ແຫຼ່ງທ່ອງທ່ຽວຫນ້ານໍ້າງື່ມ !


ປະຫວັດຄວມ​ເປັນ​ມາ​ຂອງ​ແຫຼ່ງທ່ອງ​ທ່ຽວ​ໜ້າ​ເຂື່ອນ​ນ້ຳ​ງື່ມ

​   ນ້ຳ​ງື່ມ​ແມ່ນ​ໜຶ່ງ​ໃນບັນດາ​ແມ່​ນ້ຳທີ່​ສຳຄັນ​ໃນ​ ສາທາ​ລະ​ນາ​ລັດປະຊາ​ທິປະ​ໄຕປະຊາຊົນ​ລາວ ທີ່​ມີ​ເງື່ອນ​ໄຂ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ຢູ່​ຫຼາຍ​ແຫ່ງ​ໃນ​ສາຍ​ນ້ຳ​ງື່ມ ສາມາດ​ໃຫ້​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 1,600 ​ເມ​ກາ​ວັດ, ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ມີ​ກຳລັງ​ຕິດ​ຕັ້ງ 150 ​ເມ​ກາ​ວັດ. ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 1 ​ໄດ້​ແບ່ງ​ອອກ​ເປັນ 3 ​ໄລຍະ ​ຄື: ​ໄລຍະ 1 ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ ໃນ​ປີ 1968 ​ແລະ  ສຳ​ເລັດ​ ໃນ​ປີ 1971 ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ​ ທັງ​ໝົດ:  28 ລ້ານ ​ໂດ​ລາ​ສະຫະລັດ. ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ​ໄລຍະ 1 ປະກອບ​ດ້ວຍ​ເຂື່ອນ​ເບ​ຕົງ​ນ້ຳໜັກ, ​ໂຮງ​ຈັກ​​ໄຟຟ້າ ປະກອບ​ດ້ວຍ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ 2 ໜ່ວຍ ໜ່ວຍ​ລະ 15 ​ເມ​ກາ​ວັດ. ນອນ​ນັ້ນຍັງ​ມີ​ສະຖານ​ທີ່​ກຽມ​ໄວ້​ເ​ພື່ອຂະ​ຫຍາຍ​ໂຮງຈັກ ​ເພື່ອ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ເພີ່ມ​ຂຶ້ນ​ອິກ 3 ໜ່ວຍ ມີ​ສາຍ​ສົ່ງ​ແຮງ​ສູງ 115 ກິ​ໂລ​ໂວ​ນ ວົງ​ຈອນ​ດ່ຽວ ​ເໜັ່ງຈາກ​ໂຮງ​ຈັກ ຜ່ານ​ສະຖານີ​ໂພນ​ຕ້ອງ ນະຄອນຫຼວງ​ວຽງ​ຈັນ ຕໍ່​ໄປ​ຫາ​ລະບົບ​ສາຍ​ສົ່ງ​ແຮງ​ສູງ ​ຂອງ​ການ​ໄຟຟ້າ​ຝ່າຍ​ຜະລິດ​ ແຫ່ງ​ປະ​ເທດ​ໄທ ທີ່​ສະຖານີ​ໜອງ​ຄາຍ, ​ໄລຍະ 2 ​ໄດ້​ເລີ່​ມລົງ​ມື​ກໍ່ສ້າງ​ໃນ​ປີ 1976 ​ແລະ ສຳ​ເສັດ​ໃນ​ປີ 1978 ນໍາໃຊ້​ງົບ​ປະມານ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 49 ລ້ານ​ໂດ​ລາ​ສະຫະລັດ. ​ໂຄງ​ການ​ປະກອບ​ດ້ວຍ​ການ​ຕິດ​ຕັ້ງ​ປະຕູ​ນ້ຳ​ລົ້ນ, ທໍ່​ສົ່ງ​ນ້ຳ ​ແລະ ລະບົບ​ປະຕູ​ນ້ຳ​ເຂົ້າ​ກົງຫັນ​ໃໝ່ ຂະຫຍາຍ​ໂຮງ​ຈັກ​ຕື່ມ​ເພື່ອ​ຮອງ​ຮັບ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຂະໜາດ 40 ​ເມ​ກາ​ວັດ ​ໄດ້ 3 ໜ່ວຍ ​ແລະ​ຕິດ​ຕັ້ງ​ຈັກ​ຜະລິດ​ໄຟຟ້າ 2 ໜ່ວຍ ສ້າງສາ​ຍສົ່ງ​ແຮງ​ສູງ 115 ກິ​ໂລ​ໂວ​ນ 2 ວົງ​ຈອນ ​ແຕ່​ໂຮງ​ຈັກ​ນ້ຳ​ງື່ມ ຜ່ານ​ສະຖານີ​ໂພນ​ຕ້ອງ ນະຄອນຫຼວງ​ວຽງ​ຈັນ ​ໄປ​ຫາ​ລະບົບ​ສາຍ​ສົ່ງ​ແຮງ​ສູງ​ຂອງ​ໄຟຟ້າ​ຝ່າຍ​ຜະລິດ ສະຖານີ​ໜອງ​ຄາຍ ປະ​ເທດ​ໄທ, ​ໄລຍະ 3 ​ໄດ້​ເລີ່​ມກໍ່ສ້າງ​ໃນ​ປີ 1983 ​ແລະ ສຳ​ເລັດ​ໃນ​ປີ 1984 ​ໃຊ້​ງົບປະມານ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 20 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ໃຊ້​ກຳລັງ​ແຮງ​ທັງ​ໝົດ​ຂອງ​ນ້ຳ ​ເຊິ່ງ​ໄດ້​ຕິດ​ຕັ້ງ​ເຄື່ອງ​ຈັກອີກ 1 ​ເຄື່ອງ ທີ່​ມີ​ກຳລັງ​ຕິດ​ຕັ້ງ 40 ​ເມ​ກາ​ວັດ ການ​ຜະລິດ​ພະລັງງານ​ສະ​ເລ່ຍ 865 ກິ​ໂລ​ວັດ​​ໂມງຕໍ່​ປີ​. ​ໃນປີ 2003-2004 ​ໄດ້​ມີ​ໂຄງການ​ສ້ອມແປງ​ໃຫຍ່​ເຄື່ອງ​ຈັກ ​ເບີ 1 ​ແລະ ​ເບີ 2​ ເຮັດ​ໃຫ້​ກຳລັງ​ຂອງ​ເຄື່ອງ​ຈັກ​ເພີ່ມ​ຂຶ້ນ ຈາກ 15 ​ເມ​ກາ​ວັດ ​ເປັນ 17.5 ​ເມ​ກາ​ວັດ ມາຮອດ​ປະຈຸ​ບັນ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ມີ​ກຳລັງ​ຕິດ​ຕັ້ງ 155 ​ເມ​ກາ​ວັດ ການ​ຜະລິດ​ພະລັງງານ​ສະ​ເລ່ຍ​ໄດ້​ທັງ​ໝົດ 1,025 ກິ​ໂລ​ວັດ​​ໂມງຕໍ່​ປີ





ຈາກ​ການ​ສຳພາດ ທ່ານ ອຳພອນ ສີ​ລາ​ປະ​ເສີດ ​ປະທານ​ກຸ່ມ​ຄຸ້ມ​ຄອງ​ເຮືອ​ນຳ​ທ່ຽວ​ໜ້າເຂື່ອນ ​ນ້ຳ​ງື່ມ 1 ​ເມືອງ ​ແກ້ວ​ອຸດົມ (ສຳພາດ​ໃນ​ວັນ 4 ພຶດສະພາ 2019) ​ໄດ້​ກ່າວ​ວ່າ:

“​ເຂື່ອນ​ນ້ຳ​ງື່ມ 1 ​ເປັນ​ເຂື່ອນ​ປະຫວັດສາດ​ແຫ່ງ​ທຳ​ອິດ ຂອງ ສປປ ລາວ ​ພາຍ ຫຼັງ​ສ້າງ​ເຂື່ອນ​ສຳ​ເລັດ​ແລ້ວເຮັດ​ໃຫ້​ເກີ​ດມີ​ໄມ້ຈົມ​ຢູ່​ພື້ນ​ນ້ຳ​ຢ່າງ​ຫຼວງ​ຫຼາຍ ເຮັດ​ໃຫ້ການ​ສັນຈອນ​ ການ​ເດີນເຮືອ​ຂອງ​ປະຊາຊົນຢູ່​ເຂດ​ບ້ານ​ ແສງ​ສະ​ຫວ່າງ​ ທີ່​ຊອກ​ທຳ​ມາ​ຫາ​ ກີ​ນຢູ່​ນ້າ​ເຂື່ອນ​ນ້ຳ​ງື່ມ ພົບ​ບັນຫາ​ອຸປະສັກພໍ​ສົມຄວນ ດັ່ງ​ນັ້ນ​ທາງ​ພາກ​ລັດ​ກໍ່​ຄື​ອົງການ​ປົກຄອງ​ແຂວງ​ວຽງ​ຈັນ ຈຶ່ງ​ໄດ້​ເປີດ​ໂອ​ກາດໃຫ້​ບໍລິສັດ​ຂຸດ​ຄົ້ນໄມ້​ ເຂົ້າ​ມາ​ຕັດ​ໄມ້​ທີ່​ຈົມ​ຢູ່​ພື້ນ​ນ້ຳ​ອອກ ​ເຮັດ​ໃຫ້​ອ່າງ​ນ້ຳ​ງື່ມ​ເປີດ​ແປນ​ອອກ. ອົງການ​ປົກຄອງ​ແຂວງ​ວຽງ​ຈັນເກີດ​ມີ​ແນວ​ຄິດ​​ໃນການ​ສ້າງ​ຮ້ານ​ອາຫານ​ຢູ່​ເທິງ​ໜ້າ​ນ້ຳ​ເພື່ອ​ຮັບ​ ແຂກທີ່​ມາ​ທ່ຽວ​ຊົມ​ອ່າງ​ນ້ຳ​ງື່ມ”
​​ຈາກ​ການ​ສຳພາດທ່ານ ຫຸມພັນ ພົມມະ​ຈັກ ​ເຈົ້າ​ຂອງທຸລະ​ກິດ ​ຮ້ານ​ອາຫານງື່​​ມ (ສໍາພາດໃນ​ວັນ 25 ​ເມສາ 2019) ​ໄດ້​ກ່າວ​ວ່າ:

“​​ເຂື່ອນ​ນ້ຳ​ງື່ມໄດ້​ມີ​ທ່າ​ແຮງ​ແຕ່​ປີ ​1976 ​ເປັນ​ຕົ້ນ​ມາ ທຳ​ອິດ​ແມ່ນ​ໂຄງການ​ໂຮ​ນ ລັ່ງເປັນຜູ້​ຊ່ວຍ​ເຫຼືອ ​ເຊິ່ງ​ໄດ້​ມີ​ໂຄງການ​ຈັບ​ປາ​ນ້ຳ​ງື່ມ​ເກີດ​ຂຶ້ນ​ໃນ​ປີ 1976 ຫຼັງ​ຈາກ​ໄດ້​ມີ​ໜໍ່​ແໜງ​ທາງ​ດ້ານ​ການທ່ອງທ່ຽວ​ເຂົ້າ​ມາໃນ​ປີ 1990 ​​ເຊິ່ງເປັນ​ວັນ​ຄົບຮອບ​ວັນປະກາດ​ເອກະລາດ ຂອງ ສ ປປ ລາວ​ ຄົບຮອບ 15 ປີ. ທ່ານ ສີ​ພອນ ຜາ​ລີ​ຂັນ ​ອາ​ດິດ​ເຈົ້າ​ແຂວງແຂວງ​ວຽງ​ຈັນ ​ໄດ້​ນຳ​ໃຊ້​ງົບປະມານ​ຈຳນວນ​ໜຶ່ງ​​ ເພື່ອ​ສ້າງ​​ເຮືອ​ໃຫຍ່​ຂຶ້ນ 1 ລໍາ ​​ໂດຍ​ໃສ່​ຊື່ວ່າ: ​ນາວາ​ວັດທະນາ​ມິດ ເປັນ​ເຮືອ 2 ຊັ້ນ. ຊັ້ນ​ລຸ່ມ​ເຮັດ​ເປັນ​ຮ້ານອາຫານ, ຊັ້ນ​ເທິງ​​ເຮັດ​ເປັນ​ບ່ອນ​ພັກ​ອາ​ໃສຂອງ​ພະນັກງານໂຄງການ​ຈັບ​ປາ​ນ້ຳ​ງື່ມ. ຮ້ານ​ອາຫານ​ຈັບ​ປາ​ນ້ຳ​ງື່ມ​​ ໄດ້ເປັນ​ໜໍ່​ແໜງ​ກໍ່​ໃຫ້ເກີດ​ ມີ​ການ​ບໍ​ລິ​ການທ່ອງ​ທ່ຽວ ພາຍຫຼັງ​ທີ່​ເກີດ​ມີ​ໜໍ່​ແໜງ​ແນວ​ນັ້ນ​ແລ້ວ ທ່ານ​ ຫຸມພັນ ພົມມະ​ຈັກ ​ເຊິ່ງ​ເປັນ​ພະນັກງານ​ຂອງ​ບໍລິສັດ​ເອກະ​ຊົນ ​ກໍ​ໄດ້​ມີ​ແນວ​ຄິດ​ລິ​ເລີ່​ມຢາກ​ເຮັດ​ເປັນ​ທຸລະ​ກິດ​ຂອງ​ຕົນ​ເອງ ຈຶ່ງ​ໄດ້ສ້າງ​ຮ້ານ​ອາຫານ​ຂຶ້ນ​ມາ ​1 ຫຼັງ ໃສ່​ຊື່ວ່າ: ຮ້ານອາຫານນ້ຳ​ງື່ມ ​ເປັນ​ຮ້ານ​ອາຫານ​ຂະໜາດ​ນ້ອຍ ສາ​ມາ​ດຮັບ​ແຂກ​ໄດ້​ພຽງ​ແຕ່ 40 ຄົນ ຕໍ່​ມາ​ກໍ​ຄ່ອຍໆ ຂະຫຍາຍຕົວ​ດີ​ຂຶ້ນ​​ເລື້ອຍໆ ​ແລະ ກາຍ​ເປັນ​ຊື່​ສຽງ​ ທາງ​ດ້ານ​ການທ່ອງທ່ຽວ ຂອງ​ແຂວງ​ວຽງ​ຈັນ ​ໄລຍະ​ຕໍ່​ມາ​ ກໍ່​ເລີ່​ມມີ​ໜໍ່​ແໜງ​ກ່ຽວ​ກັບ​ເຮືອ​ນຳ​ທ່ຽວ​ຈົນ​ມາ​ຮອດ​ປະຈຸ​ບັນ”

​​  ແຫຼ່ງທ່ອງ​ທ່ຽວ​ໜ້າ​ເຂື່ອນ​ນ້ຳ​ງື່ມ 1 ​ເປັນ​​ແຫຼ່ງ​ທ່ອງ​ທ່ຽວທຳ​ມະ​ຊາດ ທີ່​ຕັ້ງຢູ່ ບ້ານ ​ແສງ​ສະຫວ່າງ ​ເມືອງແກ້ວ​ອຸ​ດົມ ​ແຂວງວຽງ​ຈັນ. ມີ​ຂອບ​ເຂດ​ຊາຍ​ແດນ​ຕິ​ດກັບ ຄື: ທິດ​ເໜືອ​ຕິດ​ກັບ ບ້ານ ທ່າ​ເຮືອ ​ເມືອງ ວັງ​ວຽງ, ທິດ​ໃຕ້ຕິດ​ກັບ ​ເມືອງ ທຸລະຄົມ, ທິດຕາ​ເວັນ​ອອກຕິດ​ກັບ ບ້ານ 516 ​ເມືອງ  ລອງ​ຊານ   ​ແຂວງ ​ໄຊ​ສົມບູນ, ທິດຕາ​ເວັນ​ຕົກຕິດ​ກັບ ​ບ້ານ ​ແສງ​ສະຫວ່າງ ​ເມືອງ ​ແກ້ວ​ອຸດົມ. ແຫຼ່ງທ່ອງ​ທ່ຽວ​ໜ້າ​ເຂື່ອນ​ນ້ຳ​ງື່ມ​ເປັນ​ແຫຼ່ງທ່ອງ​ທ່ຽວ​​ທຳ​ມະ​ຊາດ ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ວຽງ​ຈັນ​, ປະກອບມີ​ເກາະດອນ​ນ້ອຍ​ໃຫຍ່ ປະມານ 2,199 ​ດອນ. ​ມີ​ເນື້ອ​ທີ່​ທັງ​ໝົດ 48 ກິ​ໂລ​ຕາ​ແມັດ ​ເນື້ອ​ທີ່​ເຂດ​ໃຫ້ການ​ບໍລິການ​ທ່ອງ​ທ່ຽວ 10 ​ເຮັກຕາ, ຄວາມເລິກ 90 ​ແມັດ ຫ່າງ​ຈາກ​ເທດສະບານ​​ແຂວງ 8 ກິ​ໂລ​ແມັດ ​ແລະ ຫ່າງ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ໄປ​ທາງ ​ເລກທີ 13 ​ໃຕ້ 90 ກິ​​ໂລ​ແມັດ ເສັ້ນທາງ​ເຂົ້າ​ເຖິງ​ແຫຼ່ງທ່ອງ​ທ່ຽວ​ມີ​ຄວາມ​ສະດວກ ສາມາດ​ເຂົ້າ​ເຖິງ​ໄດ້ທັງ​ລະດູ​ແລ້ງ ​ແລະ ລະດູຝົນ. ເໝາະ​ແກ່​ການທ່ອງທ່ຽວ, ພັກຜ່ອນ, ທ່ຽວ​ຊົມ ສຳ​ພັດ​ອາກາດ​ທີ່ອຸດົມສົມ​ບຸນ ເຕັມ​​​ໄປດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ ທີ່​ສວຍ​ສົດ​ງົດ​ງາມ.



Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment