ຢັ້ງຢືນບູລິມະສິດ ພັດທະນາການພົວພັນ ສາມັກຄີພິເສດ ສອງຊາດ ລາວ-ຫວຽດນາມ


ໂດຍໄດ້ຮັບຄໍາເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ຢູ່ຮ່າໂນ້ຍ, ໃນລະຫວ່າງວັນທີ 2-4 ມັງກອນ 2020. 

ການຈັດຕັ້ງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ເພື່ອແນໃສ່ສືບຕໍ່ຢັ້ງຢືນບຸລິມະສິດແກ່ການພົວພັນຕ່າງປະເທດຂອງທັງສອງປະເທດແມ່ນພັດທະນາການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ຊີ້ນຳຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ເຖິງວ່າ ຫວຽດນາມ ແລະລາວ ສ້າງຕັ້ງການພົວພັນທາງການທູດຢ່່າງເປັນທາງການໃນວັນທີ 5 ກັນຍາ 1962 ກໍ່ຕາມ, ແຕ່ປະຊາຊົນສອງປະເທດໄດ້ມີການພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ, ຄວາມສະໜິດຕິດພັນມາແຕ່ເຫິງນານ. ພິເສດ, ນັບແຕ່ເມື່ອພັກກອມມູນິດອິນດູຈີນ ຮັບການສ້າງຕັ້ງຂຶ້ນ, ປັດຈຸບັນແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນນັ້ນນັບມື້ນັບໄດ້ຮັບການເປີດກວ້າງ, ພັດທະນາ ແລະຍົກສູງຂຶ້ນ.

 ສອງຊາດຫວຽດນາມ ແລະລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ນຳກັນ, ຮ່ວມທຸກຮ່ວມສຸກ, ເສີມສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ກາຍເປັນຊັບສົມບັດອັນລ້ຳຄ່າ, ແຫຼ່ງກຳລັງອັນລ້ຳຄ່າ ແລະແມ່ນປັດໄຈສຳຄັນຮັບປະກັນຜົນສຳເລັດຂອງການປະຕິວັດຢູ່ແຕ່ລະປະເທດ. ທວນຄືນໄລຍະທາງປະຫວັດສາດນັ້ນ, ພວກເຮົາສາມາດມີຄວາມເອກອ້າງທະນົງໃຈຕໍ່ວິວັດການກຳເນີດ ແລະພັດທະນາຂອງສາຍພົວພັນແບບພິເສດທີ່ຫາຍາກລະຫວ່າງສອງຊາດ.

 ນັ້ນແມ່ນສາຍພົວພັນພັດທະນາແບບຍືນຍົງ, ຈາກການພົວພັນທີ່ເປັນມູນເຊື້ອອັນສະໜິດສະໜົມກາຍເປັນການພົວພັນແບບພິເສດໂດຍປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ສ້າງພື້ນຖານ ແລະການນຳ ແລະປະຊາຊົນຮຸ່ນຕ່າງໆເພີ່ມພູນຄູນສ້າງ. ນັ້ນແມ່ນສາຍພົວພັນສະແດງໃຫ້ເຫັນບັນດາຄວາມໃຝ່ຝັນຂອງປະຊາຊົນສອງປະເທດແມ່ນສາມັກຄີ, ຊ່ວຍເຫຼືອກັນຕ້ານສັດຕູໂຕດຽວ, ກໍ່ສ້າງການພົວພັນແບບສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ.

 ກອງປະຊຸມ ຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ດໍາເນີນໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດພວມສືບຕໍ່ໄດ້ຮັບການປັບປຸງຢ່າງໝັ້ນຄົງເຂັ້ມແຂງ, ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ການນຳຂັ້ນສູງສອງປະເທດພົບປະກັນເປັນປະຈຳພາຍໃຕ້ຫຼາຍຮູບການ; ການແລກປ່ຽນຄະນະຂັ້ນຕ່າງໆໄດ້ຮັກສາໄວ້ເປັນປະຈຳ, ໃນໄລຍະມໍ່ໆມານີ້ແມ່ນມີການຢ້ຽມຢາມລາວ ຢ່າງເປັນທາງຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ (ເດືອນກຸມພາ 2019) ແລະການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ (ເດືອນຕຸລາ 2019). 

ເລື່ອງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງຂັ້ນສູງໃນປີ 2019 ກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຢ່າງຂ້ຽວຂາດຈາກການນຳສອງປະເທດ. ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ ຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ, ບັນລຸປະສິດທິຜົນຢ່າງຕັ້ງໜ້າ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືຶອງ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງປະເທດ. ການຮ່ວມມືດ້ານວັດທະນະທຳ, ການສຶກສາ-ກໍ່ສ້າງ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະບັນດາຂົງເຂດອື່ນຍາດໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ເພີ່ມເຕີມບັນດາທ່າແຮງໃຫ້ກັນໃນວິວັດການປ່ຽນແປງໃໝ່ ແລະພັດທະນາ. ສອງປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາບັນຫາສາກົນ ແລະພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມືອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ. 

ຂ່ຳນັບຊົມເຊີຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ມາຢ້ຽມຢາມ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ຢູ່ ຮ່າໂນ້ຍ, ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າກອງປະຊຸມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສຳຄັນນຳການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. 

ໂດຍ: ສົມເພັດ
ກອງທັບປະຊາຊົນລາວ
Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment