ອອກມາແລ້ວ ຊື່ທາງການ ຂອງໄວຣັສ ໂຄໂຣນາ


ໄວຣັສ ໂຄໂຣນາ ສາຍພັນໃໝ່ ໄດ້ຊື່ເອີ້ນຢ່າງເປັນທາງການແລ້ວ ຄື "Covid-19"

 ສຳນັກຂ່າວ ບີບີຊີ ລາຍງານວ່າ: ທ່ານ ດຣ. ເທດຣອສ ອັດດານອມ ເກເບນເຢຊຸສ (Dr. Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການອານາໄມໂລກ  ໄດ້ປະກາດໃນວັນອັງຄານ ວັນທີ 11 ກຸມພາ 2020 ນີ້ວ່າ: ໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ທີ່ກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ແພ່ລາມໄປ 24 ປະເທດ ໃນທົ່ວໂລກ ຈະມີຊື່ເອີ້ນຢ່າງເປັນທາງການວ່າ: “COVID-19” (ໂຄວິດ-19) ເຊິ່ງຫຍໍ້ມາຈາກ ‘Coronavirus Disease 2019’, "co" ຫຍໍ້ມາຈາກ "corona", "vi" ມາຈາກ"virus" ແລະ "d" ຫຍໍ້ມາຈາກຄຳວ່າ "disease" ທັງນີ້ ຄຳວ່າ ໄວຣັສ ໂຄໂຣນາ ເປັນຊື່ຂອງຕະກູນ ບໍ່ແມ່ນຊື່ຂອງສາຍພັນຂອງໄວຣັສ ນັກວິທະຍາສາດຈຶ່ງຈຳເປັນຕ້ອງມີຊື່ເອີ້ນ ໄວຣັສ ຢ່າງເປັນທາງການ ເພື່ອບໍ່ໃຫ້ເກີດຄວາມສັບສົນ ແລະ ບໍ່ເຮັດໃຫ້ເສື່ອມເສຍຊື່ສຽງ ເຮົາຕ້ອງຫາຊື່ທີ່ບໍ່ອ້າງອີງເຖິງສະພາບພູມີສາດ, ສັດ, ບຸກຄົນ ຫຼື ກຸ່ມຄົນ ລວມທັງຕ້ອງສາມາດອອກສຽງໄດ້ ແລະ ກ່ຽວຂ້ອງກັບພະຍາດອີກດ້ວຍ. 

ການມີຊື່ເອີ້ນຢ່າງເປັນທາງການຂອງໄວຣັສ ສາຍພັນໃໝ່ນີ້ ເປັນສິ່ງສຳຄັນເພື່ອປ້ອງກັນການໃຊ້ຊື່ອື່ນໆ ທີ່ບໍ່ເຮັດໃຫ້ເສຍຊື່ສຽງຂອງປະເທດນັ້ນໆ ຍົກຕົວຢ່າງ: ມີບາງສື່ ທີ່ເອີ້ນພະຍາດນີ້ວ່າ ໄວຣັສ ອູ່ຮັ້ນ,  ໃນຂະນະທີ່ ຊາວເມືອງ ອູ່ຮັ້ນ ຮຽກຮ້ອງໃຫ້ທົ່ວໂລກ ບໍ່ໃຫ້ຮ້ອງໄວຣັສ ນີ້ວ່າ ໄວຣັສ ອູ່ຮັ້ນ ເພາະຊາວເມືອງຕ່າງໆກໍ່ຖືກຊາວຈີນດ້ວຍກັນ ແລະ ຊາວໂລກລັງກຽດຢູ່ແລ້ວ ຈຶ່ງເຮັດໃຫ້ຄົນອູ່ຮັ້ນ ກາຍເປັນຄົນທີຖືກເບິ່ງບໍ່ດີໃນສາຍຕາຄົນທົ່ວໄປ ໂດຍສະເພາະຮຽກຮ້ອງໄປຍັງໂລກຕະເວັນຕົກ ພະຍາດບາງຊະນິດທີ່ເກີດຂຶ້ນຢູ່ບ່ອນອື່ນ ກໍ່ບໍ່ເຫັນເອົາຊື່ເມືອງ ຫຼື ຊື່ປະເທດມາໃສ່ ບາດເກີດຢູ່ຈີນລະເອົາຊື່ເມືອງຊື່ປະເທດມາໃສ່ ມັນເປັນການຫວັງຜົນດ້ານການໂຈມຕີທາງເມືອງຫຼາຍເກີນໄປ ສະນັ້ນຊາວເມືອງ ອູ່ຮັ້ນກໍຄືຊາວຈີນຮຽກຮ້ອງໃຫ້ທຸກຄົນເອີ້ນຊື່ອື່ນ. ນອກຈາກນີ້ ທ່ານຜູ້ອຳນວຍການ ອົງການອານາໄມໂລກ ຍັງກ່າວອີກວ່າ ວັກຊີນ ໂຕທຳອິດເພື່ອຮັບມືກັບເຊື້ອ ໂຄວິດ-19 ໜ້າຈະພ້ອມໃຊ້ງານພາຍໃນ 18 ເດືອນ, ດັ່ງນັ້ນເຮົາຄວນເຮັດທຸກຢ່າງໃນມື້ນີ້ ໂດຍໃຊ້ອາວຸດຕ່າງໆທີ່ເຮົາມີກ່ອນ.

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment