5 ສະຖານທີ່ແນະນໍາ ເພື່ອສະເຫຼີມສະຫຼອງ ວັນຄຣິສມາສ ແລະ ປີໃໝ່ສາກົນ ຢູ່ນະຄອນຫຼວງວຽງຈັນ



ໃນໄລຍະ ວັນທີ 25-31 ທັນວາ ຂອງທຸກໆປີ ຈະມີການຈັດງານ ຄຣິສມາສ ແລະ ກະກຽມການນັບຖອຍຫຼັງປີໃໝ່ ສາກົນ (Count down) ຢູ່ຫຼາຍປະເທດ ໃນທົ່ວໂລກ ຊຶ່ງຈະມີການຕົບແຕ່ງ ປະດັບປະດາ ແລະ ມີງານອີເວັ້ນ ພິເສດ ເພື່ອສະເຫຼີມສະຫຼອງ ເທດສະການແຫ່ງປີດັ່ງກ່າວ.  ມື້ນີ້ ພວກເຮົາ ຂໍນໍາພາບັນດາທ່ານ ໄປຮູ້ຈັກກັບ 5 ສະຖານທີ່ ທີ່ຄວນຄ່າ ແກ່ການໄປ ສະຫຼອງວັນຄຣິສມາສ ແລະ ກະກຽມ ນັບຖອຍຫຼັງປີໃໝ່ ຢູ່ນະຄອນຫຼວງວຽງຈັນ ພ້ອມເຫດຜົນ. 

1) ຖ່າຍຮູບກັບຕົ້ນໄມ້ ຄຣິດສະມາສ ທີ່ໃຫ່ຍທີ່ສຸດ ໃນປະເທດລາວ ! 
ຢູ່ບໍລິເວນ ດ້ານໜ້າ ສູນການຄ້າ Parkson, ຕຶກ World Trade Center ຈະມີການສະເຫຼີມສະຫຼອງເທດສະການແຫ່ງຄວາມສຸກ ຄຣິສມາສ ແລະ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຈັດໂດຍ ເບຍ Carlsberg ໂດຍຈະມີການຕິດຕັ້ງ ຕົ້ນຄຣິສມາສ ທີ່ສູງ ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ ຊຶ່ງມີຄວາມສູງເຖິງ 13 ແມັດ ແລະ ເສັ້ນຜ່າສູນກາງ 6 ແມັດ, ພ້ອມມີການຕົບແຕ່ງ ປະດັບປະດາທີ່ສວຍງາມ ເໝາະແກ່ການໄປຖ່າຍຮູບ ແລະ ຮ່ວມມ່ວນຊື່ນ ພາຍໃນງານ ຫຼາຍທີ່ສຸດ. ນອກຈາກນັ້ນ ທ່ານຈະຍັງໄດ້ສໍາພັດ ກັບອາຫານ ແລະ ເຄື່ອງດື່ມ ຫຼາກຫຼາຍຊະນິດ ຈາກຫຼາກຫຼາຍຮ້ານທີ່ມີສື່ສຽງ ພ້ອມມີນັກສິນລະປິນຫຼາຍຊີວິດ ທີ່ຈະຜັດປ່ຽນໝູນວຽນ ມາໃຫ້ຄວາມມ່ວນຊື່ນ ຄວາມບັນເທິງ ຕະຫຼອດງານ. 



2) ມ່ວນຊື່ນກັບສຽງດົນຕີ ຈາກ ດີເຈ ນານາຊາດ ທີ່ 3434 Station
 ສໍາຫຼັບບັນດາທ່ານ ທີມັກບັນຍາກາດ ໃນການຮັບຟັງເພງ ແບບ LIVE ແລະ ຮ່ວມຮັບປະທານອາຫານ ແລະ ເຄື່ອງດື່ມ ໄປພ້ອມກັບໝູ່ເພື່ອນ ແລະ ຄົນທີ່ທ່ານຮູ້ໃຈ ໃນບັນຍາກາດ ການສະເຫຼີມສະຫຼອງ ວັນຄຣິສມາສ ຂໍແນະນໍາ ສະຖານທີ່ນີ້ເລີຍ 3434 Station ຊຶ່ງເປັນສູນລວມສະຖານທີ່ບັນເທິງ ຂອງຄົນໄວໜຸ່ມ ແລະຈະມີການຕົບແຕ່ງ ສະຖານທີ່ ຢ່າງສວຍງາມ ເພື່ອຮ່ວມສະເຫຼີມສະຫຼອງ ວັນຄຣິສມາສ ແລະ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ໂດຍ ໄຮໄລທ໌ ຂອງງານ ແມ່ນຈະມີ ດີເຈ ທີ່ມີສື່ສຽງລະດັບໂລກ ຈາກຫຼາກຫຼາຍປະເທດ ມາຫຼິ້ນເພງມ່ວນໆ ໃຫ້ກັບທ່ານ ໄດ້ຮັບຟັງ. 



3. ຊ໋ອບປິ້ງຈຸໃຈ ຫຼຸດລາຄາຖະຫລົ່ມຖະລາຍ ທີ່ຮ້ານ Miniso 
ສໍາຫຼັບຜູ້ມັກຮັກໃນການຈັບຈາຍຊື້ເຄື່ອງ ທາງຮ້ານ Miniso ທຸກສາຂາ ເພິ່ນຈັດໂປຮໂມຊັນ ຫຼຸດລາຄາ ເພື່ອຕ້ອນຮັບວັນຄຮິສມາສ ແລະ ວັນປີໃໝ່ສາກົນ ສະແດງຄວາມຂອບໃຈ ຕໍ່ລູກຄ້າ ທີ່ໃຫ້ການຕ້ອນຮັບເພິ່ນ ເປັນຢ່າງດີຕະຫຼອດມາ ໂດຍມີສ່ວນຫຼຸດເຖິງ 50-70%. 



4. ກິດຈະກໍາຫຼາກຫຼາຍທີ່ ທີ່ຄຣິສຕະຈັກ ຂ່າວປະເສີດ ນາໄຊ 
ຂໍເຊີນຊວນບັນດາທ່ານຮ່ວມສະເຫຼີມສະຫຼອງວັນຄຣິສມາສ ປະຈໍາປີ 2019 ໂດຍທາງຄຣິສຕະຈັກ ຂ່າວປະເສີດ ນາໄຊ ໄດ້ມີການກະກຽມກິດຈະກໍາມ່ວນຊື່ນຫຼາກຫຼາຍແບບ ໄວ້ໃຫ້ທ່ານ ແລະ ຫຼານນ້ອຍ ໄດ້ມ່ວນຊື່ນ ພ້ອມທັງມີການ ສະເຫຼີມສະຫຼອງ ວັນຄຣິດສະມາດ ແລະ ແລກປ່ຽນຂອງຂວັນ ພາຍໃນງານ. ກິດຈະກໍາມີທັງພາກເຊົ້າ ແລະ ພາກແລງ ບັນດາທ່ານສາມາດ ມາຮ່ວມມ່ວນຊື່ນນໍາກັນໄດ້ ທັງສອງເວລາ. 



5.  ມ່ວນມັນຢູ່ທີ່ໂຊນ ເບຍລາວ ເດີນຈອດລົດ ຂ້າງຫໍວັດທະນາທໍາແຫ່ງຊາດ 
ເທດສະການ ເບຍລາວ ມິວສິກໂຊນ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2020 ຂອງບໍລິສັດ ເບຍລາວ ຈະໄດ້ຈັດຂຶ້ນໃນ ລະຫວ່າງ ວັນທີ 29-30-31 ທັນວາ ຢູ່ບໍລິເວນເດີນຈອດລົດ ຂ້າງຫໍວັດທະນາທໍາແຫ່ງຊາດ. ໃນງານ ນອກຈາກຈະມີການຕົບແຕ່ງດ້ວຍໂຄມໄຟ ແສງສີ ທີ່ສວຍງາມ ເໝາະແກ່ການ ມາຖ່າຍຮູບ ແລະ ເກັບພາບບັນຍາກາດ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ກັບຄອບຄົວ ໝູ່ເພື່ອນ ແລະ ຄົນທີ່ທ່ານຮັກ ແລ້ວ, ຍັງຈະມີນັກທ່ອງທ່ຽວ ຈາກທົ່ວໂລກ ມາຮ່ວມສະເຫຼີມສະຫຼອງ ພ້ອມມີວົງດົນຕີທີ່ມີຊື່ສຽງ ທັງໃນ ແລະ ຕ່າງປະເທດ ມາຮ່ວມບັນເລງໃຫ້ທ່ານໄດ້ຮັບຟັງມ່ວນໆ ພ້ອມນັບຖອຍຫຼັງ ກ້າວເຂົ້າສູ່ປີໃໝ່ 2020 ຮ່ວມກັນ.

Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment