ພົນລະເມືອງລາວ 53 ຄົນ ໄດ້ເຂົ້າເປັນສັນຊາດຫວຽດນາມ


ວັນທີ 16 ທັນວາ, ພະແນກຍຸຕິທຳແຂວງກອນຕູມ ສົມທົບກັບຄະນະກໍາມະການປະຊາຊົນເມືອງ Dak Glei ແລະເມືອງງອັກໂຮ່ຍ ຈັດຕັ້ງພິທີປະກາດ, ມອບຂໍ້ຕົກລົງຖືສັນຊາດຫວຽດນາມ ຂອງປະທານປະເທດ ໃຫ້ແກ່ພົນລະເມືອງລາວ 15 ຄົນທີ່ອົບພະຍົບຢ່າງເສລີ, ສົມລົດບໍ່ຖືກຕ້ອງຕາມກົດໝາຍກັບຊາວຫວຽດນາມ ຢູ່ເຂດຊາຍແດນຫວຽດນາມ-ລາວ.

ວັນທີ 1 ພະຈິກ 2019, ທ່ານ ຫງວຽນຝູຈ້ອງ ປະທານປະເທດຫວຽດນາມ ໄດ້ເຊັນ ແລະປະກາດໃຊ້ຂໍ້ຕົກລົງສະບັບເລກທີ 1845/QĐ-CTN ວ່າດ້ວຍການຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 15 ຄົນທີ່ອົບພະຍົບຢ່າງເສລີຈາກລາວ ມາດໍາລົງຊີວິດຢູ່ເຂດຊາຍແດນ ແລະມີການສົມລົດບໍ່ຖືກຕ້ອງຕາມກົດໝາຍກັບຊາວຫວຽດນາມ, ມາຕັ້ງຖິ່ນຖານແບບຍາວນານຢູ່ 2 ເມືອງຊາຍແດນງອັກໂຮ່ຍ ແລະ Dak Glei, ແຂວງກອນຕູມ.

ບັນດາພົນລະເມືອງທີ່ໄດ້ເຂົ້າສັນຊາດຫວຽດນາມ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່ຂອງການນໍາພັກ, ລັດ, ລັດຖະບານຫວຽດນາມ ແລະອໍານາດການປົກຄອງທ້ອງຖ່ິນເມື່ອໄດ້ຮັບການຊ່ວຍເຫຼືອເຮັດລະບຽບການທາງດ້ານນິຕິກໍາ, ອໍານວຍຄວາມສະດວກໃຫ້ໄດ້ຖືສັນຊາດຫວຽດນາມ; ພ້ອມທັງສັນຍາວ່າຈະມານະພະຍາຍາມສູ້ຊົນ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດກັບປະຊາຄົມພົນລະເມືອງຢູ່ທ້ອງຖິ່ນບ່ອນທີ່ຕົນພັກພາອາໄສ, ທໍາມາຫາກິນ, ພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ຂອງຄອບຄົວໃຫ້ເປັນປົກກະຕິ, ປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດຫວຽດນາມ ຢ່າງເຂັ້ມງວດ. 

ກ່ອນໜ້ານັ້ນ, ໃນຕົ້ນເດືອນ ເມສາ 2019, ທ່ານ ຫງວຽນຝູຈ້ອງ ປະທານປະເທດກໍ່ໄດ້ເຊັນຂໍ້ຕົກລົງເຂົ້າສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 38 ຄົນ (ຊາຍ 16 ຄົນ, ຍິງ 22 ຄົນ) ທີ່ອົບພະຍົບຢ່າງເສລີຈາກ ລາວ ມາດໍາລົງຊີວິດ ແລະສົມລົດບໍ່ຖືກຕ້ອງຕາມກົດໝາຍກັບຊາວຫວຽດນາມ, ມາດໍາລົງຊີວິດແບບຍາວນານຢູ່ 2 ເມືອງຊາຍແດນດັ່ງກ່າວ. 

ໂດຍ: ໄຊນີດາ
ໜັງສືພິມກອງທັບປະຊາຊົນ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment