ບໍລິສັດເບຍລາວ ປະກອບສ່ວນສະໜັບສະໜູນ ໃຫ້ແກ່ລັດຖະບານລາວ 2 ຕື້ກີບ ເພື່ອຕໍ່ສູ້ກັບໂລກພະຍາດອັກເສບປອດ ໂຄວິດ-19



ໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ- ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດເບຍລາວ) ໄດ້ມອບເງິນ 2 ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ. 

ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ, “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາໃນຊ່ວງເວລາທີ່ດີ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.”




ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID -19 ພ້ອມດ້ວຍການຈັດຕັ້ງສໍາຄັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ, ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍໃຫຍ່  ພ້ອມດ້ວຍຄະນະ ແລະ ກໍເປັນໄລຍະພາຍຫຼັງທີ່ ສປປ ລາວ ໄດ້ອອກມາຢືນຢັນວ່າ ລາວເຮົາພົບ 3 ກໍລະນີຕິດເຊື້ອພະຍາດໂກວິດ-19 ເຊິ່ງຄົນເຈັບທັງສອງຄົນປະຈຸບັນໄດ້ຖືກນໍາສົ່ງເຂົ້າໄປແຍກປ່ຽວເພື່ອຮັບການປິ່ນປົວ. 

ບໍລິສັດ ເບຍລາວ ຈໍາກັດ ສະໜັບສະໜູນ ແລະ ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ລັດຖະບານວາງອອກເພື່ອຮັບມືກັບການແຜ່ລະບາດຂອງເຊື້ອໄວຮັສຮ້າຍແຮງທີ່ເປັນສາເຫດຂອງ ໂຄວິດ-19 ລວມເຖິງ ບັນດາຄໍາສັ່ງທີ່ມີການໃຫ້ລະງັບການໂຮມຊຸມນຸມ, ການຈັດງານສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ງານກິລາແຫ່ງຊາດຄັ້ງທີ 11, ງານດອງ ແລະ ງານສັງສັນອື່ນໆ, ລວມທັງ ການໂຈະ ການຮຽນ-ການສອນໃນສະຖານການສຶກສາທົ່ວປະເທດ.

ສໍາລັບພາຍໃນ, ບໍລິສັດ ເບຍລາວ ໄດ້ມີມາດຕະການຢ່າງຊັດເຈນເພື່ອໃຫ້ແນ່ໃຈວ່າພະນັກງານ 2,500 ຄົນ ທີ່ຢູ່ວຽງຈັນ ແລະ ປາກເຊ ກໍຄືທົ່ວປະເທດຂອງພວກເຮົາໄດ້ຮັບຂ່າວສານ ແລະ ຮັບການຝຶກອົບຮົມເບື້ອງຕົ້ນໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວນີ້. ເຊິ່ງມາດຕະການທີ່ມີຄວາມປອດໄພແມ່ນໄດ້ຖືກນໍາມາປະຕິບັດໃນໂຮງງານ, ໂດຍ ຄະນະຜູ້ບໍລິຫານບໍລິສັດໄດ້ມີການສົ່ງຂ່າວໃຫ້ພະນັກງານຂອງຕົນຮັບຮູ້ຢ່າງທັນການກ່ຽວກັບຄໍາແນະນໍາຂອງອົງການອະນາໄມໂລກເພື່ອຮັກສາຕົນເອງ ແລະ ຄອບຄົວໃຫ້ມີຄວາມປອດໄພ.





ທ່ານ ເອັນເດີເຊັນ ຍັງໄດ້ກ່າວຕື່ມວ່າ “ໃນຖານະທີ່ເປັນໜຶ່ງໃນຫົວໜ່ວຍທຸລະກິດໃຫຍ່ໃນລາວ, ບໍລິສັດ ເບຍລາວ ໄດ້ເອົາໃຈໃສ່ຮັບຜິດຊອບຢ່າງຈິງຈັງໃນການໃຫ້ຄວາມຊ່ວຍເຫຼືອແກ່ພະນັກງານ, ຊຸມຊົນ ພ້ອມທັງ ພາກລັດຂອງພວກເຮົາ ໃນເວລາຈໍາເປັນ- ເພື່ອຜົນປະໂຫຍດຂອງທຸກໆຄົນພາຍໃນຊາດ. ຈົ່ງຮ່ວມມືກັນຕໍ່ສູ້ ແລະ ເພື່ອເອົາຊະນະເຊື້ອພະຍາດນີ້ ຮ່ວມກັນ,” ທ່ານ ເອັນເດີເຊັນ ໄດ້ກ່າວເພີ່ມ.






Share on Google Plus

About Webmaster

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment