ວັງວຽງ ຈະໝົດສະເນ່ ຖ້າບໍ່ໃສ່ໃຈ ບໍາບັດນໍ້າເປື້ອນ


ແຫຼ່ງທ່ອງທ່ຽວຫຼາຍແຫ່ງຂອງ ເມືອງ ວັງວຽງ, ແຂວງວຽງຈັນ ຍັງເປັນສະເໜ່ທີ່ ດຶງດູດນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແຕ່ວ່າ ຫຼາຍຄົນຍັງ ກັງວົນເຖິງຜົນກະທົບຕໍ່ສິ່ງແວດລ້ອມ ທີ່ອາດຈະເພີ່ມຂຶ້ນ, ໂດຍສະເພາະການເພີ່ມຈຳນວນ ໂຮງແຮມ ແລະ ເຮືອນພັກທີ່ຢູ່ ລຽບຕາມແມ່ນໍ້າລຳເຊຕ່າງໆ, ເຊິ່ງມັກປ່ອຍນ້ຳທີ່ມີກິ່ນເໝັນ ແລະ ສິ່ງເສດເຫຼືອອື່ນໆລົງສູ່ ແມ່ນ້ຳໃກ້ຄຽງ ກະທົບຕໍ່ກັບສະ ພາບແວດລ້ອມຢູ່ໃນບໍລິເວນນັ້ນ. 

 ດັ່ງນັ້ນ, ສະມາຄົມໂຮງແຮມ ແລະ ເຮືອນພັກເມືອງວັງວຽງ ໄດ້ຮຽກຮ້ອງໃຫ້ບັນດານັກທຸລະກິດເຫຼົ່ານັ້ນ ດຳເນີນການບຳ ບັດນ້ຳເສຍ ເພື່ອຫຼີກເວັ້ນຜົນກະທົບຕໍ່ກັບສະພາບແວດລ້ອມ ເພື່ອໃຫ້ນັກທ່ອງທ່ຽວສາມາດ ລ່ອງເຮືອຢູ່ເທິງແມ່ນ້ຳ ແບບທໍາມະຊາດ ພ້ອມທັງຮຽກຮ້ອງໃຫ້ໂຮງແຮມ ແລະ ຮ້ານອາຫານໃໝ່ ມີຄວາມກະຕືລືລົ້ນໃນການຊ່ວຍ ເຫຼືອເພື່ອຮັກສາຄວາມສະອາດ ຂອງແມ່ນ້ຳ.  

ທ່ານ ສົມພັນ ສີສຸລາດ ປະທານສະມາຄົມໂຮງແຮມ ແລະ ເຮືອນພັກ ເມືອງວັງວຽງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ຫວ່າງບໍ່ດົນມານີ້ວ່າ ເມືອງວັງວຽງ ມີສະຖານທີ່ພັກຜ່ອນທີ່ໄດ້ຮັບ ຄວາມນິຍົມຊົມຊອບຈາກນັກ ທ່ອງທ່ຽວ ແລະ ຈໍານວນນັກ ທ່ອງທ່ຽວ ໄດ້ເພີ່ມຂື້ນຫຼາຍ ໃນຮູບແບບການທອ່ງທ່ຽວລັກ ສະນະທ່ຽວຊົມ ທຳມະຊາດ ເຊັ່ນ: ພູເຂົາ, ແມ່ນ້ຳ, ຖ້ຳ ແລະ ສະຖານທີ່ທ່ອງທ່ຽວອື່ນໆ ໃນນັ້ນ ເມືອງວັງວຽງ ຍັງມີສະພາບແວດລ້ອມ ທຳມະຊາດທີ່ສວຍງາມ ແລະ ມີຫຼາຍກິດຈະກຳ ສຳລັບນັກທ່ອງທ່ຽວຕື່ມອີກ. ສິ່ງດັ່ງກ່າວໄດ້ເຮັດໃຫ້ນັກທ່ອງ ທ່ຽວ ມີຈຳນວນເພີ່ມຂຶ້ນຢ່າງ ຕໍ່ເນື່ອງໃນ 5 ປີທີ່ຜ່ານມາ ແລະ ປະຈຸບັນມີໂຮງແຮມ ແລະ ເຮືອນພັກ 170 ແຫ່ງ ເພື່ອມາຮັບຮອງນັກທອ່ງທ່ຽວ.  

ທ່ານ ສົມພັນ ກ່າວຕື່ມອີກວ່າ ສະມາຄົມພວກເຮົາຍັງປຶກສາຫາລືກັບ ອໍານາດການປົກຄອງ ທ້ອງຖິ່ນ ກ່ຽວກັບການວາງແຜນ ຕົວເມືອງ ແລະ ການປັບປຸງພື້ນ ຖານໂຄງລ່າງ ພ້ອມທັງ ຮັກສາຄວາມສວຍງາມທາງທຳ ມະຊາດຂອງການທ່ອງທ່ຽວ ເມືອງວັງວຽງ ໂດຍສະເພາະການຮັກສາສະພາບແວດລ້ອມທາງທຳມະຊາດຂອງ ເມືອງວັງວຽງໂດຍຜ່ານການພັດ ທະນາແບບຍືນຍົງ ເພື່ອໃຫ້ເມືອງດັ່ງກ່າວຍັງຄົງເປັນສະຖານທີ່ນິຍົມຂອງນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ.  ເມືອງວັງວຽງເປັນສະຖານທີ່ໜຶ່ງ ທີ່ໄດ້ຮັບຄວາມນິຍົມມາເປັນເວ ລາດົນນານ, ໃນປີ 2019 ມີ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຫຼາຍກວ່າ 200,000ຄົນ. 

 ຂ່າວ: ວຽງຈັນທາຍ
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment