ ນັ້ນ ແມ່ນມີຄວາມຜູກພັນ ກັບເລື້ອງລາວໂບຮານ ທີ່ກ່າວໄວ້ວ່າ ໃນ ມື້ຂຶ້ນ15 ຄໍ່າ ແລະ ແຮມ 1 ຄໍ່າ ເດືອນ 11 ເພັງ ຈະມີລູກທັງຫ້າຂອງພະຍາກາເຜືອກ ໄດ້ກັບຄືນລົງສູ່ໂລກມະນຸດ ເພື່ອເຜີຍແຜ່ສິນລະທຳຄຳສອນ, ມະນຸດທັງຫລາຍຈິ່ງໄດ້ເອົາໄມ້ມາເຮັດເປັນຮູບເຮືອ, ເອົາຝ້າຍມາຝັ້ນເປັນຕີນກາໃສ່ຖ້ວຍນໍ້າມັນ ຢາຍເປັນຫວ່າງ ສະເໝີກັນເພື່ອໄຕ້ບູຊາ ຫລື ເອົາໃບຕອງ ຫຼື ຕົ້ນກ້ວຍມາເຮັດເປັນຮູບດອກບົວ, ຮູບເຮືອ ຫຼື ກະທົງ ແລະ ໄຫລໄປຕາມແມ່ນໍ້າເພື່ອນ້ອມລະນຶກເຖິງຄຸນມານດາ ບິດາ ບູຊາພະເຈົ້າທັງຫ້າພະອົງທີ່ສະເດັດລົງມາຍັງໂລກມະນຸດ. 




8) ງານບຸນຊ່ວງເຮືອ ຈະຈັດຂຶ້ນ ເກືອບທຸກພື້ນທີ່ ຂອງປະເທດ ໂດຍງານ ບຸນຊ່ວງເຮືອ ປະເພນີ ຢູ່ແຂວງຫຼວງພະບາງ ຈະຈັດຂຶ້ນກ່ອນບຸນຊ່ວງເຮືອ ຂອງທຸກໆແຂວງ ເປັນຂີດໜາຍ ເລີ້ມຕົ້ນລະດູການ ບຸນຊ່ວງເຮືອ ຢູ່ທຸກພື້ນທີ່ຂອງປະເທດ ຈົນຮອດໄລຍະອອກພັນສາ. ນອກຈາກບຸນຊ່ວງເຮືອໃຫຍ່ ຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລ້ວ ຍັງມີບຸນຊ່ວງເຮືອໃຫຍ່ ຢູ່ແຂວງ ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ ແລະ ແຂວງອື່ນໆ ຕື່ມອີກ. 

 ປະເພນີບຸນອອກພັນສາ ແລະ ບຸນຊ່ວງເຮືອ ຂອງ ສປປ ລາວ ໄດ້ຖ່າຍທອດກັນມາ ຫຼາຍຍຸກ ຫຼາຍສະໄຫມ, ຊຶ່ງການສືບຕໍ່ປະຕິບັດ ແລະ ສົ່ງເສີມ ປະເພນີວັດທະນາທໍາອັນດີງາມດັ່ງກ່າວນັ້ນ ແມ່ນເກີດມາຈາກ ການຮ່ວມແຮງ ຮ່ວມຈິດຮ່ວມໃຈ ແລະ ການປະກອບສ່ວນຂອງປະຊາຊົນລາວ ທຸກຖ້ວນໜ້າ ຕັ້ງແຕ່ເໜືອ ຕະຫຼອດໄຕ້ ແລະ ຄົນລາວ ທີ່ຢູ່ທົ່ວທຸກມູມໂລກ, ພັກລັດ ແລະ ບໍລິສັດຫ້າງຮ້ານນ້ອຍໃຫຍ່ ຕ່າງໆ ທີ່ໃຫ້ການສະໜັບສະໜູນ ເປັນຢ່າງດີ ໂດຍສະເພາະ ແມ່ນ ບໍລິສັດເບຍລາວ ທີ່ຫຼິ່ງເຫັນ ຄວາມສໍາຄັນ ໃນວຽກງານການປົກປັກຮັກສາວັດທະນາທໍາລາວ ແລະ ບຸນປະເພນີຕ່າງໆ ຂອງຊາດລາວ ໃຫ້ສືບຕໍ່ໄປ. ສະເພາະປະເພນີບຸນຊ່ວງເຮືອ ໃນຊ່ວງອອກພັນສາ ປີ 2019, ບໍລິສັດເບຍລາວ ຈໍາກັດ ໄດ້ໃຫ້ການສະໜັບສະໜູນບຸນຊ່ວງເຮືອອອກພັນສາ 4 ແຂວງ ປະກອບມີ ນະຄອນຫຼວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ, ມີມູນຄ່າການສະໜັບສະໜູນລວມ 1.5 ຕື້ກີບ. 

#proundtobelao 

#boatracing
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment