ກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງນາມບົດບັນທຶກຄວາມເຂົ້າໃຈ ກັບ ສະມາຄົມການຄ້າໄອຊີທີລາວ (LICA)


ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ສະມາຄົມ ການຄ້າ ໄອຊີທີ ລາວ (LICA) ໄດ້ສຳເລັດການລົງລາຍເຊັນຢ່າງສົມບູນໃນວັນທີ 29 ກັນຍາ 2021 ທີ່ຜ່ານມາ,  ຕາງ  ໜ້າລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍໃນຄັ້ງນີ້ໂດຍ: ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື  ກະຊວງ ຕສ ແລະ ທ່ານ ທະນູສອນ ພົນອາມາດ ປະທານ ສະມາຄົມການຄ້າ ໄອຊີທີ ລາວ ເພື່ອຕົກລົງຮ່ວມມືກັນສຶກສາ ແລະ ຈັດຕັ້ງປະຕິບັດຍຸດທະສາດ ຄື: (1) ສ້າງສະພາບແວດລ້ອມເພື່ອສະໜັບສະໜູນແນວຄວາມຄິດລິເລີ່ມ (Startup)ໃນການກະກຽມຄວາມພ້ອມ ເພື່ອຫັນເປັນດິຈິຕອນຮອບດ້ານ ແລະ ການເຮັດທຸລະກິດທີ່ນໍາໃຊ້ນະວັດຕະກໍາໃໝ່; (2) ສ້າງກອບນະໂຍບາຍສົ່ງເສີມການລົງທຶນພື້ນຖານໂຄງລ່າງ ດ້ານເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາໃໝ່ ເພື່ອຫັນເປັນເຂດເສດຖະກິດດິຈິຕອນທີ່ເປັນສູນລວມຂອງບັນດາບໍລິສັດ, ອົງກອນ ແລະ ສະຖາບັນ ຕ່າງໆ ທີ່ນໍາໃຊ້ ICT ເປັນຫລັກໃນການດໍາເນີນງານ. (3) ສ້າງເປັນຈຸດເຊື່ອມຕໍ່ໃຈກາງ ໃຫ້ບັນດາອົງກອນ ຫລື ນັກຄົ້ນຄວ້າ ທັງພາຍໃນ ແລະ ຕ່າງປະເທດ ສາມາດພົບປະ ແລະ ເຮັດວຽກຮ່ວມກັນ ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ໃນການສ້າງນະວັດຕະກໍາ   ໃໝ່ໆ ແລະ ເພື່ອເປັນບ່ອນສ້າງບຸກຄະລາກອນດ້ານ ICT. 


ເຖິງແມ່ນວ່າ ການເຊັນ MOU ຫາກໍ່ເກີດຂຶ້ນໃນຕົ້ນເດືອນນີ້, ແຕ່ໃນໄລຍະທີ່ຜ່ານມາ ສາມາຄົມການຄ້າ ໄອຊີທີ ລາວ (LICA) ໄດ້ມີການຮ່ວມມືຈັດຕັ້ງປະຕິບັດຫລາຍກິດຈະກຳ ແລະ ໂຄງການຮ່ວມກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ມີຜົນປະໂຫຍດແກ່ເສດຖະກິດ ແລະ ສັງຄົມຢ່າງຫລວງຫລາຍເຊັ່ນ: 

- ປະກອບສ່ວນເຂົ້າໃນການຮ່າງແຜນພັດທະນາເສດຖະກິດດິຈິຕອນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ສະບັບທີ IX ຂອງ ສປປລາວ (2021-2025) 

- ຮ່ວມກັນຈັດງານ ເວທີສົນທະນາ ລາວ ດິຈິຕອນ (Lao Digital Forum) 

- ຮ່ວມຈັດງານ Lao ICT Expo 

- ຮ່ວມຈັດການແຂ່ງຂັນ ແລະ ງານສຳມະນາຕ່າງໆ 

ສະມາຄົມການຄ້າ ໄອຊີທີ ລາວ (LICA) ແມ່ນສະມາຄົມ ທຸລະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະພາຄານຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງເປັນສະມາຄົມທີ່ເຕົ້າໂຮມເອົາ ບັນດາຜູ້ຊ່ຽວຊານດ້ານໄອທີ, ບັນດາບໍລິສັດ software, hardware, ຜູ້ໃຫ້ບໍລິການດ້ານອິນເຕີເນັດ (Internet Service Providers), ຜູ້ປະກອບການທີ່ນຳໃຊ້ນະວັດຕະກຳ ແລະ ບໍລິສັດທີ່ນຳໃຊ້ ICT ແລະ ດິຈິຕອນເຕັກໂນໂລຊີ. LICA ເປັນອົງກອນລະດັບຊາດທີ່ເຊື່ອມໂຍງກັບ ທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມການນຳໃຊ້ ດີຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແບບກ້າວກະໂດດ ແລະ ຍືນຍົງ.

 LICA ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ເດືອນ ສິງຫາ ປີ 2005 ດ້ວຍຄວາມຕັ້ງໃຈໃນການສ້າງລະບົບນິເວດທາງດ້ານ ໄອຊີທີ ແລະ ດິຈິຕອນ ໃຫ້ແກ່ປະເທດຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງ. ນອກຈາກ ກະຊວງ ຕສ ແລ້ວ, LICA ກໍ່ໄດ້ເຊັນ MOU ຮ່ວມມືກັບຫລາຍພາກສ່ວນເຊັ່ນ: ທະນາຄານແຫ່ງ ສປປ ລາວ, ສູນສົ່ງເສີມ ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ 4 ແຂວງຄື: ນະຄອນຫລວງວຽງຈັນ, ຈຳປາສັກ, ສະຫວັນນະເຂດ ແລະ ຫລວງພະບາງ, ອົງການສາກົນ ແລະ ຫົວຫນ່ວຍທຸລະກິດຈຳນວນຫນຶ່ງ. 


ຄະນະບໍລິຫານງານ ໃນສະໄຫມ ຫລ້າສຸດ (2020 - 2023) ປະກອບມີ ບັນດາບຸກຄະລາກອນທີ່ມີຄວາມສາມາດ ແລະ ປະສົບການສູງ ຄື: ທ່ານ ທະນູສອນ ພົນອາມາດ (ປະທານ), ທ່ານ ອາລີວັນ ສີທາລາ, ທ່ານ ນາງ ສຸພາພອນ ສວນນະວົງ, ທ່ານ ວິຣະສັກ ວິຣະວົງ, ທ່ານ ນາງ ກິ່ງແກ້ວ ດວງສະຫວັນ, ທ່ານ ແກ້ວວິສຸກ ດາລາສານ, ທ່ານ ນາງ ບຸບຜາມະນີ ຈຸນລະມະນີ ແລະ ທ່ານ ສຸລິໂຍ ວົງດາລາ. 

ຫ້ອງການ ສະມາຄົມ ການຄ້າ ໄອຊີທີ ລາວ ຕັ້ງຢູ່ ທາງເຂົ້າຂອງ ຕຶກຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ຫລັກ 5 - ຖະຫນົນໄກສອນພົມວິຫານ). ທ່ານສາມາດຕິດຕາມການເຄື່ອນໄຫວຂອງສະມາຄົມໄດ້ທີ່ Facebook (Lao ICT Commerce Association).



Share on Google Plus

About laoyouthradio

ສະບາຍດີ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໜ່ ແມ່ນສະຖານີສໍາຫຼັບຄົນໜຸ່ມ ແລະ ຫົວໃຈຍັງໜຸ່ມ, ກະຈາຍສຽງຈາກນະຄອນຫຼວງວຽງຈັນ, ສປປ ລາວ. Lao Youth Radio Station is a station for young and young at heart listeners, broadcasting from Vientiane Capital, Lao PDR.
    Blogger Comment
    Facebook Comment

0 comments:

Post a Comment