Coronavirus: ລາຍທໍາອິດ ເສຍຊີວິດ ຢູ່ນອກປະເທດຈີນ


BBC News ປະເທດອັງກິດ ລາຍງານວ່າ ຜູ້ປ່ວຍຊາວຈີນ ອາຍຸ 44 ປີ ຈາກເມືອງ ອູຣ່ານ ສປ ຈີນ ໄດ້ເສຍຊີວິດລົງ ຢູ່ປະເທດ ຟິລິປິນ ແລະ ກາຍເປັນຜູ້ປ່ວຍລາຍທໍາອິດ ທີ່ເສຍຊີວິດ ຈາກເຊື້ອໄວຣັສ ໂຄໂຣນາ ຢູ່ນອກປະເທດຈີນ.

ອົງການອະນາໄມໂລກ ກ່າວວ່າ ຜູ້ປ່ວຍຄົນດັ່ງກ່າວ ພ້ອມກັບຜູ້ຍິງອີກຄົນໜຶ່ງ ໄດ້ຕິດເຊື້ອມາຈາກປະເທດຈີນ ກ່ອນເດີນທາງມາເຖິງປະເທດ ຟິລິປິນ ແລະ ຜູ້ຍິງຄົນດັ່ງກ່າວ ກໍ່ມີອາການຕິດເຊື້ອໄວຣັສ ນີ້ເຊັ່ນດຽວກັນ. ເຈົ້າໜ້າທີ່ ຂອງປະເທດ ຟິລິປິນ ລາຍງານວ່າ ໄດ້ນໍາຜູ້ປ່ວຍທັງສອງຄົນ ໄປໂຮງໝໍ ຢູ່ນະຄອນຫຼວງມະນິລາ ປະເທດຟິລິປິນ ໂດຍໃນຕອນນັ້ນ ຜູ້ປ່ວຍລາຍດັ່ງກ່າວ ໄດ້ພັດທະນາ ເປັນອັກເສບປອດໄປແລ້ວ ແລະ ຜູ້ປ່ວຍອາດມີໂລກຂອງກ່ຽວຂ້ອງ ຂອງຜູ້ປ່ວຍເອງ ກ່ອນໜ້ານີ້ ເພີ່ມຕື່ມ. 

ເຈົ້າໜ້າທີ່ ຂອງອົງການອະນາໄມໂລກ ກ່າວວ່າ ເຖິງແມ່ນວ່າ ຜູ້ປ່ວຍລາຍນີ້ ຈະເປັນລາຍທໍາອິດ ທີ່ເສຍຊີວິດ ຢູ່ນອກປະເທດຈີນ, ແຕ່ທຸກຄົນຕ້ອງເຂົ້າໃຈວ່າ ຜູ້ປ່ວຍລາຍດັ່ງກ່າວ ເດີນທາງມາຈາກເຂດເກີດການລະບາດ ແລະ ບໍ່ແມ່ນຜູ່ປ່ວຍ ທ້ອງຖິ່ນ ຢູ່ປະເທດຟິລິປິນ. 


ແຫຼ່ງຂ່າວ: BBC News

Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment