ຫາລືການສົ່ງເສີມການມີວຽກເຮັດງານທໍາ ໃນຊົນນະບົດ



ຫາລືການສົ່ງເສີມການມີວຽກເຮັດງານທໍາ ໃນຊົນນະບົດ

ເພື່ອສົ່ງເສີມການມີວຽກເຮັດທີ່ມີຄຸນຄ່າ ແລະ ເປັນທໍາ ໂດຍສະເພາະເປົ້າໝາຍທີ 8 ກ່ຽວກັບການສົ່ງເສີມການເຕີບໂຕ ຂອງເສດຖະກິດທີ່ຕໍ່ເນື່ອງ, ສົມດຸນ ແລະ ຍືນຍົງ, ສົ່ງເສີມການຈ້າງງານເຕັມເວລາ, ມີຜະລິດຕະຜົນ ແລະ ເປັນອາຊີບທີ່ດີໃຫ້ແກ່ທຸກຄົນ ແລະ ແຜນຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແຕ່ປີ 2016-2025 ແລະ ວິໄສທັດ ຮອດປີ 2030. 

ໃນວັນທີ 3 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດ ສົ່ງເສີມການມີວຽກເຮັດງານທໍາ ຊົນນະບົດ ໃນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ແຊນດຣາ ຢູ, ຕາງໜ້າຈາກຫ້ອງການແຮງງານສາກົນປະຈໍາພາກພື້ນ ທີ່ບາງກອກ ປະເທດໄທ , ຜູ້ຕາງໜ້າອົງການເພື່ອການພັດທະນາ ແລະ ຮ່ວມມືເຂົ້າຮ່ວມ.




Cr: ຂ່າວ: ສານ,ຮສສ, ເພັດສະໄໝ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment