ຊົມເຊີຍ Choi Si Won ໄດ້ຖືກແຕ່ງຕັ້ງ ເປັນທູດສັນທະວະໄມຕີ ຂອງ UNICEF ຢ່າງເປັນທາງການແລ້ວ



ໄດ້ຮັບຕໍາແໜ່ງໃໝ່ ຈາກອົງການ UNICEF ຢ່າງເປັນທາງການແລ້ວ ທ່ານ Choi Siwon ນັກຮ້ອງ ແລະ ນັກສະແດງ ທີ່ມີສື່ສຽງ ຂອງປະເທດ ສ. ເກົາຫຼີ ມາຮັບລາງວັນ ທູດສັນທະວະໄມຕີ ຂອງອົງການຢູນີເຊບ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ໃນງານ ກອງປະຊຸມ ລະດັບສູງ ໂອກາດວັນຄົບຮອບ 30 ປີ ສົນທິສັນຍາ ວ່າດ້ວຍ ສິດທິເດັກ Lao Generation 2030 Forum ທີ່ຫໍປະຊຸມແຫ່ງຊາດ ວັນທີ 11/11/2019 ເວລາ 15:00
ຕະຫຼອດໄລຍະ 4 ປີ ທີ່ຜ່ານມາ ທ່ານ Siwon ໄດ້ເຮັດວຽກ ສະໜັບສະໜູນສິດທິເດັກນ້ອຍ ຮ່ວມກັບ ອົງການ UNICEF ປະຈໍາປະເທດ ສ. ເກົາຫຼີ ແລະ ໄດ້ເດີນທາງ ໄປຫຼາຍປະເທດ ທົ່ວພາກພື້ນ ເຊັ່ນ: ປະເທດຫວຽດນາມ ເພື່ອ ຮ່ວມສະໜັບສະໜູນໂຄງການ #Stop Bulling ພ້ອມສະໜັບສະໜູນ ໃຫ້ຊາວໜຸ່ມ ມີສ່ວນຮ່ວມ ໃນການພັດທະນາທາງອອກ ເພື່ອຢຸດຕິປັນຫານີ້. 

I am so happy to be here with you today. The #CRC guarantees every child, no mater who or where they are, the same rights on education, health and happiness.

ທ່ານ Siwon ກ່າວວ່າ " ຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍ ທີ່ໄດ້ມາຮ່ວມງານໃນມື້ນີ້ ກັບບັນດາທ່ານ. ສົນທິສັນຍາ ສິດທິເດັກ Contention on the Rights of the Child #CRC ຮັບປະກັນ ໃຫ້ເດັກນ້ອຍທຸກຄົນ, ບໍ່ຈໍາແນກວ່າ ພວກເຂົາເຈົ້າແມ່ນໃຜ ຫຼື ມາຈາກໃສ, ແມ່ນມີສິດທິເທົ່າທຽມກັນ ທາງດ້ານການສຶກສາ, ສຸຂະພາບ ແລະ ການມີຄວາມສຸກ "

ທ່ານ Siwon ຍັງໄດ້ກ່າວຕື່ມອີກວ່າ: " ປີ 2019  ເປັນປີພິເສດ ແລະ ພວກເຮົາທຸກຄົນ ຕ້ອງໄດ້ ເຮັດວຽກຮ່ວມກັນ ແລະ ຮຽກຮ້ອງໃຫ້ ເດັກນ້ອຍທຸກຄົນ ມີສິດທິທຸກຄົນ... ຂອບໃຈຫຼາຍໆ 2019 is a special year and we must work together and demand that every child, has every right... Khop Chai lai lai !"


ພາຍຫຼັງຮັບລາງວັນແລ້ວ, ທ່ານ Siwon ຈະຮ່ວມເຊັນແຜນປ້າຍຄໍາໜັ້ນສັນຍາ ຂອງ ສປປ ລາວ ຕໍ່ວຽກງານສິດທິເດັກ ຫຼັງຈາກນັ້ນ ຈະສຶບຕໍ່ ເຮັດສົນທະນາ ກັບເດັກ ແລະ ໄວໜຸ່ມລາວ  ກ່ອນເດີນທາງໄປພັກຜ່ອນ ຢູ່ໂຮງແຮມ Crown Plaza ນະຄອນຫຼວງວຽງຈັນ. 



ພາບບັນຍາກາດ ແຟນຄຮັບ ມາຕ້ອນຮັບທ່ານ Siwon ທີ່ສະໜາມບິນສາກົນ ວັດໄຕ




Ref. UNICEF Laos


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment