ສ​ປ​ປ ລາວ ຍັງ​ບໍ່​​ສາ​ມາດຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາ​ໄດ້​ໃນ​ປີ 2020



ສປປ ລາວເຮົາ ໄດ້ກຳນົດສູ້ຊົນໃຫ້ ສປປ ລາວ ອອກຈາກປະເທດດ້ອຍພັດທະນາມາແຕ່ ປີ 2001 ເປັນຕົ້ນມາ. ຊຶ່ງແຜນພັດທະນາເສດຖະ ກິດ-ສັງຄົມ ໄລຍະນັ້ນ ໄດ້ກຳນົດວ່າ: ອີກ 20 ປີຂ້າງໜ້າ (ຮອດປີ 2020) ຈະພັດທະນາໃຫ້ປະເທດເຮົາຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃຫ້ໄດ້. ຊຶ່ງໄລຍະຜ່ານມາ ພັກ ແລະ ລັດຖະບານ ກໍພະຍາຍາມສູ້ຊົນໃຫ້ໄດ້. ແຕ່ຜ່ານການສຳຫຼວດຂອງ ສະຫະປະຊາຊາດ (ສປຊ) ຄັ້ງທຳອິດ (ປີ 2018) ແມ່ນຍັງບໍ່ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້. ເນື່ອງຈາກວ່າ 3 ເງື່ອນ ໄຂທີ່ ສປຊ ວາງອອກນັ້ນ ສປປ ລາວ ປະຕິບັດໄດ້ແລ້ວ 2 ເງື່ອນໄຂຄື: ລາຍຮັບແຫ່ງຊາດ ສປຊ ຕັ້ງໄວ້ 1.230 ໂດລາ, ສປປ ລາວ ປະຕິບັດໄດ້ 1.996 ໂດລາ ຖືວ່າປະຕິບັດໄດ້ແລ້ວ, ສ່ວນເງື່ອນໄຂທີ 2 ແມ່ນດັດ ຊະນີຊັບສິນມະນຸດ ຕ້ອງສູງກວ່າ 66 ສປປ ລາວ ຢູ່ທີ່ 72,8 ຊຶ່ງສາມາດປະຕິບັດໄດ້ແລ້ວ ແລະ ເງື່ອນໄຂທີ 3 ແມ່ນດັດຊະນີຄວາມບອບບາງດ້ານ ເສດຖະກິດ EVI ຕ້ອງຕ່ຳກວ່າ 32, ແຕ່ ສປປ ລາວເຮົາ ຢູ່ທີ່ 33,7 ຊຶ່ງເງື່ອນໄຂທີ 3 ນີ້ເອງທີ່ພວກເຮົາຍັງປະຕິບັດບໍ່ທັນໄດ້.

ແນວໃດກໍຕາມ ປີ 2021 ສປຊ ຈະມາສຳຫຼວດອີກຄັ້ງໜຶ່ງ ວ່າຄວາມບອບບາງດ້ານເສດຖະກິດຂອງລາວເຮົາຈະ ບັນລຸເງື່ອນໄຂ ຫຼື ບໍ່? ທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດ ກ່າວວ່າ: ນະໂຍບາຍຂອງ ພັກ ແລະ ລັດຖະບານ ໄດ້ສຸມທຸກຄວາມພະຍາຍາມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງຮາກຖານໃຫ້ເຂັ້ມແຂງ, ສ້າງວຽກເຮັດງານທຳໃຫ້ ປະຊາຊົນມີລາຍຮັບທີ່ໝັ້ນຄົງ ແລະ ນັບມື້ນັບສູງຂຶ້ນ, ສ້າງການຜະລິດຢູ່ຮາກຖານໃຫ້ເຂັ້ມແຂງ, ມີສິນຄ້າ, ມີຕະຫຼາດຈຳໜ່າຍທີ່ແນ່ນອນ ແລະ ເຮັດໃຫ້ລາຍຮັບຂອງຄອບຄົວ, ບ້ານ ແລະ ເມືອງນັບມື້ສູງຂຶ້ນ ນັ້ນຄືເປົ້າໝາຍຂອງພັກ ແລະ ລັດຖະບານ.

ແຫຼ່ງຂໍ້ມູນ: http://huunghivietlao.thoidai.com.vn/
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment