ຄົ້ນພົບຮ່ອງຮອຍລູກອຸກາບາດ ຂະໜາດໃຫຍ່ ຢູ່ພາກໃຕ້ ສປປ ລາວ



ນັກວິໄຈ ປະກາດ ການຄົ້ນພົບ ຂຸມອຸກາບາດ (Crater) ທີ່ເກົ່າແກ່ທີ່ສຸດຂອງໂລກຢູ່ເຂດພູພຽງບໍລະເວນ ທາງພາກກາງ ຂອງ ສປປ ລາວ ອາຍຸ ຍາວນານເຖິງ 790,000 ປີ ໂດຍໄລຍະທີ່ຜ່ານມາ ເຖິງແມ່ນວ່າ ໄດ້ມີຫຼັກຖານຫຼາຍອັນ ບົ່ງບອກໃຫ້ຮູ້ວ່າ ລູກອຸກາບາດ ແມ່ນຕົກມາຢູ່ໃນເຂດພື້ນທີ່ ຂອງສາມປະເທດ ອິນໂດຈີນ ແຕ່ກໍ່ຍັງບໍ່ທັນຫາຂໍ້ສະຫລຸບໄດ້ວ່າມັນຢູ່ໃສແທ້. 

ທີມນັກວິທະຍາສາດໂລກ ໄດ້ຄົ້ນພົບຂຸມອຸກາບາດ ທີ່ໃຫຍ່ທີ່ສຸດ ຈາກກ້ອນຫີນ ທີ່ຮູ້ຈັກກັນໃນ ປະເພດ meteorite ທີ່ຕົກລົງມາ ສູ່ໂລກມະນຸດ. ອີງຕາມການລາຍງານ ໃນວາລະສານ PNAS, ຮ່ອງຮອຍຂອງຜົນກະທົບ ຂອງລູກອຸກາບາດ ທີ່ມີຕໍ່ໂລກ ມະນຸດ ໃນຄັ້ງນັ້ນ ແມ່ນມີຢູ່ທີ່ ປະມານ 1 ໃນ 10 ສ່ວນຂອງຜິວໂລກ. ຫຼາຍຄົນ ອາດມີຄໍາຖາມສົງໃສວ່າ ເປັນຫຍັງ ນັກວິທະຍາສາດ ຈຶ່ງບໍ່ສາມາດຄົ້ນພົບເຫັນ ລູກອຸກາບາດຂະໜາດໃຫຍ່ ທີ່ມີຄວາມກ້ວາງປະມານ 13 ກິໂລແມັດ ແລະ ຄວາມຍາວ ເຖິງ 17 ກິໂລແມັດນີ້ມາກ່ອນ. ຄໍາຕອບກໍ່ແມ່ນ ກໍ່ຍ້ອນວ່າ ລູກອຸກາບາດໃຫຍ່ນີ້ ຖືກຝັງໂຕລົງໄປໃນລາວາ ຂອງພູເຂົາໄຟ ນັ້ນເອງ. 



ຄໍາຖາມຕໍ່ໄປກໍ່ຄືວ່າ ນັກວິທະຍາສາດ ຄົ້ນພົບເຫັນລູກອຸກາບາດໄດ້ດ້ວຍວິທີໃດ ? ຄໍາຕອບກໍ່ແມ່ນ ຄົ້ນພົບເຫັນ ໂດຍການ ສໍາຫຼວດທາງດ້ານທໍລະນີສາດ, ຈັບແຮງດຶງດູດຂອງໂລກ ທີ່ມີໃນບໍລິເວນນັ້ນ, ການວິເຄາະທາງດ້ານເຄມີແຮ່ທາດ ແລະ ອື່ນໆ. ການຄົ້ນພົບໃນເທື່ອນີ້ ໄດ້ຖືກຕີພິມລົງໃນວາລະສານ ຊື່ດັງຂອງໂລກ PNAS ໃນເດືອນຕຸລາ 2019 ທີ່ຜ່ານມາ.


             ເຂດທີ່ຄົ້ນພົບເຫັນ ແມ່ນຢູ່ເຂດ ເມືອງນອງ ແຂວງ ສະຫວັນນະເຂດ




ແຫຼ່ງຂໍ້ມູນ: www.pnas.org
                sputniknews.com


Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment