ເປີດຮັບສະໝັກ ເຂົ້າຮ່ວມຝຶກອົບຮົມ ການຂຽນຂ່າວ ອອນລາຍ !!!



ເປີດຮັບສະໝັກ 
ໂຄງການ ຄວາມຍືນຍົງຂອງຂ່າວ ໃນເຂດແມ່ນໍ້າຂອງ
“ເພື່ອການເຕີບໂຕສີຂຽວ” 
ການຝຶກອົບຮົມການເລົ່າເລື່ອງກ່ຽວກັບຊັບພະຍາກອນທຳມະຊາດ ແລະ ກະສິກຳ ໃນ ສປປ ລາວ ເດືອນພຶດສະພາ ຫາ ເດືອນ ທັນວາ ປີ 2020 

ສະຖານທີ່: 
ສປປ ລາວ (ນະຄອນຫຼວງວງຽງຈັນ ແລະ ຄວາມເປັນໄປໄດ້ໃນການລົງທັດສະນະສຶກສາທີ່ຕ່າງແຂວງ) ພາສາ: ລາວ ແລະ ອັງກິດ

ໂຄງການ ສື່ແບບຍືນຍົງໃນພາກພື້ນແມ່ນໍ້າຂອງ Mekong Sustainable News Project - ຂໍ້ມູນພື້ນຖານ

ປະເທດ ຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ລ້ວນແລ້ວແຕ່ເປັນປະເທດທີ່ມີເນື້ອທີ່ ກວມລວມເອົາເຂດຊົນນະບົດເປັນສ່ວນໃຫຍ່. ໂດຍສະເພາະໃນ ກຳປູເຈຍ, ລາວ ແລະ ມຽນມາ, ປະຊາຊົນແມ່ນເຮັດວຽກໃນຂະແໜງກະສິກຳຫຼາຍກວ່າຂະແໜງ ອື່ນໆ. 4 ປະເທດທີ່ກາວມານັ້ນ ເປັນກຸ່ມປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍສະເພາະແລ້ວແມ່ນຢູ່ໃນເຂດຊົນນະບົດ. ກຸ່ມປະເທດດັ່ງກ່າວ ກໍຍັງໄດ້ຮັບມືກັບບັນຫາທີ່ທ້າທາຍຫຼາຍໆຢ່າງທີ່ເກີດຂຶ້ນ ບໍ່ວ່າຈະເປັນ ບັນຫາມົນລະຜິດທາງອາກາດ, ມົນລະຜິດທາງນໍ້າ, ຄວາມປອດໄພດ້ານສະບຽງອາຫານ ແລະ ພະຍາດລະບາດຕ່າງໆ. ເມື່ອຕ້ອງໄດ້ຜະເຊີນໜ້າກັບໄພຄຸກຄາມທາງທຳມະຊາດເຫຼົ່ານີ້, ວຽກງານສື່ມວນຊົນ ໂດຍສະເພາະທີ່ກ່ຽວພັນກັບ ນັກຂ່າວ ຈຶ່ງມີ ຄວາມສຳຄັນທີ່ສຸດ ເນື່ອງຈາກວ່າມັນສາມາດຊ່ວຍຍົກສູງລະດັບຄວາມຮັບຮູ້ຂອງປະຊາຊົນ ແລະ ເຮັດໃຫ້ໃຫ້ປະຊາຊົນຮັບຮູ້ກ່ຽວກັບ ບັນຫາທີ່ກ່ຽວຂ້ອງກັບການພັດທະນາທີ່ຍືນຍົງໄດ້. ທັງນີ້ ກໍເພື່ອຊ່ວຍສ້າງແຮງບັນດານໃຈໃຫ້ເຂົາເຈົ້າໃຫ້ມີສ່ວນຮ່ວມໃນການປ່ຽນແປງສິ່ງແວດລ້ອມທີ່ຈຳເປັນຢູ່ໃນປະເທດຂອງຕົນອີກດ້ວຍ. 

ນັບແຕ່ການເປີດໂຕໂຄງການ ສື່ແບບຍືນຍົງໃນພາກພື້ນແມ່ນໍ້າຂອງ (Mekong Sustainable News) ໃນປີ 2019: ໂຄງການດັ່ງກ່າວແມ່ນໄດ້ຊ່ວຍພັດທະນາ ຫົວຂໍ້ຂ່າວ ໃຫ້ມີລັກສະນະວິທະຍາສາດ ຢູ່ໃນປະເທດລຸ່ມພາກພື້ນແມ່ນໍ້າຂອງ ໂດຍຜ່ານອົງການສື່ດິຈີຕອນ. ໂຄງການ ພະຍາຍາມຊຸກຍູ້ ໃຫ້ນັກຂ່າວ ຂຽນຂ່າວເລື່ອງສິ່ງແວດລ້ອມໃຫ້ໄປໃນທາງບວກ ແລະ ມີມະນຸດສະທຳ ໂດຍເນັ້ນໜັກທີ່ວີທີແກ້ໄຂບັນຫາທີ່ເປັນຮູບປະທຳ ຫຼື ສາມາດປະຕິບັດໄດ້. ນອກນັ້ນ, ນັກຂ່າວກໍຍັງຕ້ອງເຮັດໜ້າທີ່ເປັນຕົວກາງໃນການເຊື່ອມໂຍງວິທະຍາສາດ ແລະ ສາທາລະນະ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ແຈ້ງກ່ຽວກັບປະເດັນ ຫຼື ສິ່ງທ້າທາຍຕ່າງໆທີ່ອາດຈະເກີດຂຶ້ນໃນຂ້າງໜ້າ. ໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສາມັກຄີເພື່ອໂຄງການນະວັດຕະກຳ, ພົນລະເຮືອນ, ປະເທດທີ່ໃຊ້ ພາສາຝຣັ່ງ ແລະ ພັດທະນາຊັບພະຍາກອນມະນຸດ ເຊິ່ງຂຶ້ນກັບກະຊວງເອີຣົບ ແລະ ການຕ່າງປະເທດ ແຫ່ງປະເທດຝຣັ່ງ. 

ຄາດໝາຍຜົນໄດ້ຮັບຂອງໂຄງການມີຄື: 
1. ນັກຂ່າວມີຄວາມອາດສາມາດ ແລະ ມີຜູ້ຜະລິດຂ່າວແບບດີຈີຕອນ 
2. ມີການຜະລິດຂ່າວແບບດີຈີຕອນກ່ຽວການປົກປັກຮັກສາສິ່ງແວດລ້ອມ ແລະ ການວິເຄາະການປ່ຽນແປງດິນຟ້າອາກາດ ເພີ່ມຂຶ້ນ 
3. ສ້າງຄູຝຶກໃນລະດັບພາກພື້ນ ທີ່ສາມາດສິດສອນການຂ່າວ ໂດຍສະເພາະກ່ຽວກັບບັນຫາການພັດທະນາທີ່ຍືນຍົງ 
4. ພັດທະນາເຄືອຂ່າຍບັນດານັກວິທະຍາສາດ, ນັກຂ່າວ, ແລະ ນັກສ້າງສື່ ເພື່ອສ້າງເນື້ອຫາການສຶກສາ ແລະ/ຫຼື ສາມາດ ເຂົ້າເຖິງສາທາລະນະໄດ້.



ການຝຶກອົບຮົມ


ຮອບວຽນຂອງການຝຶກອົບຈະເລີ່ມຂຶ້ນໃນ ເດືອນ ພຶດສະພາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ຈະໃຊ້ເວລາ ທັງໝົດຢູ່ 6 ເດືອນ ໃນການຝຶກອົບຮົມ. ຜູ້ເຂົ້າຮ່ວມແມ່ນມາຈາກ ສປປ ລາວ ແລະ ຈະມີທັງໝົດຢູ່ 15 ຄົນ, ເຊິ່ງຈະໄດ້ເຂົ້າຮ່ວມການຝຶກອົບຮົມ ຢ່າງໜ້ອຍ 4 ຄັ້ງ ແລະ ໄດ້ຮັບການແນະນຳ ຈາກຄູຝຶກທີ່ເປັນນັກຂຽນຂ່າວມືອາຊີບ ໜຶ່ງ ຄັ້ງ ຕໍ່ເດືອນ. ຄູຝຶກຈະມາສອນເຕັກນິກ ວິທີຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມ ສາມາດຕີພິມບົດຂ່າວໄດ້ 2 ເລື່ອງ ທີ່ຕິດພັນກັບແນວຄວາມຄິດການເຕີບໂຕສີຂຽວ. ຫົວຂໍ້ຕ່າງໆ ທີ່ຈະໄດ້ຮຽນຮູ້ ໃນໄລຍະເວລາການຝຶກອົບຮົມມີດັ່ງລຸ່ມນີ້: 

ຄວາມຮູ້ເບື້ອງຕົ້ນກ່ຽວກັບ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ລະບົບດິນຟ້າອາກາດ (ນິຍາມ, ແນວຄວາມ ຄິດ ແລະ ອື່ນໆ) 
ຄວາມຮູ້ເບື້ອງຕົ້ນກ່ຽວກັບ ແນວຄິດກ່ຽວກັບລະບົບນິເວດກະສິກຳ (Agroecology) ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ 
ການນຳໃຊ້ຂໍ້ມູນ, ການວິເຄາະຂໍ້ມູນ ແລະ ການສະແດງຂໍ້ມູນຜ່ານຮູບພາບ • ເຕັກນິກການເລົ່າເລື່ອງ

ເພື່ອຮັບປະກັນເຖິງຄຸນະພາບຂອງການຝຶກອົບຮົມ, CFI ໄດ້ຮ່ວມມືກັບສອງອົງກອນແນວໜ້າຂອງປະເທດຝຮັ່ງເຊັ່ນ GRET ແລະ CIRAD, ໃນການສະໜອງການຝຶກອົບຮົມການຂຽນຂ່າວ, ຂໍ້ມູນດ້ານວິທະຍາສາດ ແລະ ຊ່ຽວຊານຕາມແຕ່ລະຫົວຂໍ້ ທີ່ກ່າວມາຂ້າງເທິງນັ້ນ. ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນພາບ ແລະ ເຂົ້າໃຈເຖິງແກ່ນແທ້ຂອງການເລົ່າເລື່ອງທີ່ເປັນຮູບພາບໄດ້ຫຼາຍຂຶ້ນ ກໍຈະມີການຈັດທັດສະນະສືກສາສະຖານທີ່ຕົວຈິງພ້ອມ. ການຝຶກອົບຮົມຈະດຳເນີນໄປໂດຍພະນັກງານໂຄງການຈາກ CFI 1 ທ່ານ ແລະ ຢ່າງໜ້ອຍ ຄູຝຶກ 2 ທ່ານ ທີ່ຊ່ຽວຊານໃນການຂຽນ ລາຍງານທີ່ເປັນວິທະຍາສາດ, ການເລົ່າເລື່ອງກ່ຽວກັບສິ່ງແວດລ້ອມ ແລະ ການສ້າງຂໍ້ມູນທີ່ເປັນຮູບພາບ. ພາຍຫຼັງການຝຶກອົບຮົມ ແຕ່ລະຄັ້ງ ຜູ້ເຂົ້າຮ່ວມແຕ່ລະທ່ານຈະໄດ້ຮັບການຕິດຕາມຢ່າງໃກ້ຊິດໃນການຂຽນຂ່າວ ກ່ຽວກັບຫົວຂໍ້ໃດໜຶ່ງ ທີ່ໄດ້ຈາກການຝຶກອົບຮົມ ໂດຍຜ່ານການເລືອກຫົວຂໍ້ຮ່ວມກັບ ພະນັກງານໂຄງການ ແລະ ຜູ້ເຂົ້າຮ່ວມ. ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມ ຈະຕ້ອງ ສ້າງຂໍ້ມູນທີ່ເປັນຮູບພາບ ຢ່າງໜ້ອຍ ສອງ ເລື່ອງ ທີ່ກ່ຽວກັບບັນຫາສິ່ງແວດລ້ອມ, ເຊິ່ງມີຄວາມສອດຄ່ອງກັບ ຈຸດປະສົງ ລວມ ແລະ ຈຸດປະສົງສະເພາະ ພ້ອມທັງແນວຄິດຕົ້ນຕໍໃນການສື່ສານຂອງໂຄງການ. 


ພະນັກງານໂຄງການ ແລະ ຊ່ຽວຊານ ຈະເປັນຜູ້ຊີ້ນຳ ແລະ ແນະນຳ ຂັ້ນຕອນ ຫຼື ແນວທາງໃນການຂຽນ ໃນຮູບແບບທີ່ເປັນລັກສະນະການໃຫ້ຄຳແນະນຳດ້ານພາສາ, ວິທີການຄົ້ນຄວ້າ, ສະຖິຕິຂໍ້ມູນ, ຮູບແບບການຂຽນເປັນຕົ້ນ. ໂຄງການດັ່ງກ່າວ ກໍຍັງຈະນຳໃຊ້ວິທີການໃໝ່ໆໃນການສິດສອນ ໂດຍການນຳເອົາເຄື່ອງມືຕ່າງໆ ກ່ຽວກັບບັນຫາທີ່ຕິດພັນກັບການເຕີບໂຕສີຂຽວ ມາຊີ້ໃຫ້ເຫັນເຖິງຜົນກະທົບທາງດ້ານເສດຖະກິດ-ສັງຄົມ ພ້ອມທັງຄວາມເຂົ້າໃຈທີ່ຜິດກ່ຽວກັບບັນຫາເຫຼົ່ານີ້. ກິດຈະກຳດັ່ງກ່າວ ຈະດຳເນີນໂດຍຊ່ຽວຊານຝຣັ່ງ ແລະ ຊ່ຽວຊານໃນພາກພື້ນອາຊີປາຊີຟິກທີ່ ເຮັດວຽກຕິດພັນກັບຂະແໜງການດັ່ງກ່າວ. ບົດເລື່ອງທີຊະນະເລີດ ຈະໄດ້ຮັບການຕີພິມ ແລະ ເຜີຍແຜ່ ຕາມຊ່ອງທາງສື່ຕ່າງໆ ໃນ ສປປ ລາວ ແລະ ເປັນໄປໄດ້ທີ່ຈະຖືກຕີພິມໃນລະດັບສາກົນ. ຖ້າຫາກຫົວຂໍ້ຂ່າວໃດ ຫາກໄດ້ຮັບຄວາມນິຍົມ ແລະ ສົນໃຈຫຼາຍຈາກຜູ້ອ່ານ ຈະໄດ້ຮັບລາງວັນພິເສດ ເພື່ອຊ່ວຍໃຫ້ນັກຂຽນຂ່າວ ໄດ້ສືບຕໍ່ຂຽນຂ່າວ ເລົ່າເລື່ອງຕໍ່ໄປ.


ວິທີການສະໝັກ:

ຜູ້ເຂົ້າຮ່ວມໃນໂຄງການ ສື່ແບບຍືນຍົງໃນພາກພື້ນແມ່ນໍ້າຂອງ (MEKONG SUSTAINABLE NEWS) ຈະຖືກຄັດເລືອກ ຕາມຮູບແບບການແຂ່ງຂັນ. 
ຄ່າໃຊ້ຈ່າຍທຸກຢ່າງ ແມ່ນໂຄງການຈະເປັນຜູ້ສະໜັບສະໜູນ ພ້ອມທັງມີຊ່ຽວຊານດ້ານສື່ ທີ່ຈະມາສະໜັບສະໜູນ ແລະ ສົ່ງເສີມຜູ້ເຂົ້າຮ່ວມໃນການພັດທະນາບົດຂ່າວກ່ຽວກັບສິ່ງແວດລ້ອມ. ດັ່ງນັ້ນ ຈຶ່ງຖືເປັນໂອກາດທີ່ດີໃນການເຂົາຮ່ວມການຝຶກອົບຮົມຄັ້ງນີ້. 

ເງື່ອນໄຂຂອງຜູ້ສະໝັກ:

ຕ້ອງເປັນຄົນສັນຊາດລາວ, ມີຄວາມຮູ້ ພາສາອັງກິດ ຍິ່ງເປັນການດີ, ມີປະສົບການໃນການຂຽນຂ່າວ ແລະ ມີຄວາມຮູ້ພື້ນຖານກ່ຽວກັບສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ, ພ້ອມນັ້ນ ກໍຕ້ອງມີເວລາໃນການເຂົ້າຮ່ວມການຝຶກອົບຮົມຢ່າງຈິງຈັງ 4 ຄັ້ງ ຕັ້ງແຕ່ ພຶດສະພາ ຫາ ທັນວາ 2020. (ການຝຶກອົບຮົມແຕ່ລະຄັ້ງພຽງແຕ່ໃຊ້ເວລາຢູ່ 2-3 ມື້). ຜູ້ເຂົ້າຮ່ວມ 2 ທ່ານ ທີ່ຊະນະເລີດໃນການຂຽນຂ່າວ ຈະຖືກເຊີນໄປເຂົ້າຮ່ວມກອງປະຊຸມ ວິທະຍາສາດສາກົນ ( International scientific conference) ທີ່ຈະຈັດຂຶ້ນທີ່ປະເທດຫວຽດນາມ. (ວັນທີ່ຈະລະບຸພາຍຫຼັງ ຊ່ວງໄລຍະເດືອນ ກັນຍາ ຫາ ຕຸລາ ປີ 2020)

ຜູ້ທີ່ສາມາດສະໝັກໄດ້ມີດັ່ງນີ້: 

ນັກຂ່າວ ຫຼື ຜູ້ລາຍງາຍສື່ມວນຊົນໜຸ່ມນ້ອຍ ແລະ ຜູ້ຜະລິດສື່ ຈາກ ສປປ ລາວ. ນັກຂ່າວອິດສະຫຼະ 
ນັກຂ່າວ ແລະ ຜູ້ຜະລິດສື່ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນ ໂຄງການ ສື່ແບບຍືນຍົງໃນພາກພື້ນແມ່ນໍ້າຂອງ Mekong Sustainable News Project ໃນປີ 2019 ທີ່ຜ່ານມາ 
ບຸກຄົນທົ່ວໄປທີ່ມີຄວາມສົນໃຈໃນຫົວຂໍ້ສິ່ງແວດລ້ອມ ແລະ ວິທະຍາສາດ ມີຄວາມຮູ້ພາສາອັງກິດໃນລະດັບດີ ຍິ່ງເປັນການດີ ແຕ່ກໍບໍ່ແມ່ນພາກບັງຄັບ

ເອກະສານສະໝັກປະກອບມີ:


 • ຊີວະປະຫວັດຫຍໍ້ (CV) ຕ້ອງມີເບີໂທຕິດຕໍ່ ແລະ ບົດບັນທຶກໂດຍຫຍໍ້ (ບໍ່ເກີນ 100 ຄຳ) 

ສຳເນົາບົດຄວາມສູງສຸດ ສາມ ເລື່ອງກ່ຽວກັບສິ່ງແວດລ້ອມທີ່ເຄີຍຕີພິມ ຫຼື ເຜີຍແຜ່ມາກ່ອນ ເປັນພາສາອັງກິດ ຫຼື ລາວ. (ສົ່ງມາໃນຮູບແບບ Word – ສຳລັບການເລົ່າເລື່ອງແບບບົດຄວາມ, ບົດຂຽນ; AVI, WMV – ສຳລັບວິດີໂອ; PCM, WAV ຫຼື MP3 – ສຳລັບການເລົ່າເລື່ອງແບບສຽງ. ກະລຸນາຕິດຕໍ່ກັບຄະນະຈັດງານ ຖ້າມີຄຳຖາມກ່ຽວກັບ ການສົ່ງຮູບແບບ ສຳເນົາບົດຄວາມ)
 • ລິ້ງ (Link) ທີ່ສາມາດເຂົ້າເຖິງບົດຄວາມ/ບົດເລື່ອງກ່ຽວກັບສິ່ງແວດລ້ອມ ກ່ອນວັນທີ 1 ມັງກອນ 2020
 • ອະທິບາຍສັ້ນໆກ່ຽວກັບຄວາມຕ້ອງການໃນການເຂົ້າຮ່ວມການຝຶກອົບຮົມ (Short motivation) 

ເອກະສານການສະໝັກທຸກສະບັບຕ້ອງສົ່ງເປັນພາສາອັງກິດ (ຍົກເວັ້ນ ສຳເນົາບົດຄວາມສາມາດສົ່ງ ເປັນສະບັບຕົ້ນໄດ້). 

ມີພຽງຜູ້ຖືກເລືອກເທົ່ານັ້ນຈະໄດ້ຮັບການຕິດຕໍ່ກັບ. ຄະນະຈັດງານຂໍສະຫງວນສິດໃນການຕິດຕໍ່ນັກຂ່າວຜ່ານທາງອີເມວ ຫຼື ໂທລະສັບ ຈົນກວ່າຈະຮອດຮອບຄັດເລືອກສຸດທ້າຍ. ການຝຶກອົບຮົມຈະຈັດຂຶ້ນເປັນພາສາອັງກິດ ແລະ ພາສາລາວ. ຜູ້ເຂົ້າຮ່ວມ ຈະໄດ້ເຂົ້າຮ່ວມຟຣີ, ສ່ວນຄ່າອຸປະກອນ ແລະ ອາຫານຕ່າງໆແມ່ນໂຄງການຈະຮັບຜິດຊອບ.


ຂັ້ນຕອນໃນການສະໝັກ ແລະ ຄັດເລືອກ: 

ສາມາດສອບຖາມກ່ຽວກັບຂັ້ນຕອນໃນການສະໝັກໄດ້ທີ່ bouhengs2005@gmail.com ແລະ clz@cfi.fr 
 • ປິດຮັບສະໝັກວັນທີ 21 ເມສາ 2020, 17:00 ໂມງ (GMT +7) ໂດຍໃຫ້ສົ່ງ ເອກະສານການສະໝັກ ໄປທີອີເມລ bounhengs2005@gmail.com, clz@cfi.fr ແລະ mhx@cfi.fr 
ຄັດເລືອກຜູ້ເຂົ້າຮ່ວມພາຍໃນວັນທີ 22 – 27 ເມສາ 2020 
ແຈ້ງຜົນ ແລະ ຕອບຮັບ ພາຍໃນວັນທີ 27 ເມສາ - 11 ພຶດສະພາ, 2020 
ເປີດຕົວໂຄງການການຝຶກອົບຮົມ ໃນວັນທີ 22 ພຶດສະພາ ປີ 2020 (ວັນສາກົນດ້ານຊີວະນານາພັນ) 

ຮ່າງວາລະໂຄງການ ເປີດຕົວໂຄງການ ແລະ ລິເລີ່ມການຝຶກອົບຮົມ 


ພາກທີ 1: ຊີວະນາໆພັນ ແລະ ການເຕີບໂຕສີຂຽວ: ວັນທີ 22 ພຶດສະພາ 2020 (ວັນສາກົນດ້ານຊີວະນານາພັນ)

ພາກທີ 2: ຄວາມຮູ້ເບື້ອງຕົ້ນກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການສະແດງຂໍ້ມູນຜ່ານຮູບພາບ: ວັນທີ 16-17 ມິຖຸນາ 2020 (ວັນສາກົນໃນການຕ້ານໄພແຫ້ງແລ້ງ ແລະ ທະເລຊາຍ ທີ 17 ມິຖຸນາ)
ພາກທີ 3: ຕໍ່ຍອດບົດເລື່ອງຂອງທ່ານໃນລະດັບຕໍ່ໄປ- ແຄ້ມເລົ່າເລື່ອງ: ວັນທີ 15-17 ກໍລະກົດ (ວັນທັກສະໄວໜຸ່ມໂລກ ວັນທີ 15 ກໍລະກົດ) 
ພາກທີ 4:  ຄວາມເຂົ້າໃຈກ່ຽວກັບລະບົບນິເວດກະສິກຳ ໃນ ສປປ ລາວ: ວັນທີ 14-15 ເດືອນກັນຍາ  
ພາກທີ 5: ການນຳໃຊ້ຢາປາບສັດຕູພືດ ແລະ ຜົນກະທົບຕໍ່ສຸຂະພາບ: ວັນທີ 12-13 ຕຸລາ 2020 (ວັນອາຫານໂລກ ທີ 16 ຕຸລາ) ຄາດໝາຍຊ່ວງເວລາໃນການຕີພິມບົດຄວາມສະບັບທີ່ສອງໃນເດືອນ ພະຈິກ 

ພາຍຫຼັງການສຳເລັດການຝຶກອົບຮົມໃນແຕ່ລະພາກ, ຜູ້ເຂົ້າຮ່ວມຈະຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດຈາກ ຊ່ຽວຊານການຂຽນຂ່າວ. 
Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment