ຜູ້ຕິດເຊື້ອໂຄໂຣນາ ຢູ່ນອກເມືອງ ອູຮ່ານ ຫຼຸດລົງຕິດຕໍ່ກັນ ເປັນມື້ທີ່ 6


ໜັງສືພິມຊິນຮົວ ທາງການ ຂອງ ສປ ຈີນ ລາຍງານ ເມື່ອວັນທີ 10 ກຸມພາ 2020 ນີ້ວ່າ ຕົວເລກຜູ້ຕິດເຊື້ອໄວຣັສ ໂຄໂຮນາ ຢູ່ນອກແຂວງ ຫູເປີຍ ຂອງ ສປ ຈີນ ຫຼຸດລົງຢ່າງຕໍ່ເນື່ອງ ເປັນມື້ທີ່ 6. ຕົວເລກທັງໝົດ ຂອງຜູ້ຕິດເຊື້ອ ລວມມີ 444 ກໍລະນີ ໃນວັນອາທິດ ທີ່ 09 ກຸມພາ ທີ່ຜ່ານມາ ຢູ່ນອກເຂດ ຂອງເມືອງອູຮ່ານ ແຂວງຫູເປີຍ ຂອງ ສປ ຈີນ ທຽບໃສ່ ອາທິດດຽວກັນ ວັນຈັນ 890 ກໍລະນີ, ວັນຄານ 731 ກໍລະນີ,​ ວັນພຸດ 707 ກໍລະນີ, ວັນພະຫັດ 696 ກໍລະນີ, ວັນສຸກ 558 ກໍລະນີ ແລະ ວັນເສົາ 509 ກໍລະນີ. 

ທາງການຂອງ ສປ ຈີນ ໄດ້ຮັບລາຍງານ ກໍລະນີຜູ້ປ່ວຍ ດ້ວຍໄວຣັສ ໂຄໂຣນາ ໃໝ່ ຈໍານວນ 3,062 ກໍລະນີ ແລະ ເສຍຊີວິດ 97 ຄົນ ໃນວັນອາທິດ ໂດຍລາຍງານມາຈາກ 31 ແຂວງ ທົ່ວ ສປ ຈີນ. 


Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment