ຊົມເຊີຍ ແມ່ຍິງລາວ ຄົນທໍາອິດ ໄດ້ຮັບລາງວັນອັນຊົງກຽດ ຢູ່ນະຄອນຫຼວງລອນດອນ ອັງກິດ


ກາຍເປັນແມ່ຍິງລາວ ຄົນທໍາອິດ ທີ່ໄດ້ຮັບລາງວັນ ອັນຊົງກຽດ ລາງວັນ Mary Robinson Climate Justice Award 2019 ຢູ່ທີ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ, ມະໂນລີ ສີສະຫວັນ, ຮອງອໍານວຍການ ອົງການອະນຸລັກສັດປ່າ (WCS) ແຫ່ງ ສປປ ລາວ ກ່າວວ່າ ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເປັນກຽດ ທີ່ໄດ້ຮັບການຄັດເລືອກ ເປັນໜຶ່ງໃນສາມຄົນ ທີ່ໄດ້ຮັບລາງວັນ 2019 Mary Robinson Climate Justice Award ໃນຄັ້ງນີ້.

ລາງວັນນີ້ ແມ່ນລາງວັນ ເພື່ອສະໜັບສະໜູນຜູ້ນໍາໄວໜຸ່ມ ກ່ຽວກັບນະວັດຕະກໍາ ແລະ ແນວຄວາມຄິດລິເລີ້ມທີ່ເປັນທໍາ  ທີ່ມີຜົນ ຕໍ່ກັບການຫຼຸດຜ່ອນ ການປ່ຽນແປງດິນຟ້າອາກາດ  ໃນການປົກປັກຮັກສາໂລກ ເພື່ອອະນາຄົດຂອງສິ່ງມີຊີວິດ ຮຸ່ນຕໍ່ໄປ. 

ຄວາມເປັນທໍາ ທາງດ້ານການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ (Climate Justice) ເຊື່ອມໂຍງເຖິງ ສິດທິມະນຸດ ແລະ ການພັດທະນາ ເພື່ອຕອບສະໜອງວິທີທາງ ຄວາມຕ້ອງການທີ່ມີຄົນເປັນສູນກາງ, ການປົກປັກຮັກສາ ສິດ ຂອງສິ່ງທີ່ມີຊີວິດ ທີ່ບອບບາງທີ່ສຸດ ແລະ ແບ່ງປັນ ປັນຫາ ແລະ ຜົນປະໂຫຍດ ຈາກການຫຼຸດຜ່ອນ ການປ່ຽນແປງດິນຟ້າອາກາດ ພ້ອມທັງແນວທາງ ໃນການແກ້ໄຂປັນຫາ ທີ່ເທົ່າທຽມກັນ. ວິທະຍາສາດ ໄດ້ຊີ້ໃຫ້ພວກເຮົາເຫັນໄດ້ ເຖິງ ການຫຼຸດສະພາວະໂລກຮ້ອນ ດ້ວຍຄວາມເປັນທໍາ, ຊຶ່ງມີຄວາມຕ້ອງການ ວິທະຍາສາດ ແລະ ຄວາມຮູ້ ຂອງຜູ້ພິທັກໂລກ ທີ່ກ່ຽວພັນກັບຊັບພະຍາກອນທີ່ມີທັງໝົດໃນໂລກ. 

ທຶນທີ່ໄດ້ຮັບໃນຄັ້ງນີ້ ແມ່ນມີມູນຄ່າ  £3,000 ສະກຸນເງິນອັງກິດ ໂດຍມະໂນລີ ກ່າວວ່າ ຈະນໍາໃຊ້ ເຂົ້າໃນການ ຍົກລະດັບ ສະຖານະ ແລະ ຄວາມອາດສາມາດ ຂອງເຈົ້າໜ້າທີ່ຮັກສາອຸທະຍານແຫ່ງຊາດ ນໍ້າແອດ ພູເລີຍ ຂອງ ສປປ ລາວ ເພື່ອຊຸກຍູ້ ສົ່ງເສີມເຂົາເຈົ້າ ເຂົ້າໃນວຽກງານ ຕໍ່ຕ້ານ ອາດຊະຍາກໍາທາງດ້ານສິ່ງແວດລ້ອມ.

Cr. Manoly Sisavanh

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment